ຂປລ
ຫ້ອງການຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫລີ ໄດ້ປະກາດ ບົດລາຍງານ ຄວາມໝັ້ນທ່ຽງ ດ້ານການທະນາຄານ ຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫລີ ສະບັບ 2026 ແລະ ບົດລາຍງານຄາດຄະເນເສດຖະກິດ ຢູ່ພາກພື້ນອາຊຽນ-ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ ປີ 2026 ສະບັບປັບປຸງໃໝ່ ໃນເດືອນຕຸລາ ຢ່າງເປັນທາງການ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 5 ຕຸລານີ້, ຫ້ອງການຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫລີ ໄດ້ປະກາດ ບົດລາຍງານ ຄວາມໝັ້ນທ່ຽງ ດ້ານການທະນາຄານ ຢູ່ພາກພື້ນອາຊຽນ-ຈີນ, ຍີ່ປຸ່ນ, ສ ເກົາຫລີ ສະບັບ 2026 ແລະ ບົດລາຍງານຄາດຄະເນເສດຖະກິດ ຢູ່ພາກພື້ນອາຊຽນ-ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ ປີ 2026 ສະບັບປັບປຸງໃໝ່ ໃນເດືອນຕຸລາ ຢ່າງເປັນທາງການ. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບ ຈາກພະລັງງານຢູ່ຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຢູ່ພາກພື້ນນີ້ ມີຄວາມໝັ້ນທ່ຽງໂດຍລວມ. ຫ້ອງການຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ-ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ ຄາດຄະເນວ່າ: ຈັງຫວະເຕີບໂຕເສດຖະກິດ ຢູ່ພາກພື້ນໃນປີ 2026 ແລະ 2027 ລ້ວນແຕ່ແມ່ນ 4.1%, ອັດຕາເງິນເຟີ້ຕ່າງແມ່ນ 1.6% ແລະ 1.7% ຕາມລຳດັບ. ການສົ່ງອອກ ແລະ ການລົງທຶນດ້ານປັນຍາປະດິດເພີ່ມຂຶ້ນ ຈະເປັນສິ່ງຄ້ຳປະກັນ ຕໍ່ການເຕີບໂຕ ຂອງເສດຖະກິດ, ສ່ວນລາຄາພະລັງງານເພີ່ມຂຶ້ນ ແລະ ລາຄາອາຫານເພີ່ມຂຶ້ນ ຍ້ອນປາກົດການເອວນີໂຢ ອາດຈະເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນ. ເຖິງວ່າປະເຊີນກັບປັດໄຈທາງລົບ ຈາກພາຍນອກ ແລະ ອັດຕາດອກເບ້ຍ ໂດລາສະຫະລັດ ເພີ່ມຂຶ້ນ, ແຕ່ກຸ່ມເສດຖະກິດ ອາຊຽນ-ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ ຍັງມີຄວາມເຂັ້ມແຂງສົມຄວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL