ສາຍຮູບເງົາສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ

20/01/2023 15:12
Email Print 1077
ຂປລ ຂປລ. ໃນວັນທີ 19 ມັງກອນ 2023, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລ ທ່ອງທ່ຽວ ຮ່ວມກັບ ສະຖານີວິທະຍຸ-ໂທລະພາບສູນກາງຈີນ ປະຈຳລາວ ໄດ້ສາຍຮູບເງົາ ເລື່ອງ “ຂ້າມແມ່ນນໍ້າຢ່າລູ້ໄປ ທີ່ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ” ໂດຍມີ ທ່ານ ພົນຈັດຕະວາ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດໄກສອນພົມວິ ຫານ, ທ່ານ ນາງ ແສງແກ້ວ ຫົວໜ້າສະຖານີວິທະຍຸ-ໂທລະພາບສູນກາງຈີນ ປະຈຳລາວ ລາວ, ມີບັນດານາຍທະຫານ ແລະ ພົນທະຫານເຂົ້າຮ່ວມ.

ຂປລ. ໃນວັນທີ 19 ມັງກອນ 2023, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລ ທ່ອງທ່ຽວ ຮ່ວມກັບ ສະຖານີວິທະຍຸ-ໂທລະພາບສູນກາງຈີນ ປະຈຳລາວ ໄດ້ສາຍຮູບເງົາ ເລື່ອງ “ຂ້າມແມ່ນນໍ້າຢ່າລູ້ໄປ ທີ່ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ” ໂດຍມີ ທ່ານ ພົນຈັດຕະວາ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດໄກສອນພົມວິ ຫານ, ທ່ານ ນາງ ແສງແກ້ວ ຫົວໜ້າສະຖານີວິທະຍຸ-ໂທລະພາບສູນກາງຈີນ ປະຈຳລາວ ລາວ, ມີບັນດານາຍທະຫານ ແລະ ພົນທະຫານເຂົ້າຮ່ວມ.

ການສາຍຮູບເງົາດັ່ງກ່າວ, ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ (20/1/1949-20/1/2023) ເຊິ່່ງວັນສ້າງຕັ້ງ ກອງທັບປະຊາຊົນລາວ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ, ເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ ແລະ ບາດກ້າວແຫ່ງການຂະຫຍາຍຕົວ ຂອງການປະ ຕິວັດ, ແມ່ນການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງ ຂອງກໍາລັງປະ ກອບອາວຸດປະຕິວັດ ທັງແມ່ນກອງທັບປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ, ເປັນກຳລັງຫລັກແຫລ່ງໃຫ້ຂະບວນການ ຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ ໂດຍພາຍໃຕ້ການນຳພາຂອງພັກ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດ ຂອງກອງທັບເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

ads
ads

Top