ຂປລ
ນັບແຕ່ປີ 1979 ເປັນຕົ້ນມາໂດຍເລີ່ມຈາກພຶດຕິກຳຕົວຈິງຂອງປະເທດເຮົາ ແລະ ມີການສະດຸ້ງໄວ້ຕໍ່ທ່າອ່ຽງຂອງຍຸກສະໄໝ.
*ນັບແຕ່ປີ 1979 ເປັນຕົ້ນມາໂດຍເລີ່ມຈາກພຶດຕິກຳຕົວຈິງຂອງປະເທດເຮົາ ແລະ ມີການສະດຸ້ງໄວ້ຕໍ່ທ່າອ່ຽງຂອງຍຸກສະໄໝ. ພັກເຮົາ ຈຶ່ງໄດ້ເລີ່ມການປ່ຽນແປງໃໝ່, ໃນວັນ 13 ພະຈິກ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໄດ້ວາງແນວທາງປ່ຽນແປງໃໝ່ອອກພ້ອມທັງໄດ້ຜັນຂະຫຍາຍການປະຕິວັດເຂົ້າໃນຫລາຍຂົງເຂດ ແລະ ຖອດຖອນໄດ້ບົດຮຽນຈາກພຶດຕິກຳນຳພາຢ່າງເປັນປົກກະຕິ, ບູລະນະແນວທາງໃຫ້ເປັນອັນລະອຽດ ແລະ ສົມບູນເລື້້ອຍໆ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະໄໝທີ IV ປະກອບມີ 60 ສະຫາຍ, ໃນນັ້ນ ກຳມະການສົມບູນ 51 ສະຫາຍ ແລະ ກຳມະການສຳຮອງ 9 ສະຫາຍ. ກອງປະຊຸມຄົບຄະນະຄັ້ງທີໜຶ່ງ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ IV) ໄດ້ເລືອກຕັ້ງກຳມະການກົມການເມືອງສົມບູນ 11 ສະຫາຍ.
ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ໄດ້ສະເໜີຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່. ລາຍງານການເມືອງໄດ້ສະຫລຸບສັງລວມ ແລະ ຕີລາຄາສະພາບການຮອບດ້ານ, ລາຍງານການເມືອງໄດ້ຂະຫຍາຍ ເພີ່ມເຕີມແນວທາງການປະຕິວັດທີ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກວາງອອກ ແລະ ເຮັດໃຫ້ເປັນອັນລະອຽດຕື່ມອີກກ້າວໜຶ່ງ, ເປັນຕົ້ນໄດ້ເນັ້ນເຖິງການປ່ຽນແປງໃໝ່ດ້ານຈິນຕະນາການ, ດັດແປງກົນໄກຄຸ້ມຄອງເສດຖະກິດ ແລະ ແບບແຜນວິທີເຮັດວຽກ.

ກອງປະຊຸມຖອດຖອນ 5 ບົດ ຮຽນສຳຄັນຈາກພຶດຕິກຳ 10 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດດັ່ງນີ້: ໜຶ່ງ: ເພີ່ມທະວີການນຳພາຮອບດ້ານຂອງພັກ, ວາງແນວທາງອອກຢ່າງທັນການ ແລະ ບູລະນະຢ່າງບໍ່ຢຸດຢັ້ງ, ທັງ ຍຶດໝັ້ນການຈັດຕັ້ງປະຕິບັດແນວທາງນັ້ນໃຫ້ປາກົດຜົນເປັນຈິງ; ສອງ: ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ເປັນສາເຫດອັນສຳຄັນຍິ່ງແຫ່ງໄຊຊະນະທຸກຢ່າງຂອງການປະຕິວັດປະເທດເຮົາ; ສາມ: ຕ້ອງຕິດແໜ້ນກັບຮາກຖານ, ສຸມໃສ່ກ່ໍສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດເປັນຢ່າງດີ ແລະ ດຳເນີນການປະຕິວັດສາມປະການໄປພ້ອມໆກັນ; ສີ່: ໃນທຸກການເຄື່ອນໄຫວດ້ານເສດຖະກິດ ຕ້ອງຮູ້ໝູນໃຊ້ບັນດາເກນພາວະວິໄສ ແລະ ຄິດໄລ່ເຖິງປະສິດທິຜົນທາງເສດຖະ ກິດ-ສັງຄົມ ແລະ ຫ້າ: ການຮ່ວມມືຮອບດ້ານກັບບັນດາປະເທດສັງຄົມນິຍົມ ເປັນປັດໄຈທີ່ຂາດບໍ່ໄດ້. ກ່ອນອື່ນໝົດແມ່ນສະຫະພາບໂຊວຽດ, ກໍ່ສ້າງກ້ອນກຳລັງຮ່ວມສຳພັນພິເສດລະຫວ່າງ ປະເທດເຮົາກັບຫວຽດນາມ ແລະ ກຳປູເຈຍ, ນຳໃຊ້ບັນດາເງື່ອນໄຂອັນສະດວກ ຂອງຍຸກສະໄໝເປັນປັດໄຈທີ່ຂາດບໍ່ໄດ້ໃນການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ.
ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ເທື່ອທີ 5,6,7,8 (ສະໄໝທີ IV) ໄດ້ວາງແຜນນະໂຍບາຍປ່ຽນແປງໃໝ່ ດ້ານຈິນຕະນາການ ເປັນຕົ້ນແມ່ນຈິນຕະນາການດ້ານເສດຖະກິດ, ຫັນເອົາເສດຖະກິດທຳມະຊາດ ໄປສູ່ເສດຖະກິດຜະລິດສິນຄ້າ, ກຳນົດລັກສະນະຂອງການປະຕິວັດລາວຄືນໃໝ່ ແລະ ກຳນົດ 6 ຫລັກການແຫ່ງການປ່ຽນແປງໃໝ່ ຄື:
ຫລັກການທີ 1: ຍຶດໝັ້ນຈຸດ ໝາຍສັງຄົມນິຍົມ, ກຳແໜ້ນລັກສະນະຂອງການປະຕິວັດ ຢູ່ປະເທດເຮົາໃນໄລຍະໃໝ່.
ຫລັກການທີ 2: ຍຶດໝັ້ນລັດທິ ມາກ-ເລນິນ ເປັນພື້ນຖານແນວຄິດຂອງພັກເຮົາ ແລະ ໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບຈຸດພິເສດຂອງປະເທດເຮົາ.
ຫລັກການທີ 3: ຍຶດໝັ້ນໃນການນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກບົນພື້ນຖານຫລັກການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ.
ຫລັກການທີ 4: ເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ເອົາປະຊາຊົນເປັນກົກ ພາຍໃຕ້ການນຳພາຂອງພັກ.
ຫລັກການທີ 5:ເພີ່ມທະວີກຳລັງ ແຮງ ແລະ ຄວາມສັກສິດ ຂອງລະບົບອຳນາດປະຊາທິປະໄຕ ປະຊາຊົນ ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ, ຕ້ານປາກົດການພະຍາດອາຍາສິດທຸກຮູບແບບ.
ຫລັກການທີ 6: ເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ, ສົມທົບກຳລັງແຮງຂອງຍຸກສະໄໝ.
ແນວທາງ ແລະ ແຜນນະໂຍບາຍຕ່າງໆທ່ີພັກວາງອອກໃນແຕ່ລະໄລຍະດັ່ງກ່າວ ໄດ້ຄ່ອຍໆຊຶມເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າ, ໄດ້ຮັບການສະໜັບສະໜູນ ແລະ ສະໜອງຕອບຢ່າງສຸດອົກສຸດໃຈ ຈາກປະຊາຊົນພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກ (ວັນທີ 12-14 ມີນາ 2001) ນອກຈາກໄດ້ຢັ້ງຢືນສືບຕໍ່ຜັນຂະຫຍາຍແນວທາງ ແລະ ຈິນຕະນາການກ່ຽວກັບການປ່ຽນແປງໃໝ່ຢ່າງຮອບດ້ານເປັນຕົ້ນແມ່ນເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ ດ້ວຍການກຳນົດແນວທາງຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ; ສືບຕໍ່ສ້າງ ແລະ ບູລະນະພັກໃຫ້ມີຄວາມເຂັ້ມແຂງຮູ້ນຳພາຮອບດ້ານ, ກໍ່ສ້າງພື້ນຖານວັດທະນະທຳໃໝ່ທີ່ສີວິໄລ; ກອງປະຊຸມໄດ້ວາງຄາດໝາຍ ສູ້ຊົນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ສຳລັບໄລຍະຮອດ ປີ 2020 ດັ່ງນີ້: ເຮັດໃຫ້ປະເທດເຮົາຫລຸດພົ້ນຈາກດ້ອຍພັດທະນາ, ເປັນປະເທດທ່ີມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບ-ປອດໄພ ທາງສັງຄົມຢ່າງໜັກແໜ້ນ; ເສດຖະກິດຂະຫຍາຍຕົວຕໍ່ເນ່ືອງ ແລະ ໝັ້ນທ່ຽງດ້ວຍຈັງຫວະໄວພໍສົມຄວນ; ປະຊາຊົນມີຊີວິດການເປັນຢູ່ລື່ນລະດັບປັດຈຸບັນ 3 ເທ່ົາ, ເສດຖະກິດແຫ່ງຊາດມີພື້ນຖານອັນໝັ້ນຄົງ ດ້ວຍໂຄງປະກອບກະສິກຳ-ປ່າໄມ້ຕິດແໜ້ນກັບ ອຸດສາຫະກຳ ແລະ ບໍລິການທີີ່ມີຄວາມ ສົມສ່ວນ ແລະ ຕັ້ງໜ້າ; ເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ໄດ້ເປັນລະບົບ ແລະ ມີປັດໄຈພື້ນຖານແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ບັນດາພາກສ່ວນເສດຖະກິດລ້ວນແຕ່ຂະຫຍາຍຕົວຢ່າງກົມກຽວ ແລະ ເປັນອົງປະກອບກຳລັງແຮງຂອງເສດຖະກິດຮ່ວມມືຂອງປະຊາຊົນ ກວມສ່ວນຫລາຍໃນເສດຖະກິດແຫ່ງ ຊາດ; ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກປະຊາຊົນປະຕິວັດ ລາວ ເປັນແກນນຳມີຄວາມໝັກ ແໜ້ນ, ລັກສະນະລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ສະແດງອອກຈະແຈ້ງ, ສິດທິຂອງພົນລະເມືອງ ມີການຮັບປະກັນດ້ວຍການຄຸ້ມຄອງຕາມກົດໝາຍທີ່ສັກສິດ, ປະຊາຊົນບັນດາເຜົ່າຄວາມສາມັກຄີເປັນປຶກແຜ່ນ, ມີລະດັບການສຶກສາທົ່ວໄປຈົບມັດທະຍົມຕອນຕົ້ນ, ໄດ້ຮັບບໍລິການດ້ານສາທາລະນະສຸກຢ່າງ ທົ່ວເຖິງ ແລະ ມີເງື່ອນໄຂພັດທະນາຕົນເອງດີຂຶ້ນ; ວັດທະນະທຳອັນດີງາມຂອງຊາດໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃຫ້ອຸດົມຮັ່ງມີຕື່ມອີກ. ມີການພົວພັນຮ່ວມມືອດັນກວ້າງຂວາງກັບນາໆຊາດ ເພື່ອຜົນປະໂຫຍດ ອັນຊອບທຳຂອງຊາດ ແລະ ສາມາດເຂົ້າຮ່ວມໃນການເຄື່ອນໄຫວສາກົນໄດ້ຢ່າງເປັນເຈົ້າການ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ VIII ຂອງພັກ (ວັນທີ18- 21 ມີນາ 2006) ໄດ້ທົບທວນຄືນ ແນວທາງປ່ຽນແປງໃໝ່ ແລະ ໄດ້ສະຫລຸບຕີລາຄາຜົນໄດ້ຈາກການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໃນ 20 ປີຜ່ານມາ ດັ່ງນີ້: ໜຶ່ງ: ແນວທາງ ການປ່ຽນແປງໃໝ່ ແມ່ນຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຖືກກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ, ບັນຊັ້ນຄົນ ແລະ ໄດ້ຮັບການສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ເປັນປັດໄຈຮັບປະກັນສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ; ສອງ: ແນວທາງປ່ຽນແປງໃໝ່ໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດໃໝ່ໃຫ້ແກ່ການຂຸດຄົ້ນກຳລັງແຮງສັງລວມພາຍໃນ ຊາດ ສົມທົບກັບກຳລັງແຮງຂອງສາ ກົນເຂົ້າໃນການພັດທະນາ, ເຮັດໃຫ ເສດຖະກິດແຫ່ງຊາດມີຊີວິດຊີວາ ແລະ ຂະຫຍາຍຕົວຕໍ່ເນື່ອງຕະຫລອດໄລຍະ 20 ປີ ໃນລະດັບສະເລ່ຍ 6,2% ເຊິ່ງ ໄດ້ເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນສະເລ່ຍຕາມຫົວຄົນເພີ່ມຂຶ້ນ 2 ເທົ່າ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂ້ຶນລື່ນແຕ່ກ່ອນຢ່າງຈະແຈ້ງ; ສາມ: ແນວທາງປ່ຽນແປງໃໝ່ໄດ້ກຳນົດທິດຢ່າງຖືກຕ້ອງ ແລະ ຮັບປະກັນປັບປຸງລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ເປັນຕົ້ນແມ່ນໄດ້ເຮັດໃຫ້ບົດບາດນຳພາຂອງພັກ ໄດ້ຮັບການເຊີດຊູສູງຂຶ້ນ ແລະ ເຮັດໃຫ້ຄວາມສາມັກຄີປອງດອງຂອງປວງຊົນລາວບັນດາເຜົ່າແໜ້ນແຟ້ນຍິ່ງຂຶ້ນ; ສີ່: ຕະຫລອດໄລຍະ 20 ປີຜ່ານມາ, ພັກ ໄດ້ເອົາໃຈໃສ່ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່ງງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືປະຕິບັດນະໂຍບາຍແບບຫລາຍທິດຫລາຍຝ່າຍ ແລະ ຫລາຍຮູບແບບເປີດກວ້າງ ເປັນແຕ່ລະບາດກ້າວ ຢ່າງເໝາະສົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ເຮັດໃຫ້ບົດບາດ, ອິດທິພົນຂອງພັກ ແລະ ປະເທດເຮົາສູງເດັ່ນຂຶ້ນເລື້ອຍໆໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກອງປະຊຸມໃຫຍ່ໄດ້ຊີ້ໃຫ້ເຫັນຂໍ້ຄົງຄ້າງເພື່ອສືບຕໍ່ແກ້ໄຂ ແລະ ກອງປະຊຸມໄດ້ນຳນົດ 8 ຕາດ ໝາຍສູ້ຊົນແຕ່ລະໄລຍະ ແລະ ວາງ 7 ທິດທາງໜ້າທີ່ເພື່ອເປັນທິດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງຕໍ່ໄປ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ພັກປະຊາຊົນ ປະຕິວັດລາວ (ໃນວັນທີ 17-21 ມີນາ 2011), ໄດ້ໄຈ້ແຍກຢ່າງເລິກເຊິ່ງ ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ຈາກນັ້ນໄດ້ຮັບຮອງເອົາຂ້ໍສະຫລຸບທີ່ເປັນບົດຮຽນ ກ່ຽວກັບການນຳພາຈັດຕັ້ງປະຕິ ບັດແນວທາງຂອງພັກໃຫ້ມີຜົນສຳເລັດ; ກອງປະຊຸມໃຫຍ່ໄດ້ເປັນ ເອກະພາບຮັບຮອງເອົາຄາດໝາຍໃຫຍ່ ທີ່ສຳຄັນຈຳນວນໜຶ່ງ ເພື່ອສູ້ຊົນປະຕິບັດສຳລັບໄລຍະແຕ່ນີ້ເຖິງປີ 2015 ໃຫ້ເປັນຈິງດັ່ງນີ້: ໜຶ່ງ: ສະຖຽນລະພາບທາງດ້ານການເມືອງມີຄວາມ ໜັກແໜ້ນ ບົນພື້ນຖານການປັບປຸງ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ທີ່ພັກເຮົາເປັນແກນນຳໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ມີປະຊາທິປະໄຕ, ຄວາມເປັນປຶກແຜ່ນພາຍໃນຊາດ ແລະ ຄວາມສາມັກຄີປອງດອງລະຫວ່າງເຜົ່າ ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ສອງ: ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນ່ືອງ ແລະ ໝັ້ນທ່ຽງ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພ່ີມຂຶ້ນ 8% ໄປໃນແຕ່ລະປີ ແລະ ເມື່ອຮອດປີ 2015 ລວມຍອດມູນຄ່າຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາສະຫະລັດ; ຫັນການພັດທະນາໄປຕາມທິດທີ່ຍືນຍົງດ້ວຍການສົມທົບຢ່າງກົມກຽມການພັດທະນາທາງດ້ານສັງຄົມ, ວັດທະນະທຳໄປສົມຄູ່ກັບການພັດທະນາເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ດຳເນີນຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ; ສາມ: ເມື່ອຮອດປີ 2015 ອັດຕາສ່ວນຄອບຄົວທຸກຍາກຍັງເຫລືອບໍ່ເກີນ 10% ຂອງຈຳນວນຄອບຄົວໃນທົ່ວປະເທດ, ປະຕິບັດລະບອບການສຶກສາຊັ້ນປະຖົມພາກບັງຄັບໃຫ້ເປັນຈິງ ແລະ ໃຫ້ພົນລະເມືອງສ່ວນໃຫຍ່ມີລະດັບການສຶກສາຈົບມັດທະຍົມຕອນຕົ້ນ ແລະ ມີອາຍຸຍືນສະເລ່ຍ 68,3 ປີ; ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (MDGs). ວັດທະນະທຳແຫ່ງຊາດຍັງຄົງຄຸນຄ່າອັນດີງາມ ແລະ ໄດ້ຮັບການສືບທອດ, ເສີມຂະຫຍາຍໃຫ້ອຸດົມຮັ່ງມີ; ສີ່: ສປປ ລາວ ມີເພື່ອນມິດສາກົນຢ່າງກວ້າງຂວາງ, ສາມາດເຂົ້າຮ່ວມໃນຂະບວນວິວັດແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນໄດ້ຢ່າງເປັນເຈົ້າການ, ທັງມີການປະກອບສ່ວນອັນຕັ້ງໜ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ສາກົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ພັກປະຊາຊົນປະຕິວັດ ລາວ (ວັນທີ 18-22 ມັງກອນ 2016) ເຊິ່ງກອງປະຊຸມໃຫຍ່ຄັ້ງນີ້ ມີແນວຄິດຊີ້ນຳກວມລວມພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພ່ີມທະວີ ມະຫາສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.” ພ້ອມນັ້ນໄດ້ຮັບຮອງ ເອົາຂໍ້ສະຫລຸບ 7 ປະການ ເຊິ່ງເປັນ ບົດຮຽນອັນປະເສີດທີ່ຖອດຖອນໄດ້ ຈາກພຶດຕິກຳແຫ່ງການຈັດຕັ້ງນຳພາ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ 30 ປີແຫ່ງການປ່ຽນແປງ ໃໝ່ ພ້ອມກັນນັ້ນ ກໍໄດ້ກຳນົດ 7 ທິດ ທາງໜ້າທີ່ໃຫຍ່ສຳລັບໄລຍະຕໍ່ໜ້າ ແລະ ໄດ້ຟັງລາຍງານກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025) ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄ້ັງທີ VIII (2016-2020) ເຊິ່ງຄຳຂວັນວິໄສທັດ ແລະ ຍຸດທະສາດຂອງການພັດທະນາແມ່ນ “ສູ້ຊົນພັດ ທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2020, ກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.
ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ (ວັນທີ 13-15 ມັງກອນ 2021) ໄດ້ ຊີ້ໃຫ້ເຫັນບັນຫາຄົງຄ້າງຕົ້ນຕໍຈຳນວນໜຶ່ງຂອງພັກ, ຂອງປະເທດຊາດ;ໃນ ນັ້ນອັນສຳຄັນຕົ້ນຕໍແມ່ນ: 1. ຄວາມ ສາມາດໃນການຄົ້ນຄວ້າປະດິດສ້າງຈາກພຶດຕິກຳ ເພື່ອເປັນພື້ນຖານແກ່ ການຊີ້ນຳແກ້ບັນຫາຕົວຈິງຂອງພັກເຮົາຍັງຈຳກັດ; 2. ພື້ນຖານເສດຖະກິດແຫ່ງຊາດ ບໍ່ທັນເຂັ້ມແຂງ ແລະ ເປັນເຈົ້າຕົນເອງ; 3. ບັນຫາຫຍໍ້ທໍ້ຕ່າງໆພາຍໃນກົງຈັກການຈັດຕ້ັງພັກ-ລັດ ແລະ ໃນສັງຄົມ ຍັງບໍ່ທັນໄດ້ຮັບການ ແກ້ໄຂ ແລະ ບໍ່ທັນສ້າງການຫັນປ່ຽນ ໃໝ່ທີ່ຈະແຈ້ງ.ບົນພື້ນຖານການຕີລາຄາສະພາບ ຜ່ານມາດັ່ງກ່າວ, ພັກເຮົາໄດ້ສະຫລຸບສັງລວມ ແລະ ຖອດໄດ້ບົດຮຽນໃຫຍ່ 4 ປະການ ເພື່ອເປັນບ່ອນອີງສຳຄັນ ໃນການນຳພາ ແລະ ປັບປຸງ. ພ້ອມນັ້ນ ກໍໄດ້ວາງທິດທາງ, ຄາດໝາຍໃຫຍ່ ໃນຊຸມປີຕໍ່ໜ້ານີ້ດ້ວຍການຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແລະ ດ້ວຍຄວາມຈົງຮັກພັກດີຕ່ໍອຸດົມການ ແລະ ວັດຖຸປະສົງອັນສູງສົ່ງຂອງພາລະກິດ ປະຕິວັດໃນການນຳພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ທິດທາງຕົ້ນຕໍທັງເປັນເປົ້າໝາຍໃຈ ກາງຂອງການບູລະນະລະບອບປະ ຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງ ຂຶ້ນໃນຊຸມປີຕໍ່ໜ້າ ແມ່ນຖືເອົາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເປັນໜ້າທີ່ພື້ນຖານ ແລະ ຕ້ອງປະຕິບັດຢ່າງເປັນປະຈຳ; ການພັດທະນາເສດຖະກິດ ລວມທັງການ ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ແລະ ບັນຫາໜີ້ສິນເປັນໜ້າທີ່ໃຈກາງ; ພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານມີສີມືໃຫ້ແກ່ບັນດາໂຄງການພັດທະນາໃນຂົງເຂດຕ່າງໆ ເປັນໜ້າທີ່ແຖວໜ້າ; ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກ ງານ ເປັນອັນຕັດສິນຕໍ່ພາລະກິດປົກປັກຮັກສາ ແລະ ການປະຕິບັດຍຸດທະສາດພັດທະນາປະເທດຊາດ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງ ເອົາ 8 ແຜນນະໂຍບາຍໃຫຍ່ ຕໍ່ແຕ່ລະ ຂົງເຂດວຽກງານ. ຈາກນັ້ນ, ກໍໄດ້ຫັນເປັນອັນລະອຽດ ຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຊິ່ງໄດ້ເລ່ັ່ງໃສ່ການພັດທະນາໄປສູ່ ຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ ໂດຍກຳນົດ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການ ບູລິມະສິດຈຳນວນໜຶ່ງ.ຕະຫລອດໄລຍະແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນປະຕິວັດລາວ, ທຸກບາດ ກ້າວເດີນທຸກໄຊຊະນະ ຂອງປະຊາຊົນ ລາວ ໃນການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ລ້ວນແຕ່ຕິດພັນກັບການນຳພາຂອງ ພັກ. ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດລາວ, ພັກໄດ້ນຳພາປວງຊົນ ທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍການນຳພາອັນຖືກຕ້ອງຂອງພັກ, ປະຊາຊົນລາວໄດ້ທັບມ້າງທຸກກົນອຸບາຍເລ່ຫລ່ຽມດ້ວຍ ຫລາຍຮູບຫລາຍສີຂອງບັນດາອິດທິກຳລັງປໍລະປັກ ທີ່ຫວັງທຳລາຍມ້າງເພລະບອບໃໝ່ຂອງລາວ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ພັກໄດ້ນຳພາປວງຊົນເສີມຂະຫຍາຍມູນເຊື້ອດຸ ໝັ້ນຂະຫຍັນພຽນ, ຄວາມປະດິດສ້າງ ແລະ ຈິດໃຈເອກະລາດ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງປະຊາຊົນບັນດາເຜົ່າ ແລະ ປົວແປງຊີວິດການເປັນຢູ່ໃຫ້ເປັນປົກກະຕິ ແລະ ດີຂຶ້ນເປັນກ້າວໆ.
KPL