ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ 2 ແຂວງ

01/02/2023 16:53
Email Print 395
ຂປລ ຂປລ. ໃນວັນທີ 30-31 ມັງກອນ 2023 ຜ່ານ​ມາ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະຈາກ ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ ແລະ ກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຕິດຕາມ ແລະ ກວດກາຄວາມພ້ອມ ໃນການຈັດຕັ້ງປະຕິບັດ ກວດກາ “ປະຕູດຽວ, ຄັ້ງດຽວ” ຫລື ຈຸດກວດກາຮ່ວມ ທີ່ດ່ານສາກົນແດນສະຫວັນລາວ-ບາວ

ຂປລ. ໃນວັນທີ 30-31 ມັງກອນ 2023 ຜ່ານ​ມາ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະຈາກ ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ ແລະ ກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ຕິດຕາມ ແລະ ກວດກາຄວາມພ້ອມ ໃນການຈັດຕັ້ງປະຕິບັດ ກວດກາ “ປະຕູດຽວ, ຄັ້ງດຽວ”ຫລື ຈຸດກວດກາຮ່ວມ ທີ່ດ່ານສາກົນແດນສະຫວັນລາວ-ບາວ (ທີ່ໄດ້ຢຸດຕິໃນປີ 2021 ຍ້ອນການແພ່ລະບາດ ຂອງພະຍາດໂຄວິດ-19) ແລະ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2, ສະຫວັນນະເຂດ-ມຸກດາຫານ.

     

ການປະຕິບັດ ການກວດກາຮ່ວມດັ່ງກ່າວ, ເປັນການຈັດຕັ້ງປະຕິບັດ ຍຸດທະສາດ ແລະ ແຜນປະຕິບັດງານ ສໍາລັບປະເທດອະນຸພາກພື້ນ ລຸ່ມແມ່ນໍ້າຂອງ  ແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ສັນຍາການສົ່ງຂ້າມແດນ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງ, ທັງການເຮັດວຽກຮ່ວມກັນ ຂອງເຈົ້າໜ້າທີ່ຂອງສອງປະເທດ ໃນການກວດກາສິນຄ້າ ແລະ ບຸກຄົນຂ້າມແດນ ຢູ່ດ່ານຊາຍແດນເບື້ອງໃດເບື້ອງໜຶ່ງ ໂດຍຈະບໍ່ມີການກວດກາຊໍ້າຊ້ອນກັນ ຢູ່ດ່ານອີກປະເທດໜຶ່ງ, ຊຶ່ງການກວດກາດັ່ງກ່າວ ຈະເປັນການຫລຸດຜ່ອນ​ເວລາ ໃນການແຈ້ງເອກະສານ ເຂົ້າ-ອອກ ແລະ ການກວດກາສິນຄ້າ ເພື່ອອໍານວຍຄວາມສະດວກ ໃນການໄປມາຂອງປະຊາຊົນ, ຊຸກຍູ້ດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການຂົນສົ່ງສິນຄ້າຂ້າມແດນ.

        ໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ (ໜອງເຕົ່າ) ທີ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ເພື່ອຕິດຕາມ ການຈັດຕັ້ງປະຕິບັດຜ່ານມາ ຂອງໂຄງການທີ່ໄດ້ມີ ການລິເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2014 ເປັນຕົ້ນມາ, ຊຶ່ງເປັນໂຄງການຮ່ວມມື ລາວ-ໄທ. ພ້ອມກັນນີ້, ກໍໄດ້ສືບຕໍ່ພົບປະ ແລະ ເຮັດວຽກຮ່ວມກັບ ແຂວງສາລະວັນ ​ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ແລະ ການປັບປຸງພັດທະນາ ຂອງແຂວງ, ພ້ອມທັງໄດ້ປຶກສາຫາລື ແລະ ສໍາຫລວດພື້ນທີ່ຕົວຈິງ ຂອງໂຄງການກໍ່ສ້າງ ຂົວມິດຕະພາບລາວ-ໄທ ແຫ່ງ ທີ 6 ແລະ ຄວາມພ້ອມໃນການຍົກລະດັບ ດ່ານທ້ອງຖິ່ນ ປາກຕະພານ ເມືອງລະຄອນເພັງ, ແຂວງສາລະວັນ ເຊິ່ງກັບດ່ານຖາວອນ ປາກແຊງ, ອໍາເພີນາຕານ, ຈັງຫວັດອຸບົນຣາຊະທານີ ປະ​ເທດໄທ ຂຶ້ນເປັນດ່ານສາກົນ, ຊຶ່ງການຍົກລະດັບດ່ານດັ່ງກ່າວ ຈະກາຍເປັນການຊຸກຍູ້ ການພັດທະນາ ທາງດ້ານເສດຖະກິດຂອງແຂວງ ເປັນຕົ້ນ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນຕໍ່ໜ້າ.

        ການລົງເຄື່ອນໄຫວໃນຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ມີຄໍາຄິດເຫັນ ແລະ ແນະນໍາໃຫ້ພາກ ສ່ວນກ່ຽວຂ້ອງ ເອົາໃຈໃສ່ສຸມໃສ່ການກະກຽມ ຄວາມພ້ອມດ້ານຕ່າງໆ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ບຸກຄະລາກອນ, ອຸປະກອນຮັບໃຊ້ວຽກງານ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ແລະ ອື່ນໆ ເພື່ອສ້າງຄວາມສະດວກ ໃນການຈັດຕັ້ງປະຕິບັດ ແລະ ຕອບສະໜອງໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ກໍຄື ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ.

KPL

ຂ່າວອື່ນໆ

ads
ads

Top