ຄວນໄປສໍາຜັດມົນສະເໜ່ແຫລ່ງທ່ອງທ່ຽວ 149 ແຫ່ງ ຢູ່ແຂວງໄຊຍະບູລີ

01/03/2023 11:49
Email Print 761
ຂປລ ສະເໜ່ຂອງແຂວງໄຊຍະບູລີ ບໍ່ໄດ້ມີຊື່ສຽງໂດ່ງດັງພຽງ “ ບຸນຊ້າງ ” ເທົ່ານັ້ນ ຫາກຍັງຂຶ້ນຊື່ລືນາມທີ່ເປັນເອກະລັກສະເພາະ ຂອງ ແຂວງ ກ່ຽວກັບເຜົ່າຕອງເຫລືອງ, ຕົ້ນໝາກຂາມ 300 ປີ, ຕົ້ນໄມ້ຂ່າໃຫ່ຍ 9 ວາ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນແຂວງ ດັ່ງກ່າວ ມີແຫລ່ງທ່ອງທ່ຽວດ້ານວັດທະ ນະທໍາ, ທໍາມະຊາດ, ປະຫວັດສາດ ແລະ ວິຖີຊີວິດແບບທ້ອງຖິ່ນທັງໝົດ 149 ແຫ່ງ.

ສະເໜ່ຂອງແຂວງໄຊຍະບູລີ ບໍ່ໄດ້ມີຊື່ສຽງໂດ່ງດັງພຽງ ບຸນຊ້າງ ເທົ່ານັ້ນ ຫາກຍັງຂຶ້ນຊື່ລືນາມທີ່ເປັນເອກະລັກສະເພາະຂອງແຂວງ ກ່ຽວກັບເຜົ່າຕອງເຫລືອງ, ຕົ້ນໝາກຂາມ 300 ປີ, ຕົ້ນໄມ້ຂ່າໃຫ່ຍ 9 ວາ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນແຂວງດັ່ງກ່າວ ມີແຫລ່ງທ່ອງທ່ຽວ ດ້ານວັດທະ ນະທໍາ, ທໍາມະຊາດ, ປະຫວັດສາດ ແລະ ວິຖີຊີວິດແບບທ້ອງຖິ່ນທັງໝົດ 149 ແຫ່ງ.

ດັ່ງທີ່ຮູ້ນໍາກັນ, ແຂວງໄຊຍະບູລີ ເປັນໜຶ່ງໃນຈໍານວນຫລາຍແຂວງຂອງ ສປປ ລາວ ທີ່ເປັນປ້ອມດ່ານໜ້າ ແລະ ເປັນແຂວງຍຸດທະສາດ ມີຊາຍແດນຕິດກັບປະເທດເພື່ອນບ້ານ ເຊັ່ນ ໄທ ແລະ ຍັງສາມາດເຊື່ອມຕໍ່ກັບ ບັນດາແຂວງພາກເໜືອ ມຸ່ງໜ້າສູ່ປະເທດຈີນ, ຫວຽດນາມ, ມຽນມາ ເຊິ່ງຕັ້ງ ຢູ່ທິດຕາເວັນຕົກສ່ຽງເໜືອ ຂອງປະເທດລາວ, ທິດເໜືອຕິດກັບແຂວງບໍ່ແກ້ວ, ທິດຕາເວັນອອກຕິດກັບແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງວຽງຈັນ; ຊາຍແດນທິດຕາເວັນຕົກຕິດກັບ 6 ແຂວງ ຂອງລາຊະອານາຈັກໄທ ( ແຂວງຊຽງລາຍ, ພະເຍົາ, ນ່ານ, ອຸດຕຣາດິດ, ພິດ ສະນຸໂລກ ແລະ ແຂວງເລີຍ, ມີຄວາມຍາວ 647 ກິໂລແມັດ ). ເນື້ອທີ່ສ່ວນໃຫຍ່ຂອງເປັນພູດອຍ, ມີ 3 ທົ່ງພຽງໃຫຍ່ຄື: ທົ່ງພຽງເມືອງ ໄຊຍະບູລີ, ທົ່ງພຽງເມືອງພຽງ ແລະ ທົ່ງພຽງເມືອງຊຽງຮ່ອນ.

ຜູ້ຂຽນເຄີຍເດີນທາງໄປຢ້ຽມຢາມແຂວງດັ່ງກ່າວຫລາຍຄັ້ງ ແລະ ພົບວ່າມັນມີພູມສັນຖານທີ່ສະຫລັບຊັບຊ້ອນ, ອຸດົມສົມບູນໄປດ້ວຍຊັບພະຍາກອນ ທໍາມະຊາດນາໆຊະນິດໂດຍສະເພາະດິນດໍານໍ້າຊຸ່ມ, ມີເນື້ອທີ່ດິນກວ້າງຂວາງ ແລະ ຍາວຢຽດເໝາະສົມແກ່ການປູກຝັງ ລ້ຽງສັດ ແລະ ປູກ ພືດອຸດສາຫະກໍາເຊັ່ນ: ຝ້າຍ, ສາລີ, ໝາກເດືອຍ, ມັນຕົ້ນ, ຖົ່ວຕ່າງໆ, ໝາກງາ, ໝາກຂາມຫວານ, ໝາກກ້ຽງ. ນອກຈາກນັ້ນ ສິ່ງທີ່ເປັນເອກະລັກພິເສດ ຂອງແຂວງຄືຂະແໜງອຸດສາຫະກໍາ ທ່ອງທ່ຽວນັ້ນເອງທີ່ຂຶ້ນຊື່ລືນາມ ຄື: ບຸນຊ້າງ, ບຸນບັ້ງໄຟເມືອງພຽງ, ຊົນເຜົ່າຕອງເຫລືອງ, ຕົ້ນຂາມ 300 ປີ, ຕົ້ນໄມ້ຂ່າສູງ 14 ແມັດ ແລະ ກວ້າງ 9 ວາ ແລະ ອື່ນໆ. ແຕ່ເຖິງແນວໃດກໍດີ ແຂວງໄຊຍະບູລີ ຍັງມີທີ່ຕັ້ງໄດ້ປຽບຕ່າງຈາກແຂວງອື່ນໆ ຄື: ມີດ່ານສາກົນ 3 ແຫ່ງຄື: ດ່ານນໍ້າເຫືອງ ເມືອງແກ່ນທ້າວ, ດ່ານພູດູ່ ເມືອງ ປາກລາຍ, ດ່ານນໍ້າເງິນ ເມືອງເງິນ, ກຽມຂະຫຍາຍດ່ານປາງມອນ, ເມືອງຄອບ ອີກຕື່ມ 1 ແຫ່ງ, ພ້ອມນັ້ນ ມີຂົວຂ້າມແມ່ນໍ້າຂອງ 3 ແຫ່ງ ເຊິ່ງເປັນທ່າແຮງໃນການພົວພັນການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ ເຊິ່ງໄດ້ເອື້ອອໍານວຍ ໃຫ້ແກ່ການຄົມມະນາຄົມຂົນສົ່ງ, ຕິດຕໍ່ພົວພັນກັນລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງ ຕໍ່ ແຂວງ. ພ້ອມດຽວກັນນັ້ນ ທ່າແຮງບົ່ມຊ້ອນອີກອັນໜຶ່ງ ທີ່ຕ້ອງສັງເກດເບິ່ງອີກຄື: ການພັດທະນາເຂື່ອນໄຟຟ້າແຫ່ງຕ່າງໆ ພວມເກີດເປັນໜໍ່ແໜງ ການທ່ອງທ່ຽວໃໝ່ ເຊັ່ນ: ເຂື່ອນໄຟຟ້າແມ່ນໍ້າຂອງໄຊຍະບູລີ.

ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ນັບແຕ່ ສປປ ລາວ ໄດ້ເປີດປະເທດຄືນໃໝ່ ມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງໄຊຍະບູ 597.000 ກວ່າຄົນ ສ້າງລາຍຮັບ 2.500.000 ກວ່າ ໂດລາ, ພ້ອມດຽວກັນນີ້ ການໂຄສະນາການທ່ອງທ່ຽວຜ່ານບຸນຊ້າງ ທີ່ໄຊຍະບູລີປີນີ້ ໄດ້ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວແຂວງໄຊຍະບູລີ ນັບມື້ນັບຫລາຍຂຶ້ນ, ທັງເປັນການສ້າງລາຍຮັບ ໃຫ້ແກ່ຫົວໜ່ວຍທຸລະກິດ ຜູ້ປະກອບການທາງດ້ານ ການທ່ອງທ່ຽວ ການບໍລິການຕະຫລອດຮອດ ປະຊາຊົນບັນດາເຜົ່າຕື່ມອີກ.

ທ່ານ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ກ່າວອີກວ່າ: ນອກຈາກການຈັດງານຕະຫລາດນັດຕິດພັນ ກັບບຸນຊ້າງແລ້ວ ເພື່ອການຟຶ້ນຟູ ແລະ ດຶງດູດ ໃຫ້ນັກທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ, ແຂວງໄຊຍະບູລີ ຍັງຈະມີການຈັດບຸນປະເພນີ ຂອງບັນດາ 11 ເມືອງ ໃຫ້ຕິດພັນກັບການທ່ອງທ່ຽວ ທີ່ໂດດເດັ່ນແມ່ນບຸນຊ່ວງເຮືອ ທີ່ເມືອງໄຊຍະບູລີ, ບຸນກອງເຂົ້າໃຫຍ່ເມືອງພຽງ, ບຸນບັ້ງໄຟເມືອງທົ່ງມີໄຊ, ບຸນຜີໂຂນເມືອງປາກລາຍ ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນມານີ 2023 ນີ້. ນອກນັ້ນ, ແຂວງໄຊຍະບູລີ ຍັງໄດ້ກໍານົດເອົາແຫລ່ງທ່ອງທ່ຽວ ທີ່ໂດດ ເດັ່ນເຊັ່ນ: ວັດສີບຸນເຮືອງບ້ານໃຫຍ່, ພະເຈົ້າໃຫຍ່ວັດພູທອກ, ສວນຫໍຫລັກເມືອງ, ມີ 3 ສູນຊ້າງທີ່ຕິດພັນກັບງານບຸນຊ້າງ ປະຈໍາປີ 2023. ມາຮອດປັດຈຸບັນ, ທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 149 ແຫ່ງ, ທໍາມະຊາດມີ 107 ແຫ່ງ, ປະຫວັດສາດ 11 ແຫ່ງ ແລະ ວັດທະນະທໍາມີ 31 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນພັກ 192 ແຫ່ງ ແລະ ລີສອດ 6 ແຫ່ງ ສາມາດຮັບນັກທ່ອງທ່ຽວໄດ້ 5.000 ກວ່າຄົນຕໍ່ມື້. ສະເພາະ,ໃນປີ 2019 ມີນັກທ່ອງທ່ຽວເຂົ້າມາຜ່ານ ແຂວງໄຊຍະບູລີ 160. 000 ກວ່າຄົນ, ສ້າງລາຍຮັບໄດ້ 8  ລ້ານກວ່າໂດລາ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ແຂວງຄຳມ່ວນມີແຫລ່ງທ່ອງທ່ຽວ 145 ແຫ່ງສາມາດດຶງດູດນັກທ່ອງທ່ຽວທ່ອງທ່ຽວ

      ແຂວງຄຳມ່ວນມີແຫລ່ງທ່ອງທ່ຽວ 145 ແຫ່ງສາມາດດຶງດູດນັກທ່ອງທ່ຽວ

      3/23/2023 10:52:45 AM

      *ແຂວງຄຳມ່ວນເປັນອີກແຂວງໜຶ່ງຢູ່ພາກກາງຂອງປະເທດລາວເຮົາ ທັງເປັນແຂວງທີ່ມີແຫລ່ງ ທ່ອງ ທ່ຽວຫລາຍແຫ່ງ ທີ່ໜ້າດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ, ພັກ ຜ່ອນຍ່ອນອາລົມກໍວ່າໄດ້ ໂດຍລວມທັງໝົດແຫລ່ງທ່ອງທ່ຽວ ທີ່ຖືກພັດທະນາແລ້ວ ແລະ ຍັງບໍ່ ທັນພັດທະນາມີເກືອບ 210 ແຫ່ງ.

    •  ຫລວງພະບາງຕິດ 1 ໃນ 50 ສະຖານທີ່ທ່ອງທ່ຽວດີສຸດໃນໂລກ ທ່ອງທ່ຽວ

      ຫລວງພະບາງຕິດ 1 ໃນ 50 ສະຖານທີ່ທ່ອງທ່ຽວດີສຸດໃນໂລກ

      3/21/2023 11:16:20 AM

      ເບິ່ງປະເທດລາວໃນອີກມູມໜຶ່ງຜ່ານມົນສະເໜ່ຂອງເມືອງມໍລະດົກໂລກຫລວງພະບາງສູ່ສາຍຕາຊາວໂລກ ເຊິ່ງເມືອງດັ່ງ ກ່າວບໍ່ພຽງແຕ່ເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງຫລົງໄຫລໄຝຝັນຢາກມາສໍາຜັດກ່ອນກະສຽນບໍານານ ຫລື ສິ້ນລົມ ຫາຍເທົ່ານັ້ນ ແຕ່ຫາກຍັງຢາກເກັບຄວາມຊົງຈໍາ ແລະ ພາບທີ່ໜ້າປະທັບໃຈທີ່ສຸດໄວ້ຕະຫລອດໄປ.

    • ກຽມພັດທະນາແຫລ່ງທ່ອງທ່ຽວພູຫຍ້າຄາທ່ອງທ່ຽວ

      ກຽມພັດທະນາແຫລ່ງທ່ອງທ່ຽວພູຫຍ້າຄາ

      3/13/2023 3:19:32 PM

      ປີຜ່ານມາ, ຜູ້ຂຽນໄດ້ນໍາສະເໜີແຫລ່ງທ່ອງທ່ຽວທີ່ໜ້າມະຫັດສະຈັນອີກແຫ່ງໜຶ່ງໃນພາກເໜືອຂອງ ສປປ ລາວ ເຊິ່ງສິ່ງທີ່ພົບເຫລົ່ານັ້ນ ແມ່ນຊາກຫີນເກົ່າແກ່ ຄ້າຍກັບເກັດເຕົ່າ, ຫົວງູໃຫຍ່, ຮູບປາໂລມາ ແລະ ອື່ນໆ.

    • ຄຳມ່ວນເນັ້ນການທ່ອງທ່ຽວປອດໄພ ແລະ ຍືນຍົງ ທ່ອງທ່ຽວ

      ຄຳມ່ວນເນັ້ນການທ່ອງທ່ຽວປອດໄພ ແລະ ຍືນຍົງ

      3/1/2023 1:10:08 PM

      *ຄຳລຳທ່ອງທ່ຽວເມືອງລາວໃນໜ້າໜັງສືພິມປະເທດລາວສະບັບກ່ອນ ໍໄດ້ສະເໜີກ່ຽວແຂວງຄຳມ່ວນ ເນັ້ນການທ່ອງທ່ຽວແບບຍືນຍົງ ຄູ່ກັບຄວາມປອດໄພ ໃຫ້ທ່ານຜູ້ອ່ານແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕື່ມ ແລະ ຂໍເນັ້ນກ່ຽວກັບການບໍລິການ ດ້ານພາຫະນະ ໃຫ້ແກ່ນັກ ທ່ອງທ່ຽວ ທີ່ຍັງມີບາງຈຸດຕ້ອງໄດ້ເອົາໃຈໃສ່ແກ້ໄຂ.

    • ການທ່ອງທ່ຽວຕິດພັນກັບການອະນຸລັກທ່ອງທ່ຽວ

      ການທ່ອງທ່ຽວຕິດພັນກັບການອະນຸລັກ

      2/21/2023 1:47:19 PM

      * ເກືອບ 3 ປີ ທີ່ບໍ່ໄດ້ຈັດມະຫາກໍາບຸນຊ້າງ ຍ້ອນການລະບາດຂອງພະຍາດໂຄວິດນັ້ນເອງ ມາປີນີ້ ແຂວງໄຊຍະບູລີ ໄດ້ເປີດມະຫາກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ຢ່າງເປັນທາງການ ລະຫວ່າງວັນທີ 13-20 ກຸມພານີ້ທີ່ເດີ່ນສະໜາມ ຫລວງເທສະບານແຂວງ.

ads
ads

Top