ອົງການກາແດງແຫ່ງຊາດລາວ ​ເຊັນ​ສັນຍາ​ ຮ່ວມ​ມືສະບັບ​ໃໝ່ ກັບສະພາ​ກາຊາດ​ໄທ

02/02/2023 14:50
Email Print 870
ຂປລ ຂປລ. ໃນວັນທີ 2 ກຸມພາ 2023 ທີ່ອົງການກາແດງແຫ່ງຊາດລາວ, ​ໄດ້ມີພິທີມອບຫລຽນມິດຕະພາບ ໃຫ້ສະພາກາຊາດ ແຫ່ງຣາຊະອານາຈັກໄທ ແລະ ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືລະຫວ່າງ ສະພາກາຊາດ ແຫ່ງ ຣາຊະອານາຈັກໄທ ແລະ ອົງການກາແດງແຫ່ງຊາດລາວ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ເຈດ ບຸນນາກ ເລຂາທິການ ສະພາກາຊາດໄທ ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງສອງ​ຝ່າຍ ​ເຂົ້າ​ຮ່ວມ.

 

  ຂປລ. ໃນວັນທີ 2 ກຸມພາ 2023 ທີ່ອົງການກາແດງແຫ່ງຊາດລາວ, ​ໄດ້ມີພິທີມອບຫລຽນມິດຕະພາບ ໃຫ້ສະພາກາຊາດ ແຫ່ງຣາຊະອານາຈັກໄທ ແລະ ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືລະຫວ່າງ ສະພາກາຊາດ ແຫ່ງ ຣາຊະອານາຈັກໄທ ແລະ ອົງການກາແດງແຫ່ງຊາດລາວ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ເຈດ ບຸນນາກ ເລຂາທິການ ສະພາກາຊາດໄທ ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງສອງ​ຝ່າຍ ​ເຂົ້າ​ຮ່ວມ.
  ການ​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື​ຄັ້ງ​ນີ້, ​ແມ່ນອີງໃສ່ຜົນກອງປະຊຸມຮ່ວມມືລະຫວ່າງ ອົງການກາແພງແຫ່ງຊາດລາວ ແລະ ສະພາກາຊາດແຫ່ງຊາດໄທ ຄັ້ງທີ
3 ໃນຕົ້ນເດືອນພະຈິກ ປີ 2022 ທີ່ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ​ເຊິ່ງທັງສອງອົງການໄດ້ເຫັນດີເປັນເອກະພາບໃຫ້ມີການເຊັນສັນຍາສະບັບໃໝ່ຂຶ້ນ ໂດຍການອານຸມັດຈາກກະຊວງການຕ່າງປະເທດ. ໃນບົດບັນທຶກດັ່ງກ່າວປະກອບມີ 7 ມາດຕາ ແລະ 6 ຂົງເຂດວຽກງານທີ່ສອງຝ່າຍຕ້ອງຊ່ວຍເຫລືອ ແລະ ສົ່ງເສີມຮ່ວມກັນຄື: ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມສຸຂະພາບ, ການບໍລິການເລືອດ, ການພັດທະນາອົງກອນ, ການຊອກຫາແຫລ່ງທຶນ ແລະ ການໂຄສະນາ, ການຄຸ້ມຄອງຊາວໜຸ່ມ ແລະ ອາສາສະໝັກ, ວຽກງານພາລາທິການ; ຕີລາຄາການຮ່ວມມື, ແລກປ່ຽນວຽກງານໃນໄລຍະ 5 ປີຜ່ານມາ ເລີ່ມແຕ່ເດືອນເມສາ 2018-2022 ລະຫວ່າງສະພາກາຊາດໄທ ແລະ ອົງການກາແດງແຫ່ງຊາດລາວ ເຊິ່ງໄດ້ດຳນົດຂອບການ ຮ່ວມມືໃນຂົງເຂດວຽກງານການແພດ ແລະ ສາທາລະສະສຸກ, ການຄຸ້ມຄອງ, ການສ້າງຄວາມພ້ອມ, ຕອບໂຕ້ ແລະ ຟື້ນຟູໄພພິບັດ, ການພັດທະນາຄຸນນະພາບຊິວິດ, ການພັດທະນາອົງກອນ, ການຂົນຂວາຍຊອກຫາແຫລ່ງທຶນ, ການແລກປ່ຽນຂໍ້ມູນຂ່າວສານ ລວມມູນຄ່າຫລາຍກວ່າ 29 ລ້ານບາດ, 815.670 ໂດລາສະຫະລັດ ແລະ ທັງສອງຝ່າຍຈະຈັດກອງປະຊຸມລະຫວ່າງຂັ້ນການນຳ ທຸກໆສອງປີ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຕົກລົງຮອງຮັບເອົາແຜນວຽກທຸກໆສອງ ປີ ພ້ອມທັງຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມນຳດ້ວຍ.
  ​ໃນໂອກາດນີ້, ສະພາກາຊາດໄທ ໄດ້ມອບ-ຮັບເຮືອກູ້ໄພ ແລະ ນ້ຳຢາເຄມີ
, ອຸປະກອນການແພດ ເຮັບໃຊ້​ເຂົ້າ​ໃນວຽກງານຂອງອົງການກາແດງແຫ່ງຊາດລາວ ມູນຄ່າ 1.700.000 ບາດ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

 

KPL

ຂ່າວອື່ນໆ

ads
ads

Top