ອົງຄະນະພັກ ກຕສ ດຳ​ເນີນກອງປະຊຸມ ຄົບຄະນະບໍລິຫານງານ ເປີດກວ້າງ ຄັ້ງທີ 3

02/02/2023 14:37
Email Print 774
ຂປລ ຂປລ. ກອງປະຊຸມຄົບຄະນະບໍລິຫານງານ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ ສານ (ກຕສ) ເປີດກວ້າງ ຄັ້ງທີ 3 ສະໄໝທີ II ໃນວັນທີ 31 ມັງກອນ ຜ່ານ​ມາ, ພາຍໃຕ້ການເປັນປະ ທານຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ

 

  ຂປລ. ກອງປະຊຸມຄົບຄະນະບໍລິຫານງານ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ ສານ (ກຕສ) ເປີດກວ້າງ ຄັ້ງທີ 3 ສະໄໝທີ II ໃນວັນທີ 31 ມັງກອນ ຜ່ານ​ມາ, ພາຍໃຕ້ການເປັນປະ ທານຂອງ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີຄະນະບໍລິຫານງານພັກ, ເລຂາ, ຮອງເລຂາໜ່ວຍພັກ, ຄະນະພັກຮາກຖານ, ປະທານ, ຮອງປະທານ 3 ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
  ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ
II ຂອງອົງຄະນະພັກກະຊວງປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ຮ່າງບົດສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການ ກຕສ, ສອງວາລະແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ຮ່າງການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດດີຈິຕອນແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023. ພ້ອມນີ້, ກອງປະຊຸມຍັງໄດ້ປະກອບຄຳຄິດ-ຄຳເຫັນ ແລະ ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ເສີມຂະ ຫຍາຍຫົວຄິດປະດິດສ້າງໃຫ້ເລິກເຊິ່ງ, ຢ່າງກົງໄປກົງມາ, ຍົກບັນຫາທີ່ເປັນປາກົດການຫຍໍ້ທໍ້ ແລະ ຂໍ້ຄົງ ຄ້າງທີ່ຜ່ານມາ ພ້ອມທັງຊອກວິທີແກ້ໄຂບັນຫາໃນຕໍ່ໜ້າ, ແລກປ່ຽນຄວາມຄິດຄວາມເຫັນ ແລະ ບົດ ຮຽນຈາກພຶດຕິກຳໃນການນຳພາ-ຊີ້ນຳ ໃນໄລຍະຜ່ານມາ ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນເລິກເຊິ່ງໜັກແໜ້ນ ແລະ ມີບົດຮຽນທີ່ອຸດົມສົມບູນ.
  ໃນຕອນທ້າຍຂອງກອງປະຊຸມ
, ສະຫາຍ ບໍ່ວຽງຄຳ ວົງດາລາ ກໍໄດ້ມີຄຳເຫັນສະຫລຸບ ພ້ອມທັງໂອ້ລົມໃຫ້ທິດຊີ້ນໍາ ຊຶ່ງສະຫາຍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານພັກກະຊວງ ແລະ ພະນັກງານນຳພາຂັ້ນຫລັກແຫ່ງ ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ ຍົກສູງໃນການຫັນເປັນດີຈິຕອນ, ການພັດທະນາຊັບພະຍາກອນມະນຸດ ນັບທັງການຫັນປ່ຽນຈິນຕະນາການກ້າວໄປ ເຖິງໂຄງລ່າງບັນດາແພັດຟອມຕ່າງໆ, ຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຕິດພັນກັບ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ ແລະ ໃຫ້ມີຜົນສໍາເລັດ, ສືບຕໍ່ເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ ແລະ ປະຊາຊົນບັນດາເຜົ່າ; ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປເຜີຍແຜ່ເຊື່ອມຊຶມ ແລະ ສືບຕໍ່ ຊີ້ນໍາການຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ປະກົດຜົນເປັນຈິງ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະ ຄຸນນະພາບ ການເຄື່ອນໄຫວການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top