ຂປລ
ຄະນະ ກຳມະການ ນະໂຍບາຍ ການເງິນ ຂອງລະບົບ ທະນາຄານກາງ ສ.ອາເມລິກາ (Fed) ປະກາດ ປັບອັດຕາ ດອກເບ້ຍ ເພີ່ມຂຶ້ນອີກ 0,25% ຊຶ່ງຈະເຮັດໃຫ້ ອັດຕາ ດອກເບ້ຍ ນະໂຍບາຍຂອງ ສ.ອາເມລິກາ ຂຶ້ນມາຢູ່ ລະຫວ່າງ 4,50% -4,75% ຊຶ່ງເປັນໄປຕາມ ທີ່ຕະຫລາດ ຄາດການ ເອົາໄວ້.

ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ2 ກຸມພານີ້, ຄະນະ ກຳມະການ ນະໂຍບາຍ ການເງິນ ຂອງລະບົບ ທະນາຄານກາງ ສ.ອາເມລິກາ (Fed) ປະກາດ ປັບອັດຕາ ດອກເບ້ຍ ເພີ່ມຂຶ້ນອີກ 0,25% ຊຶ່ງຈະເຮັດໃຫ້ ອັດຕາ ດອກເບ້ຍ ນະໂຍບາຍຂອງ ສ.ອາເມລິກາ ຂຶ້ນມາຢູ່ ລະຫວ່າງ 4,50%-4,75% ຊຶ່ງເປັນໄປຕາມ ທີ່ຕະຫລາດ ຄາດການ ເອົາໄວ້.ການຂຶ້ນ ອັດຕາ ດອກເບ້ຍ ຄັ້ງນີ້ ນັບເປັນ ຄັ້ງທຳອິດ ໃນປີນີ້ ແລະ ເປັນການຂຶ້ນ ອັດຕາ ດອກເບ້ຍ ໃນອັດຕາ ຕ່ຳສຸດ ຕັ້ງແຕ່ ເດືອນມີນາ ປີກາຍນີ້ ຫລັງຈາກ ເຟດ ເຄີຍປັບຂຶ້ນ ດອກເບ້ຍ ໃນອັດຕາ 0,5%ມາແລ້ວ 2ຄັ້ງ ແລະ ປັບຂຶ້ນ ໃນອັດຕາ 0,75%ເຖິງ 4ຄັ້ງ ນັບເປັນ ການຂຶ້ນ ອັດຕາ ດອກເບ້ຍ ໃນອັດຕາ ສູງສຸດ ຂອງເຟດ ເພື່ອຕໍ່ສູ່ກັບ ບັນຫາ ເງິນເຟີ້.ນອກຈາກນີ້ ທ່ານ ເຈີໂຣມ ພາເວລ,ປະທານເຟດ ເປີດເຜີຍວ່າ: ເຟດ ຈະຍັງສືບຕໍ່ ປັບຂຶ້ນ ອັດຕາ ດອກເບ້ຍ ຕໍ່ໄປ ແຕ່ຈະເປັນການ ປັບຂຶ້ນ ໃນອັດຕາ ຊ້າລົງ ພ້ອມທັງ ເນັ້ນຕື່ມວ່າ: ເຟດ ຈະບໍ່ພິຈາລະນາ ຫລຸດອັດຕາ ດອກເບ້ຍລົງ ຢ່າງເດັດຂາດ ຈົນກວ່າ ຈະໝັ້ນໃຈ ໄດ້ວ່າ ອັດຕາເງິນເຟີ້ ຈະປັບຕົວລົງ ມາຢູ່ ລະດັບ2% ໄດ້ຕາມ ເປົ້າໝາຍ ກຳນົດໄວ້ ໃນຕໍ່ໜ້າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL