ຂປລ
ຂປລ. ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ມັງກອນ 2023 ທີ່ສະພາແຫ່ງຊາດ ກ່ຽວກັບຜົນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາພື້ນຖານ ສໍາຄັນຂອງປະເທດຊາດ ໃນກອງປະຊຸມສະໄໝສາມັນ ຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາ ເດືອນມັງກອນ 2023

ຂປລ. ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ມັງກອນ 2023 ທີ່ສະພາແຫ່ງຊາດ ກ່ຽວກັບຜົນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາພື້ນຖານ ສໍາຄັນຂອງປະເທດຊາດ ໃນກອງປະຊຸມສະໄໝສາມັນ ຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະຈໍາ ເດືອນມັງກອນ 2023 ທີ່ໄດ້ດໍາເນີນໃນວັນທີ 30-31 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີ ບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາກໍາມະການຄະນະປະຈໍາ ສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊິ່ງຖີ່ຖ້ວນ ຂອງບັນດາຄະນະປະຈໍາ ສະພາແຫ່ງຊາດ ຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງ ເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກ ລັດຖະບານ ຢູ່ໃນກອງປະຊຸມຄະນະ ປະຈໍາສະພາແຫ່ງຊາດ ປະຈໍາເດືອນ ມັງກອນ 2023 ໃນວາລະ ຕອນເຊົ້າຂອງ ວັນທີ 30 ມັງກອນ 2023 ໄດ້ຕົກລົງ ໃນກອງປະ ຊຸມຂອງຄະນະປະຈໍາ ສະພາແຫ່ງຊາດ ຊຸດທີ IX ປະຈໍາເດືອນ ມັງກອນ 2023 ໄດ້ຕົກລົງເຫັນດີຍົກ ຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ ໃໝ່ ຢູ່ແຂວງຫລວງນໍ້າທາ; ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ; ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບ ໜ້າທີ່ໃໝ່ ຢູ່ແຂວງສາລະວັນ; ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະ ຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງການເງິນ; ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງທີ່ກ່າວນັ້ນ, ໃນໄລຍະດໍາເນີນກອງປະຊຸມ ຍັງໄດ້ຄົ້ນຄວ້າພິຈາລະນາ ຮັບຟັງຜົນການ ຮຽງຮຽງ ກົດໝາຍ ຈໍານວນ 12 ສະບັບ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX, ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023-2025, ຄົ້ນຄວ້າພິຈາລະນາ ບາງຄໍາຮ້ອງຂໍຄວາມເປັນທໍາ ແລະ ຄົ້ນຄວ້າພິຈາລະນາ ວຽກງານພາຍໃນ ສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້າ ນິຕິກໍາສະພາແຫ່ງຊາດຕື່ມອີກ.
ຂ່າວ: ກິດຕາ
ພາບ: ເກດ
KPL