ນາຍົກລັດຖະມົນຕີ ຊີ້ນຳວຽກເສດຖະກິດ ແລະ ການທ່ອງທ່ຽວ ຢູ່ແຂວງຄໍາມ່ວນ

20/02/2023 14:40
Email Print 8688
ຂປລ ຂປລ. ໃນວັນທີ 18 ກຸມພາ 2023 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ກໍຄື ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ການນຳແຂວງຄຳມ່ວນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດເສດຖະກິດພິເສດ ແຂວງຄຳມ່ວນ, ແຫລ່ງທ່ອງທ່ຽວຂຸນກອງແລງ ແລະ ເຂົ້າຮ່ວມພິທີປິດ ການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ຕາມລໍາດັບ.




ຂປລ. ໃນວັນທີ 18 ກຸມພາ 2023 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ກໍຄື ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ການນຳແຂວງຄຳມ່ວນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດເສດຖະກິດພິເສດ ແຂວງຄຳມ່ວນ, ແຫລ່ງທ່ອງທ່ຽວຂຸນກອງແລງ ແລະ ເຂົ້າຮ່ວມພິທີປິດ ການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ
XII ຕາມລໍາດັບ.

         
ໃນຕອນເຊົ້າຂອງວັນດັ່ງກ່າວ, ທີ່ຫ້ອງການຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງຄຳມ່ວນ, ຄະນະຂອງ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບ ການພັດທະນາເຂດເສດຖະກິດພິເສດ ແລະ ການກໍ່ສ້າງໂຮງງານປຸງແຕ່ງນໍ້າມັນກາຊວນ ຂອງບໍລິສັດ ເອນີຈີ້ ດີເວີລອບເມັ້ນ ລາວ ຈຳກັດ ເຊິ່ງເຂດເສດຖະກິດພິເສດແຫ່ງນີ້ ໄດ້ສ້າງຕັ້ງໃນປີ 2012
, ມີເນື້ອທີ່ 1.035 ເຮັກຕາ. ມາຮອດປັດຈຸບັນ ມີ 32 ບໍລິສັດ ໄດ້ສຳເລັດສັນຍາ ພັດທະນາໂຄງການ (ພາຍໃນປະເທດ 16 ບໍລິສັດ, ຕ່າງປະເທດ 8 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ), ປະກອບມີ ກິດຈະການຂົນສົ່ງ-ຄ່ຽນຖ່າຍສິນຄ້າ, ໂຮງງານຜະລິດເມັດຢາງ, ເກມໄຟຟ້າ ແລະ ອື່ນໆ, ປີຜ່ານມາສາມາດເກັບລາຍຮັບ ເຂົ້າງົບປະມານລັດ ໄດ້ເກືອບ 2 ຕື້ກີບ. ສຳລັບໂຄງການກໍ່ສ້າງ ໂຮງງານປຸງແຕ່ງນໍ້າມັນກາຊວນ ແມ່ນນອນຢູ່ໃນເຂດ ເສດຖະກິດພິເສດ ແຂວງຄຳມ່ວນ, ມີເນື້ອທີ່23 ເຮັກຕາ (ໂຮງງານ, ສາງນໍ້າມັນ ແລະ ກິດຈະການປິ່ນອ້ອມ), ມູນຄ່າການກໍ່ສ້າງທັງໝົດ 65 ຕື້ກີບ, ຈະເລີ່ມລົງມືກໍ່ສ້າງ ໃນໄວໆນີ້ ແລະ ຄາດວ່າຈະໃຊ້ເວລາ ໃນການກໍ່ສ້າງສຳເລັດ 12-15 ເດືອນ, ຄວາມສາມາດປຸງແຕ່ງນໍ້າມັນ 50 ລ້ານລິດ/ປີ ໂດຍມີເປົ້າໝາຍທີ່ຈະຜະລິດ ເພື່ອຈໍາໜ່າຍຢູ່ພາຍໃນ ສປປ ລາວ.

         

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຄຸ້ມຄອງ ເຂດເສດຖະກິດແຂວງຄຳມ່ວນ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາ ແລະ ປັບປຸງຄືນການວາງແຜນ ຜັງໂຄງລ່າງພື້ນຖານ ກໍຄື ແຜນຜັງການຈັດສັນທີ່ດິນ ເພື່ອດຳເນີນກິດຈະການຕ່າງໆ ຢູ່ໃນເຂດເສດຖະກິດພິເສດ ໃຫ້ມີຄວາມສອດຄ່ອງກວ່າເກົ່າ, ພ້ອມກັນນັ້ນ ການກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ກໍໃຫ້ຖືກຕາມຂັ້ນຕອນ ແລະ ເຕັກນິກດ້ານຕ່າງໆ ເພື່ອຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ພື້ນທີ່ໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນຄວາມຍືນຍົງ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ, ປັບປຸງລະບົບການຈັດຕັ້ງ ເຂດເສດຖະກິດພິເສດແຂວງຄຳມ່ວນ ໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານຕາມທິດກະທັດຮັດ, ສົມເຫດສົມຜົນ, ລວມສູນ, ປະຢັດມັດທະຍັດ, ເຄື່ອນໄຫວວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດ ທິຜົນ; ເອົາໃຈໃສ່ດຶງດູດການລົງທຶນ ເຂົ້າເຂດເສດຖະກິດພິເສດ ໃຫ້ຫລາຍຂຶ້ນເປັນກ້າວໆ ໂດຍສະເພາະ ບໍລິສັດລົງທຶນ ທີ່ສາມາດເປັນແມ່ ຫລື ເສົາຫລັກ ໃຫ້ແກ່ເຂດເສດຖະກິດ ແຫ່ງດັ່ງກ່າວ.


ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມ​ຄະນະ ກໍໄດ້ສືບຕໍ່ເດີນທາງ ໄປຕິດຕາມກວດກາເບິ່ງ ສະພາບການພັດທະນາແຫລ່ງທ່ອງທ່ຽວ ຂຸນກອງແລງ ຫລີ ໂຄງການພັດທະນາ ແຫລ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ ຂອງບໍລິສັດ ລ້ານຊ້າງ ອິນທຣາໂຄໂປເຣຊັ່ນ ຈຳກັດ ຜູ້ດຽວ ຢູ່ເມືອງຫີນບູນ ເຊິ່ງໂຄງການໄດ້ເລີ່ມພັດທະ ນາ ໃນປີ 2019, ມາຮອດປັດຈຸບັນ ແມ່ນສໍາເລັດການສໍາຫລວດ ແລະ ພັດທະນາພື້ນໂຄງລ່າງ ການທ່ອງທ່ຽວຈຳນວນໜຶ່ງ ເປັນຕົ້ນ ເສັ້ນທາງ, ບ່ອນຈອດລົດ, ຣີສອດ, ເຮືອນພັກຕາກອາກາດ, ສວນນໍ້າ, ເສັ້ນທາງຍ່າງຊົມວິວ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ເຊິ່ງແຜນການບໍລິການການທ່ອງທ່ຽວ ແລະ ກິດຈະກຳ ປະກອບມີ: ຮ້ານຂາຍເຄື່ອງທີ່ລະນຶກ
, ສູນຮັກສາສຸຂະພາບ, ຈຸດເບິ່ງທັດສະນີຍະພາບ, ຂົວແກ້ວ, ໂຮງງານຜະລິດນ້ຳແຮ່ທາດ, ສວນພຶກສາ, ສູນວິໄຈປູກພືດ, ສິນຄ້າສະໝູນໄພພື້ນເມືອງລາວ, ລອຍນ້ຳ, ດຳນ້ຳ, ຂີ່ລົດຖີບ, ຂີ່ມ້າ, ຂີ່ຄວາຍ, ຍ່າງປ່າ, ສຳຫລວດຖ້ຳ, ຕັ້ງແຄ້ມ, ພາຍເຮືອຄາຢັກ, ໄຕ່ເຊືອກ, ຂີ່ສະລິງ, ຂີ່ບອນລູນ, ຂີ່ລົດ ATV-UTV, ຂີ່ລົດໂກຄາດ, ຂີ່ລົດ Off load, ໂດດຈ້ອງ, ຂີ່ໝາກບານຍັກ, ຍິງປືນ, ປີນຜາ ແລະ ອື່ນໆ ​ແລະ ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳບາງດ້ານ ເປັນຕົ້ນ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ກວດກາ ແລະ ກຳນົດພື້ນທີ່ຄືນໃໝ່ ເຂດປ່າສະຫງວນແຫ່ງຊາດ ທັງເຂດເກົ່າ ແລະ ເຂດທີ່ມີແຜນຈະກຳນົດເພີ່ມໃໝ່ ໃຫ້ສອດຄ່ອງກັບຕົວຈິງ ເພື່ອສະເໜີສະພາແຫ່ງຊາດພິຈາລະນາ ໃນຂັ້ນຕໍ່ໄປ; ຊີ້ນຳໃຫ້ຜູ້ພັດທະນາໂຄງການ ໃຫ້ເອົາໃຈໃສ່ຕໍ່ວຽກງານ ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ, ການຮັກສາຄວາມ ສະອາດຈົບງາມ, ການປ້ອງກັນຄວາມປອດໄພຮອບດ້ານ, ການປົກປັກຮັກສາຮີດຄອງ ປະເພີນີອັນດີງາມ ແລະ ອື່ນໆ ໂດຍໃຫ້ມີຄູ່ມື ກໍຄື ຄຳແນະນຳດ້ານຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງ ຄົ້ນຄວ້າພັດທະນາ ແຫລ່ງທ່ອງທ່ຽວ ໃຫ້ຫລາຍຂຶ້ນ ເພື່ອໃຫ້ນັກທ່ອງທ່ຽວ ສາມາດທ່ອງທ່ຽວພາຍ ໃນແຂວງຄຳມ່ວນ ຫລາຍຈຸດ ທີ່ມີຄວາມຕໍ່ເນື່ອງກັນຫລາຍມື້ ຫລື ແບບຄົບວົງຈອນ.

          ໃນຕອນບ່າຍ ວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດ ການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ທີ່ດຳເນີນການແຂ່ງຂັນ ໃນລະຫວ່າງວັນທີ 15-18 ກຸມພາ ໂດຍໄດ້ມອບຫລຽນ ແລະ ຂັນລາງວັນ ໃຫ້ແກ່ນັກກິລາ ທີ່ໄດ້ຮັບຫລຽນປະເພດຕ່າງໆ ແລະ ຂັນຊະນະເລີດ ໃນການແຂ່ງຂັນກິລາເປຕັງ ຄັ້ງນີ້ ລວມ 9 ລາຍການ, ​ພ້ອມທັງ ໃຫ້ກຽດຂຶ້ນກ່າວປິດ ພິທີແຂ່ງຂັນກິລາດັ່ງກ່າວ ຢ່າງເປັນທາງການ.

ຂ່າວ-ພາບ: ກົມ​ປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top