ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

10/02/2025 09:42
Email Print 2838
ຂປລ ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດ ອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາດ້ວຍການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນ້ີ.

     *ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດ ອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາດ້ວຍການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນ້ີ. ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ໄທ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ແຫລ່ງທ່ອງທ່ຽວຂຸນກອງແລງກໍາລັງມີການປັບປຸງ-ກໍ່ສ້າງຫລາຍກິດຈະກຳ ການທ່ອງທ່ຽວ ໂດຍສະເພາະໂຮງແຮມ, ຣີສອດ, ຮ້ານອາຫານ, ສູນບໍລິການການທ່ອງທ່ຽວ, ມີກິດຈະກຳທີ່ຕິດພັນກັບທຳມະຊາດ (Green Adventures), ສູນສົ່ງເສີມ ແລະ  ພັດທະນາການຜະລິດສິນຄ້າ, ສູນຈຳໜ່າຍສິນຄ້າ, ຂອງທີ່ລະນຶກຈາກສີໄມ້ລາຍມືຂອງພໍ່ແມ່ປະຊາຊົນ (ODOP) ແລະ ອື່ນໆ. ໃນນັ້ນ, ກິດຈະກຳຫລັກໆທີ່ກະກຽມຈະເປີດໃຫ້ບໍລິການໃນເດືອນເມສາ 2025 ນີ້ປະກອບມີ: ພາຍເຮືອກາຍັກ (Kayaking), ຂີ່ສະລິງ (Zipline), ໄຕ່ຂົວອູ່, ດໍານໍ້າ (Scuba diving), ທ່ຽວຖໍ້າ (Caving), ຂີ່ລົດ ATV/KTV, ປີນຜາ (Rock climbing), ຍ່າງປ່າ (Jungle trekking), ສວນນໍ້າທໍາມະຊາດ (Natural water park), ຕັ້ງແຄ້ມ (Camping) ແລະ ກິດຈະກໍາອື່ນໆ.

      ທ່ານ ພັນທະຈິດ ອິນທິລາດ ຍັງໃຫ້ຮູ້ອີກວ່າ: ຍ້ອນຄວາມມັກຮັກໃນທຳມະຊາດ, ມັກການທ່ອງທ່ຽວແບບພະຈົນໄພ ແລະ ເຫັນໄດ້ສັກກະຍະພາບຂອງແຂວງຄຳມ່ວນ ກໍຄືເມືອງຫີນບູນ ໂດຍສະເພາະແມ່ນຂຸນກອງແລງທີ່ມີຊື່ສຽງມາຫລາຍສິບປີ, ແຕ່ຍັງບໍ່ທັນໄດ້ຮັບການພັດທະນາ. ສະນັ້ນ, ບໍລິສັດພວກເຮົາຈຶ່ງໄດ້ປຶກສາຫາລືກັບການນຳຂອງແຂວງ, ເມືອງ ແລະ ໄດ້ຂໍອະນຸຍາດສຶກສາສຳຫລວດຄວາມເປັນໄປໄດ້ເພື່ອພັດທະນາ, ພ້ອມທັງສຶກສາທາງດ້ານຜົນກະທົບຕໍ່ສິ່ງແວດລ້ອມໃນປີ 2018 ໂດຍໃຊ້ເວລາສຶກສາສໍາຫລວດເກືອບ 1 ປີ ແລະ ໄດ້ຮັບ ການອະນຸມັດເຊັນສັນຍາສໍາປະທານ ໃນປີ 2019. ຈາກນັ້ນ, ໄດ້ເລີ່ມລົງ ມືບຸກເບີກ, ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນການກໍ່ສ້າງຕາຝັ່ງເຈື່ອນ, ປູກປ່າຄືນໃໝ່, ດັດປັບທັດສະນີຍະ ພາບ, ສ້າງສິ່ງອຳນວຍຄວາມສະ ດວກ, ທີ່ພັກພາອາໄສຊຶ່ງໃຊ້ເວລາພັດທະນາມາໄດ້ປີກວ່າ ກໍປະສົບບັນຫາການແພ່ລະບາດຂອງພະຍາດ ໂຄວິດ-19 ບໍ່ສາມາດດໍາເນີນຕໍ່ໄປໄດ້. ພາຍຫລັງຜ່ານວິກິດການດັ່ງກ່າວ, ຈຶ່ງໄດ້ມາພັດທະນາໂຄງການຕໍ່ ແລະ ໄດ້ປັບປຸງກິດຈະການຕ່າງໆໃຫ້ສົມບູນທັງກິດຈະກຳທີ່ຕິດພັນກັບທຳມະຊາດ ແລະ ແບບ ພະຈົນໄພ ເປັນຕົ້ນ ສູນບໍລິການ ນັກ ທ່ອງທ່ຽວ (Clup House), ບ່ອນ ຈອດລົດ, ຣີສອດ (ເຮືອນແຄັບຊູນ ແບບທັນສະໄໝ, ເຮືອນໄມ້ໄຜ່, ເຮືອນຊົງລາວ), ສວນອາຫານ,  ຮ້ານຂາຍເຄື່ອງຂອງທີ່ລະນຶກ, ຖະ ໜົນຄົນຍ່າງ, ເຮືອນພັກຕາກອາກາດ, ສູນຮັກສາສຸຂະພາບ, ສວນນໍ້າ, ຈຸດຊົມທິວທັດ, ພາຍເຮືອກາຍັກ, ຂີ່ລົດ ATV, ປີນຜາ ແລະ ອື່ນໆ.

    ໂອກາດນີ້, ທ່ານ ພັນທະຈິດ ອິນທິລາດ ຍັງໄດ້ເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ (ພາຍຫລັງທີ່ໄດ້ເປີດໃຫ້ບໍລິການແລ້ວ) ໃຫ້ເຂົ້າມາທ່ຽວສຳຜັດກັບຄວາມສວຍງາມຂອງທຳມະຊາດ ແລະ ຮັບຮູ້ເຖິງການພັດທະນາ, ການໃຫ້ບໍລິການ ໂດຍປະຊາຊົນມີສ່ວນຮ່ວມທີ່ເປັນການລົງທຶນຂອງເອກະຊົນພາຍໃນ 100%.

ໂດຍ: ວຽງສະຫວັນ

KPL

ຂ່າວອື່ນໆ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

    • ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028ທ່ອງທ່ຽວ

      ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

      2/25/2026 2:15:59 PM

      ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

    • ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ  2 ລ້ານຄົນທ່ອງທ່ຽວ

      ປີນີ້ ຄາດວ່າຈະມີນັກທ່ອງທ່ຽວ ຈີນເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານຄົນ

      2/23/2026 10:59:07 AM

      ຂປລ. ປີ 2026 ນີ້ ຄາດວ່າຈະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບ ເນື່ອງມາຈາກແຮງຍູ້ໜູນຂອງສອງ ປະເທດພວມກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກ ກັບຄວາມສົນໃຈຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງ ຫລວງຫລາຍ

ads
ads

Top