ປີນີ້​ ນະຄອນຫລວງວຽງຈັນຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ 5 ແສນກວ່າຄົນ

13/03/2023 12:54
Email Print 960
ຂປລ ນະຄອນຫລວງວຽງຈັນຄືເມືອງເອກຂອງ ສປປ ລາວ ປັດຈຸບັນມີປະຊາກອນຫລາຍກວ່າ 1 ລ້ານຄົນ ເຊິ່ງມັນວາງຄາດຫມາຍໄວ້ວ່າປີ 2023 ຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຢ່າງຫນ້ອຍ 5 ແສນກວ່າຄົນ.




ນະຄອນຫລວງວຽງຈັນຄືເມືອງເອກຂອງ ສປປ ລາວ ປັດຈຸບັນມີປະຊາກອນຫລາຍກວ່າ 1 ລ້ານຄົນ ເຊິ່ງມັນວາງຄາດຫມາຍໄວ້ວ່າປີ 2023 ຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຢ່າງຫນ້ອຍ 5 ແສນກວ່າຄົນ.

ການວາງເປົ້າໝາຍຂອງນະຄອນຫລວງວຽງຈັນຄັ້ງນີ້ ເພາະເຊື່ອວ່າເມືອງເອກຂອງລາວ ມີແຫ່ລງທ່ອງທ່ຽວທີ່ເປັນເອກະລັກ ຕ່າງຈາກແຂວງອື່ນໆ ໂດຍສະເພາະແຫລ່ງທ່ອງທ່ຽວດ້ານວັດທະນະທໍາ, ປະຫວັດສາດ, ຕະຫລາດກາງຄືນ, ສູນການຄ້າສາກົນ ແລະ ອື່ນໆ ທີ່ສາ ມາດສ້າງແຮງດຶງດູດ ເປັນພິເສດເຊັ່ນ: ພະທາດຫລວງ, ປະຕູໄຊ, ວັດຊຽງຄວນ, ຫໍພະແກ້ວ,ວັດສີສະເກດ,ວັດສີເມືອງ, ອາຄານເກົ່າແກ່ຊົງຝຣັ່ງ.

ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນະຄອນຫລວງວຽງຈັນ ລາຍງານໃນວັນທີ 6 ມີນານີ້ວ່າ: ສະພາບການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງເປີດປະເທດ ແຕ່ ຕົ້ນປີ 2022 ເມື່ອການລະບາດຂອງພະຍາດໂຄວິດ-19 ຫລຸດຜ່ອນລົງ ກໍ່ຄື ຫລາຍປະເທດຍົກເລີກ ມາດຕະການປ້ອງກັນພະຍາດດັ່ງກ່າວ ເຮັດໃຫ້ນັກທ່ອງທ່ຽວສາກົນ ສາມາດເດີນທາງມາທ່ອງທ່ຽວ ໄດ້ຢ່າງສະດວກ, ໃນນີ້ ສໍາລັບນັກທ່ອງທ່ຽວ 6 ແສນກວ່າຄົນ ທີ່ເຂົ້າມາ ທ່ອງທ່ຽວພາຍໃນ ນະຄອນຫລວງວຽງຈັນໃນປີຜ່ານມາ, ຫລາຍກວ່າໝູ່ແມ່ນນັກທ່ອງທ່ຽວ ຈາກປະເທດໄທ, ຮອງລົງມາແມ່ນນັກທ່ອງທ່ຽວຈາກ ສ.ເກົາຫລີ ເຮັດໃຫ້ບັນຫົວໜ່ວຍບໍລິການ ດ້ານການທ່ອງທ່ຽວກັບມາຄຶກຄື້ນ ແລະ ນັບມື້ຟື້ນຕົວດີຂຶ້ນ.

ທ່ານ ນາງ ວິໄລວອນ ຈັນທະລາຕີກ່າວຕື່ມອີກວ່າ:  ສໍາລັບປີ 2023 ນີ້, ນະຄອນຫລວງວຽງຈັນ ວາງຄາດຫມາຍດຶງດູດນັກທ່ອງທ່ຽວສາກົນ ໃຫ້ໄດ້ 5 ແສນຄົນ. ເພື່ອໃຫ້ບັນລຸຕາມ ຄາດຫມາຍທີ່ວາງໄວ້ ພະແນກ ຖວທ ນະຄອນຫລວງວຽງຈັນ ຈະຮ່ວມກັບທຸກພາກ ສ່ວນ ທີ່ກ່ຽວຂ້ອງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ ໂດຍສະເພາະປີໃຫມ່ລາວທີ່ຈະມາເຖີງນີ້ ຈະຈັດເຂດທ່ອງທ່ຽວປີໃຫມ່ລາວສະເພາະ ເພື່ອໃຫ້ມີຄວາມເບີກບານມ່ວນຊື່ນ ກວ່າທຸກປີຜ່ານມາ. ນອກຈາກນີ້ ຈະຈັດອີກຫລາຍກິດຈະກໍາ ທີ່ຫນ້າສົນໃຈ, ລວມເຖິງຈະເປີດແຫລ່ງທ່ອງທ່ຽວ ແຫ່ງໃຫມ່ຢູ່ເມືອງໄຊທານີ ພາຍໃນທ້າຍປີນີ້ ຄື: ສະ ຖານທີ່ທ່ອງທ່ຽວທໍາມະຊາດ ແຫລ່ງພັນໄມ້ຢູ່ເຂດເວີນແທ່ນ ແລະ ສະຖານທີ່ທ່ອງທ່ຽວ ວັດທະນະທໍາ ພິພິດຕະພັນໄມ້ຢູ່ເຂດບ້ານຫນອງເຊືອມ.

ເຖິງແມ່ນວ່ານະຄອນຫລວງວຽງຈັນບໍ່ມີແຫລ່ງທໍາມະຊາດຫລາຍກໍຕາມ ແຕ່ມັນເປັນສູງລວມຈິດ ໃດ້ານວັດທະນະທໍາ, ເສດຖະກິດ,ການສຶກສາ, ແຫລ່ງອາຫານແຊບຊ້ອຍ ແລະ ຍັງເປັນທາງຜ່ານຂອງແຂກຕ່າງດ້າວທ້າວຕ່າງເມືອງ ສິ່ງສໍາຄັນເປັນສູນກາງ ເສັ້ນທາງລົດໄຟ ລາວ-ຈີນ, ມີຂົວມິດຕະພາບລາວ-ໄທແຫ່ງທີ 1, ມີສະຫນາມບິນສາກົນວັດໄຕ ເຊິ່ງນັ້ນຄືຈຸດໄດ້ປຽບ.

ໂດຍ: ເກີດຂວັນໃຈ ມາລີຈັນສີ




KPL

ຂ່າວອື່ນໆ

    • ໃຊ້ເວລາຫວ່າງເປັນປະໂຫຍດ ສ້າງລາຍຮັບກວ່າ 350 ລ້ານກີບບົດ-ສາລະຄະດີ

      ໃຊ້ເວລາຫວ່າງເປັນປະໂຫຍດ ສ້າງລາຍຮັບກວ່າ 350 ລ້ານກີບ

      2/10/2025 10:40:18 AM

      ປັດຈຸບັນພະນັກງານ-ລັດຖະກອນບາງຄົນ ນອກຈາກການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງສຳເລັດໜ້າທີ່ໃນໂມງລັດຖະການແລ້ວ, ຍັງໃຊ້ເວລາຫວ່າງຈາກການເຮັດວຽກປະຈຳມາເຮັດວຽກອື່ນໆ ເພື່ອສ້າງລາຍຮັບເພີ່ມເຂົ້າຄອບຄົວຕື່ມ.

    • 5 ປີຜ່ານມາແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 1,269,13 ຕື້ກີບບົດ-ສາລະຄະດີ

      5 ປີຜ່ານມາແຂວງເຊກອງ ເກັບລາຍຮັບເຂົ້າງົບປະມານໄດ້ 1,269,13 ຕື້ກີບ

      2/10/2025 10:30:38 AM

      ອີງຕາມການລາຍງານຂອງ ທ່ານ ສີໄຄ ລຽງສະຫວັດ ເລຂາໜ່ວຍພັກພະແນກການເງິນແຂວງ ເຊກອງ ລາຍງານໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພະແນກການເງິນແຂວງ ໃຫ້ຮູ້ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກພະແນກການເງິນ ແຂວງ ໄດ້ເອົາ ໃຈໃສ່ວຽກຄຸ້ມຄອງພັກ-ພະນັກງານ, ບໍາລຸງກໍ່ສ້າງຍົກລະດັບວິຊາສະເພາະຢ່າງເຂັ້ມແຂງ.

    • ກຸ່ມແມ່ຍິງຖັກຍູກວາດ ໄດ້ຮັບປ້າກາໝາຍ ໂອດັອບ ແຫ່ງຊາດບົດ-ສາລະຄະດີ

      ກຸ່ມແມ່ຍິງຖັກຍູກວາດ ໄດ້ຮັບປ້າກາໝາຍ ໂອດັອບ ແຫ່ງຊາດ

      2/10/2025 9:48:22 AM

      ຜະລິດຕະພັນຖັກຍູກວາດ ແມ່ນກຸ່ມຜະລິດຕະພັນໜຶ່ງ ທີ່ເປັນສີໄມ້-ລາຍມືຂອງເອື້ອຍນ້ອງແມ່ຍິງ ບ້ານກາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ພາກັນແປງຖັກຍູກວາດແບບທຳມະຊາດ ນໍາໃຊ້ໃນຄົວເຮືອນເຫລືອໃຊ້ກໍຜະລິດຂາຍອອກຈໍານວໜ່ຶງ ເພ່ືອມາແລກຊື້ເຂົ້າ-ນໍ້າຕາມບ້ານໃກ້ຄຽງກັນສືບທອດກັນມາແຕ່ເຊັ່ນພໍ່-ເຊັ່ນແມ່ ຈົນເຖິງປັດຈຸບັນ.

    • ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິບົດ-ສາລະຄະດີ

      ໃຊ້ໄຟຟ້າ ຝືນໄຟຢ່າງມີສະຕິ

      2/7/2025 10:35:12 AM

      ໄລຍະນີ້ເຫັນວ່າສະພາບອາກາດຢູ່ບາງທ້ອງຖິ່ນຍັງສືບຕໍ່ໜາວເຢັນ. ຂະນະທີ່ບາງທ້ອງຖິ່ນອາກາດກ່ໍເລີ່ມຮ້ອນແລ້ວ, ເຊ່ິງສະພາບອາກາດມີການປ່ຽນແປງດັ່ງກ່າວ ພວກເຮົາຕ້ອງມີສະຕິໃນການໃຊ້ໄຟຟ້າ, ຝືນໄຟຕໍ່ການດຳລົງຊີວິດປະຈຳວັນ ເພື່ອຫລີກເວັ້ນບັນ ຫາອັກຄີໄພເກີດຂຶ້ນເຊັ່ນວ່າ:ໄຟຟ້າລັດວົງຈອນ, ໄໝ້ເຮືອນ ໄໝ້ຊານ, ໄຟໄໝ້ລາມປ່າທີ່ເປັນຊັບສົມບັດຂອງຕົນກໍ່ຄືຂອງຊາດ.

    • ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%ບົດ-ສາລະຄະດີ

      ເມືອງລະມານ ເກັບລາຍຮັບໄດ້ລື່ນແຜນເກືອບ 60%

      2/7/2025 10:29:26 AM

      ອີງຕາມການລາຍງານ ຂອງທ່ານ ຄໍາປານ ພິມມະເສນ ຫົວໜ້ຫ້ອງການ-ການເງິນເມືອງລະມາມໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ.

ads
ads

Top