ກຸ່ມບໍລິສັດດອກງິ້ວຄຳ ສາຫາລືວຽກ ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວ

30/01/2023 11:50
Email Print 947
ຂປລ ຂປລ. ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໄດ້ຈັດກອງປະຊຸມ ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວຂຶ້ນວັນທີ 28 ມັງກອນ 2023 ທີ່ໂຮງແຮມ ດາວດອກ ງິ້ວຄຳ ເຂດເສດຖະກິດສາມຫລ່ຽມຄຳ ໃນໂອກາດເທສະການດອກງິ້ວບານ

ຂປລ. ກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໄດ້ຈັດກອງປະຊຸມ ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວຂຶ້ນວັນທີ 28 ມັງກອນ 2023 ທີ່ໂຮງແຮມ ດາວດອກ ງິ້ວຄຳ ເຂດເສດຖະກິດສາມຫລ່ຽມຄຳ ໃນໂອກາດເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ໂດຍການເປັນປະທານຂອງ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດ ພິເສດສາມຫລ່ຽມຄໍາ, ມີບັນດາ ນັກທຸລະກິດ ຈາກປະເທດຈີນ, ໄທ ແລະ ມຽນມາ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ ຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວໃນດ້ານຕ່າງໆ ພ້ອມທັງຍົກໃຫ້ເຫັນເງື່ອນໄຂ ແລະ ທ່າແຮງ ທີ່ມີຢູ່ພາຍໃນແຂວງ ແລະ ສະພາບການລົງທຶນ ໃນໄລຍະຜ່ານມາຢູ່ ແຂວງບໍ່ແກ້ວ ກໍຄື ຢູ່ເຂດເສດຖະກິດ ພິເສດສາມຫລ່ຽມຄຳ  ເຫັນວ່າມີດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອພ້ອມກັນປຶກສາຫາລື ຫາວິທີແກ້ໄຂໃນຕໍ່ໜ້າ ພ້ອມທັງມີການວາງແຜນ ນະໂຍບາຍດ້ານຕ່າງໆ ຕໍ່ການລົງທຶນ ໃຫ້ສອດ ຄ່ອງກັບລະບຽບ ກົດໝາຍການລົງທຶນ, ທັງໃຫ້ຖືກກັບ ສະພາບຈຸດພິເສດ ຄວາມເປັນຈິງຂອງແຂວງ ເຮັດໃຫ້ການລົງທຶນ ແລະ ການທ່ອງທ່ຽວຢູ່ ແຂວງ ບໍ່ແກ້ວ ນັບມື້ມີການເຕີບໃຫຍ່ ຂະຫຍາຍຕົວດີຂຶ້ນກ່ວາເກົ່າ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງເນື້ອໃນສຳຄັນ 2 ຫົວຂໍ້ຄື: ການສົ່ງເສີມການລົງທຶນຂອງ ແຂວງບໍ່ແກ້ວ ແລະການພັດທະນາ ບັນດາໂຄງການ ສົ່ງເສີມການ ທ່ອງທ່ຽວ ແລະ ການລົງທຶນພາຍໃນ ເຂດເສດຖະກິດພິເສດສາມຫລ່ຽມຄຳ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນ ຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ ການສົ່ງເສີມການລົງ ທຶນຢູ່ແຂວງບໍ່ແກ້ວ ກໍຄື ຢູ່ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ໃຫ້ໄດ້ຮັບການຫັນປ່ຽນ ຢ່າງຕັ້ງໜ້າ ເພື່ອປະ ກອບສ່ວນເຂົ້າໃນ ການສ້າງສາ ພັດທະນາປະເທດລາວ ໂດຍສະເພາ ແມ່ນການສືບຕໍ່ພັດທະນາ ແຂວງບໍ່ແກ້ວ ແລະ ເສດຖະ ກິດພິເສດສາມຫລ່ຽມຄຳ ໃຫ້ໄດ້ຮັບ ການພັດທະນາຂຶ້ນເລື້ອຍໆ.

ຂ່າວ-ພາບ: ສຸກສະຫວັດ

KPL

ຂ່າວອື່ນໆ

    • ແຂວງຄຳມ່ວນມີແຫລ່ງທ່ອງທ່ຽວ 145 ແຫ່ງສາມາດດຶງດູດນັກທ່ອງທ່ຽວທ່ອງທ່ຽວ

      ແຂວງຄຳມ່ວນມີແຫລ່ງທ່ອງທ່ຽວ 145 ແຫ່ງສາມາດດຶງດູດນັກທ່ອງທ່ຽວ

      3/23/2023 10:52:45 AM

      *ແຂວງຄຳມ່ວນເປັນອີກແຂວງໜຶ່ງຢູ່ພາກກາງຂອງປະເທດລາວເຮົາ ທັງເປັນແຂວງທີ່ມີແຫລ່ງ ທ່ອງ ທ່ຽວຫລາຍແຫ່ງ ທີ່ໜ້າດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ, ພັກ ຜ່ອນຍ່ອນອາລົມກໍວ່າໄດ້ ໂດຍລວມທັງໝົດແຫລ່ງທ່ອງທ່ຽວ ທີ່ຖືກພັດທະນາແລ້ວ ແລະ ຍັງບໍ່ ທັນພັດທະນາມີເກືອບ 210 ແຫ່ງ.

    •  ຫລວງພະບາງຕິດ 1 ໃນ 50 ສະຖານທີ່ທ່ອງທ່ຽວດີສຸດໃນໂລກ ທ່ອງທ່ຽວ

      ຫລວງພະບາງຕິດ 1 ໃນ 50 ສະຖານທີ່ທ່ອງທ່ຽວດີສຸດໃນໂລກ

      3/21/2023 11:16:20 AM

      ເບິ່ງປະເທດລາວໃນອີກມູມໜຶ່ງຜ່ານມົນສະເໜ່ຂອງເມືອງມໍລະດົກໂລກຫລວງພະບາງສູ່ສາຍຕາຊາວໂລກ ເຊິ່ງເມືອງດັ່ງ ກ່າວບໍ່ພຽງແຕ່ເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງຫລົງໄຫລໄຝຝັນຢາກມາສໍາຜັດກ່ອນກະສຽນບໍານານ ຫລື ສິ້ນລົມ ຫາຍເທົ່ານັ້ນ ແຕ່ຫາກຍັງຢາກເກັບຄວາມຊົງຈໍາ ແລະ ພາບທີ່ໜ້າປະທັບໃຈທີ່ສຸດໄວ້ຕະຫລອດໄປ.

    • ກຽມພັດທະນາແຫລ່ງທ່ອງທ່ຽວພູຫຍ້າຄາທ່ອງທ່ຽວ

      ກຽມພັດທະນາແຫລ່ງທ່ອງທ່ຽວພູຫຍ້າຄາ

      3/13/2023 3:19:32 PM

      ປີຜ່ານມາ, ຜູ້ຂຽນໄດ້ນໍາສະເໜີແຫລ່ງທ່ອງທ່ຽວທີ່ໜ້າມະຫັດສະຈັນອີກແຫ່ງໜຶ່ງໃນພາກເໜືອຂອງ ສປປ ລາວ ເຊິ່ງສິ່ງທີ່ພົບເຫລົ່ານັ້ນ ແມ່ນຊາກຫີນເກົ່າແກ່ ຄ້າຍກັບເກັດເຕົ່າ, ຫົວງູໃຫຍ່, ຮູບປາໂລມາ ແລະ ອື່ນໆ.

    • ຄຳມ່ວນເນັ້ນການທ່ອງທ່ຽວປອດໄພ ແລະ ຍືນຍົງ ທ່ອງທ່ຽວ

      ຄຳມ່ວນເນັ້ນການທ່ອງທ່ຽວປອດໄພ ແລະ ຍືນຍົງ

      3/1/2023 1:10:08 PM

      *ຄຳລຳທ່ອງທ່ຽວເມືອງລາວໃນໜ້າໜັງສືພິມປະເທດລາວສະບັບກ່ອນ ໍໄດ້ສະເໜີກ່ຽວແຂວງຄຳມ່ວນ ເນັ້ນການທ່ອງທ່ຽວແບບຍືນຍົງ ຄູ່ກັບຄວາມປອດໄພ ໃຫ້ທ່ານຜູ້ອ່ານແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕື່ມ ແລະ ຂໍເນັ້ນກ່ຽວກັບການບໍລິການ ດ້ານພາຫະນະ ໃຫ້ແກ່ນັກ ທ່ອງທ່ຽວ ທີ່ຍັງມີບາງຈຸດຕ້ອງໄດ້ເອົາໃຈໃສ່ແກ້ໄຂ.

    •  ຄວນໄປສໍາຜັດມົນສະເໜ່ແຫລ່ງທ່ອງທ່ຽວ 149 ແຫ່ງ ຢູ່ແຂວງໄຊຍະບູລີທ່ອງທ່ຽວ

      ຄວນໄປສໍາຜັດມົນສະເໜ່ແຫລ່ງທ່ອງທ່ຽວ 149 ແຫ່ງ ຢູ່ແຂວງໄຊຍະບູລີ

      3/1/2023 11:49:33 AM

      ສະເໜ່ຂອງແຂວງໄຊຍະບູລີ ບໍ່ໄດ້ມີຊື່ສຽງໂດ່ງດັງພຽງ “ ບຸນຊ້າງ ” ເທົ່ານັ້ນ ຫາກຍັງຂຶ້ນຊື່ລືນາມທີ່ເປັນເອກະລັກສະເພາະ ຂອງ ແຂວງ ກ່ຽວກັບເຜົ່າຕອງເຫລືອງ, ຕົ້ນໝາກຂາມ 300 ປີ, ຕົ້ນໄມ້ຂ່າໃຫ່ຍ 9 ວາ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນແຂວງ ດັ່ງກ່າວ ມີແຫລ່ງທ່ອງທ່ຽວດ້ານວັດທະ ນະທໍາ, ທໍາມະຊາດ, ປະຫວັດສາດ ແລະ ວິຖີຊີວິດແບບທ້ອງຖິ່ນທັງໝົດ 149 ແຫ່ງ.

ads
ads

Top