ລັດຖະບານຍີ່ປຸ່ນ ຊ່ວຍສ້າງອາຄານຮຽນ ຢູ່ແຂວງຈຳປາສັກ

28/02/2023 16:03
Email Print 2913
ຂປລ ຂປລ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ຢູ່ໂຮງຮຽນມັດທະຍົມສົມບູນໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ, ພ້ອມທັງສະໜອງ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນດັ່ງກ່າວ ເພື່ອສົ່ງເສີມການສຶກສາຂອງນັກຮຽນ ແລະ ຄູອາຈານແຂວງຈຳປາສັກ, ທັງ​ເປັນ​ການປະກອບສ່ວນ ເຂົ້າໃນການປັບປຸງສະພາບແວດລ້ອມ ການສຶກສາ ແລະ ສະພາບສຸຂະອານະໄມ ຂອງໂຮງຮຽນດັ່ງກ່າວ.

ຂປລ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ຢູ່ໂຮງຮຽນມັດທະຍົມສົມບູນໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ ລວມມູນຄ່າປະມານ 104.000 ໂດລາສະຫະລັດ, ພ້ອມທັງສະໜອງ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນດັ່ງກ່າວ ເພື່ອສົ່ງເສີມການສຶກສາຂອງນັກຮຽນ ແລະ ຄູອາຈານແຂວງຈຳປາສັກ, ທັງ​ເປັນ​ການປະກອບສ່ວນ ເຂົ້າໃນການປັບປຸງສະພາບແວດລ້ອມ ການສຶກສາ ແລະ ສະພາບສຸຂະອານະໄມ ຂອງໂຮງຮຽນດັ່ງກ່າວ. ພິທີເຊັນສັນຍາໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 24 ກຸມພາ 2023 ຜ່ານມາ ທີ່ນະຄອນຫວງວຽງຈັນ ໂດຍຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້, ຈະເປັນການປະ ກອບສ່ວນເຂົ້າໃນວຽກງານ ພັດທະນາ ຊັບພະຍາກອນມະນຸດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໂດຍສະເພາະແມ່ນ ວຽກງານການສຶກສາ ຂອງເມືອງສຸຂຸມາ. ໃນຫລາຍປີຜ່ານມາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ໃນຫລາຍດ້ານໃຫ້ແກ່ ແຂວງຈຳປາສັກ ເຊັ່ນ: ການກໍ່ສ້າງຕຶກປິ່ນປົວຄົນເຈັບ, ໂຮງໝໍແຂວງ ແລະ ໂຮງຮຽນຕ່າງໆ ເຊິ່ງສິ່ງດັ່ງກ່າວໄດ້ສົ່ງເສີມໃຫ້ແກ່ ການຍົກລະດັບໂຄງລ່າງພື້ນຖານ ແລະ ຍັງເປັນການເພີ່ມໂອກາດ ໃນການເຂົ້າສຶກສາຮ່ຳຮຽນຂອງເດັກ ນ້ອຍ ທີ່ດ້ອຍໂອກາດ ອີກດ້ວຍ.

ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ກ່າວວ່າ: ໂຄງການຊ່ວຍເຫລືອດັ່ງກ່າວ, ຈະຊ່ວຍໃຫ້ສະພາບແວດລ້ອມ ການສຶກສາຮ່ຳຮຽນຂອງນັກຮຽນ ແລະ ການສິດສອນຄູອາຈານ ໄດ້ຮັບການແກ້ໄຂ ພ້ອມທັງເປັນການຮັກສາ ແລະ ຍົກລະດັບສະພາບສຸຂະອານະໄມ ຂອງໂຮງຮຽນອີກເຊັ່ນກັນ. ປັດຈຸບັນ, ແຂວງຈຳປາສັກ ມີບໍລິສັດຍີ່ປຸ່ນ ຈຳນວນຫລາຍ ມາເຄື່ອນໄຫວທຸລະກິດ ແລະ ມີພະນັກງານທີ່ດີເດັ່ນຈຳນວນຫລາຍຈາກ ແຂວງຈຳປາສັກ ກຳລັງເຮັດວຽກຢູ່ໃນບໍລິສັດດັ່ງກ່າວ, ເຊິ່ງລັດຖະບານຍີ່ປຸ່ນ ຈະສືບຕໍ່ ໃຫ້ການຊ່ວຍເຫລືອ ໃນຫລາຍດ້ານ ລວມເຖິງດ້ານການສຶກສາ ເພື່ອສະໜັບສະໜູນ ການເພີ່ມຈຳ ນວນບຸກຄະລາກອນເຫລົ່ານີ້ ໃຫ້ຫລາຍຂຶ້ນ ແລະ ເປັນການຍົກລະດັບຄວາມສາມາດ ຂອງຊັບພະຍາ ກອນມະນຸດຂອງ ແຂວງຈຳປາສັກ.

ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ສະໜັບສະໜູນ ແຂວງຈຳປາສັກ ໃນດ້ານການສຶກສາ, ສາທາລະນະສຸກ ແລະ ໂຄງລ່າງພື້ນຖານຕ່າງໆ ລວມເປັນມູນຄ່າຫລາຍກວ່າ 780.000 ໂດລາສະຫະລັດ. ພ້ອມກັນນີ້, ປະເທດຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ປະເທດລາວ ໃນການປັບປຸງພື້ນຖານ ຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂ ຄວາມແຕກໂຕນໃນພາກພື້ນ.

KPL

ຂ່າວອື່ນໆ

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

ads
ads

Top