ໄວໜຸ່ມລາວ 21 ຄົນ ເຂົ້າຮ່ວມໂຄງການແລກປ່ຽນໄວໜຸ່ມ ທີ່ຍີ່ປຸ່ນ

02/03/2023 09:08
Email Print 5158
ຂປລ ຂປລ. ໄວໜຸ່ມລາວ ຈຳນວນ 21 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມແລກປ່ຽນ ບົດຮຽນກ່ຽວກັບ ເຕັກໂນໂລຊີ ວິທະຍາສາດ ແລະ ການຜະລິດ ໃນວັນທີ 28 ກຸມພາ ຜ່ານມາ ເຊິ່ງຈັດ ຂຶ້ນພາຍໃຕ້ ໂຄງການແລກປ່ຽນລະຫວ່າງ ຄົນສູ່ຄົນ ແນໃສ່ໄວໜຸ່ມ ລະຫວ່າງ ຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ 2022 (JENESYS) ​ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ.

ຂປລ. ໄວໜຸ່ມລາວ ຈຳນວນ 21 ຄົນ ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມແລກປ່ຽນ ບົດຮຽນກ່ຽວກັບ ເຕັກໂນໂລຊີ ວິທະຍາສາດ ແລະ ການຜະລິດ ໃນວັນທີ 28 ກຸມພາ ຜ່ານມາ ເຊິ່ງຈັດ ຂຶ້ນພາຍໃຕ້ ໂຄງການແລກປ່ຽນລະຫວ່າງ ຄົນສູ່ຄົນ ແນໃສ່ໄວໜຸ່ມ ລະຫວ່າງ ຍີ່ປຸ່ນ ແລະ ຂົງເຂດອາຊີ-ປາຊີຟິກ 2022 (JENESYS) ​ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ.

ໂຄງການດັ່ງກ່າວ ແມ່ນເນັ້ນໃສ່ການແນະນຳ ກ່ຽວກັບເຕັກໂນໂລຊີ ທີ່ທັນສະໄໝຢູ່ຍີ່ປຸ່ນ, ເຊິ່ງໄວໜຸ່ມທັງ 21 ຄົນນີ້ ໄດ້ຖືກຄັດເລືອກໂດຍ ການຮ່ວມມືກັນກັບ ກະຊວງສຶກສາທິການ ແລະ ກິລາ ໃນນາມທີ່ໄດ້ເປັນຜູ້ເຂົ້າຮ່ວມ ສໍາລັບໂຄງການ JENESYS 2019. ຫລັງຈາກທີ່ໄດ້ເລື່ອນມາເປັນເວລາ 3 ປີ ຍ້ອນສະພາບການລະບາດ ຂອງພະຍາດໂຄວິດ-19. ບັນດາຜູ້ເຂົ້າຮ່ວມໂຄງການດັ່ງກ່າວ, ຈະໄດ້ໄປຢ້ຽມຊົມ ນະຄອນຫລວງ ໂຕກຽວ ແລະ ແຂວງຮອກໄກໂດ. ພ້ອມນີ້, ຈະໄດ້ເຂົ້າຮ່ວມການປາຖະກະຖາ, ຢ້ຽມຊົມສະຖານທີ່ ແລະ ອຸດສາຫະກໍາຕ່າງໆ ທີ່ກ່ຽວພັນກັນກັບເຕັກໂນໂລຊີ ແລະ ນະວັດຕະກຳທີ່ພົ້ນເດັ່ນຂອງຍີ່ປຸ່ນ, ແລກປ່ຽນປະສົບການ ໃນບັນດາງານ ວັດທະນະທຳທີ່ແຕກຕ່າງ, ການປະຊຸມ ແລະ ການປຶກສາຫາລື ກັບຄົນທ້ອງຖິ່ນ ຢູ່ຍີ່ປຸ່ນ. ນອກຈາກນີ້, ຜູ້ເຂົ້າຮ່ວມ ຈະໄດ້ແບ່ງປັນປະສົບການຕ່າງໆຂອງພວກເຂົາ, ສົ່ງເສີມຄວາມເຂົ້າໃຈ ຂອງທັງສອງປະເທດ ຈາກປະສົບການ, ຮຽນຮູ້ໃນສິ່ງຕ່າງໆ ແລະ ເຂົ້າໃຈກັບຜູ້ຄົນໃນວົງທີ່ກວ້າງກວ່າ ໂດຍນໍາໃຊ້ເຄືອຂ່າຍສັງຄົມອອນລາຍ ໃນຕະຫລອດໄລຍະເວລາ 7 ວັນທີ່ອາໄສ ຢູ່ຍີ່ປຸ່ນ ແລະ ຫລັງຈາກກັບຄືນປະເທດ.

ໄລຍະຜ່ານມາ, ມີໄວໜຸ່ມລາວຫລາຍກວ່າ 2.200 ຄົນເຄີຍໄປຍີ່ປຸ່ນ ເພື່ອເຂົ້າຮ່ວມໂຄງການດັ່ງກ່າວ ນັບຕັ້ງແຕ່ການສ້າງຕັ້ງໂຄງການ ໃນປີ 2007 ເປັນຕົ້ນມາ ​ແລະ ຫວັງ​ວ່າ ໂຄງການດັ່ງກ່າວ ຈະສືບຕໍ່ສົ່ງເສີມຄວາມເຊື່ອໃຈ ສອງຝ່າຍ ແລະ ຄວາມເຂົ້າໃຈລະຫວ່າງ ໄວໜຸ່ມຂອງປະເທດ ທີ່ເຂົ້າຮ່ວມນໍາກັນ ເພື່ອສ້າງພື້ນຖານທີ່ເຂັ້ມແຂງ ໃຫ້ກັບສາຍພົວ ພັນມິດຕະພາບທີ່ຍາວນານ ໂດຍສະເພາະ ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top