ເປີດຊຸດຝຶກອົບຮົມພະນັກງານນຳທ່ຽວ ລະດັບຊາດ ຊຸດທີ 32

05/05/2025 11:28
Email Print 2197
ຂປລ ຂປລ. ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຊຸດທີ 32 ໃນລະຫວ່າງວັນທີ 5 ພຶດສະພາ ຫາ 22 ກໍລະກົດ 2025



ຂປລ. ສະຖາບັນສື່ມວນຊົນ
, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຊຸດທີ 32 ໃນລະຫວ່າງວັນທີ 5 ພຶດສະພາ ຫາ 22 ກໍລະກົດ 2025 ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ມີບັນດາ ຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າ ສະຖາບັນ, ຫົວໜ້າພະແນກ ຖວທ ນະຄອນຫລວງ, ຜູ້ຕາງໜ້າຈາກສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານ ນຳທ່ຽວ ເຂົ້າຮ່ວມ.




ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ
, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມ ໃນຄັ້ງນີ້, ແນໃສ່ສ້າງຖັນແຖວພະນັກງານນຳທ່ຽວ ໃຫ້ມີຄວາມເຂັ້ມແຂງ ແລະ ມີຈຳນວນພຽງພໍກັບຄວາມຕ້ອງການຕົວຈິງຂອງການທ່ອງທ່ຽວ ໃນ ສປປ ລາວ ໂດຍສຳມະນາກອນ ເຂົ້າຮ່ວມທັງໝົດ 90 ກວ່າຄົນ ຈະໄດ້ຮຽນຮູ້ ໃນຫລາຍວິຊາ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍການລົງພື້ນທີ່ແຫລ່ງທ່ອງທ່ຽວ ແລະ ສະແດງບົດບາດສົມມຸດເປັນພະນັກງານນຳທ່ຽວ ໃນພື້ນທີ່ແຫລ່ງທ່ອງທ່ຽວຕົວຈິງ ໂດຍມີຄະນະກຳມະການ ຕິດຕາມໃຫ້ຄະແນນ ຕາມເກນທີ່ກຳນົດໄວ້ ໂດຍໄດ້ເຊື້ອເຊີນຜູ້ບັນຍາຍພິເສດ ຈາກກົມກອງກ່ຽວຂ້ອງເພື່ອມາໃຫ້ ຄວາມຮູ້ເພີ່ມເຕີມກ່ຽວກັບການທ່ອງທ່ຽວລາວ ເປັນຕົ້ນຈາກກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ ລວມເຖິງສະມາຄົມ ທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານ ນຳທ່ຽວ. ພິເສດ ຍັງໄດ້ເຊີນເອົາອາຈານຈາກວິທະຍາໄລ ຈຽງຊູ ສປ ຈີນ ມາຮ່ວມບັນຍາຍກ່ຽວກັບວັດທະນະທຳ ແລະ ພຶດຕິກຳນັກທ່ອງທ່ຽວຈີນ ອີກດ້ວຍ. ພາຍຫລັງທີ່ສຳເລັດ ການຝຶກອົບຮົມແລ້ວ. ສະຖາບັນສື່ມວນຊົນ, ວັດທະນະ ທຳ ແລະ ທ່ອງທ່ຽວ ຈະໄດ້ ສົ່ງລາຍຊື່ສໍາມະນາກອນ ທີ່ໄດ້ຮັບການຢັ້ງຢືນການຝຶກອົບຮົມ ໃຫ້ກົມຄຸ້ມຄອງທຸລະກິດທ່ອງທ່ຽວ ເພື່ອອອກບັດນຳທ່ຽວ ໃນຂັ້ນຕໍ່ໄປ.




ໂອກາດນີ້
, ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ກໍຄື ສະຖາບັນ ສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆ ເຮັດໃຫ້ຊຸດ ຝຶກອົບຮົມຄັ້ງນີ້ ເປີດຂຶ້ນຕາມວັນເວລາທີ່ໄດ້ກຳນົດໄວ້ ເຊິ່ງຊຸດຝຶກອົບຮົມຄັ້ງນີ້, ມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ສໍາລັບວຽກງານພັດທະນາ ບຸກຄະລາກອນ ທ່ອງທ່ຽວລາວ ໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນເສດຖະກິດປາຍແຫລມ ຂະແໜງການໜຶ່ງ ທີ່ກະຕຸ້ນບັນດາຂະແໜງການອື່ນ ທີ່ເປັນຕ່ອງໂສ້ການບໍລິການໃຫ້ມີການພັດທະນາໄປພ້ອມໆກັນ, ຂະຫຍາຍການລົງທຶນເຂົ້າໃສ່ ບັນດາກິດຈະການຕ່າງໆ ເປັນຕົ້ນ ການຂົນສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳ ປິ່ນອ້ອມການທ່ອງທ່ຽວ ທີ່ພົວພັນທາງກົງ ແລະ ທາງອ້ອມຂອງການບໍລິການ, ສົ່ງເສີມໃຫ້ເກີດການຜະລິດພາຍໃນຢ່າງກວ້າງຂວາງ, ສາມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບ ຢ່າງກວ້າງຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍສະເພາະໃນເຂດທີ່ການທ່ອງທ່ຽວ ມີການຂະຫຍາຍຕົວ. ໃນນັ້ນ, ກໍລວມມີອາຊີບພະນັກງານນໍາທ່ຽວ ເຊິ່ງນໍາເອົາເງິນຕາຕ່າງ ປະເທດມາສູ່ປະເທດຊາດ ຂອງພວກເຮົາ ເປັນຈໍານວນຫລາຍພໍສົມຄວນ, ຊ່ວຍປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ໄດ້ວາງອອກເທື່ອລະກ້າວ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top