ບໍລິສັດ ບົວລະພາ ກຽມຂະຫຍາຍຕະຫລາດ ອອກສູ່ບັນດາປະເທດເອີຣົບ ໃຫ້ຫລາຍຂຶ້ນ

17/01/2023 14:34
Email Print 5590
ຂປລ ຂປລ. ໃນປີ 2023 ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ກຽມຜະລິດໄມ້ອັດສົ່ງອອກຂາຍ ສູ່ບັນດາປະເທດ ເອີຣົບ ແລະ ຫວຽດນາມ ໃຫ້ຫລາຍຂຶ້ນ ຄະນະດຽວກັບ ກໍໄດ້ສົ່ງຜະລິດຕະພັນໄມ້ອັດ ສົ່ງອອກຂາຍຢູ່ປະເທດອົສຕຣາລີ, ອິນເດຍ, ໄທ ແລະ ໂປແລນ ສ່ວນຜະລິດຕະພັນປະເພດ ເຟີນິເຈີ ໄດ້ສົ່ງອອກ ຢູ່ທີ່ປະເທດຍີ່ປຸ່ນ ແລະ ມານດິບ.

]

     ຂປລ. ໃນປີ 2023 ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ກຽມຜະລິດໄມ້ອັດສົ່ງອອກຂາຍ ສູ່ບັນດາປະເທດ ເອີຣົບ ແລະ ຫວຽດນາມ ໃຫ້ຫລາຍຂຶ້ນ ຄະນະດຽວກັບ ກໍໄດ້ສົ່ງຜະລິດຕະພັນໄມ້ອັດ ສົ່ງອອກຂາຍຢູ່ປະເທດອົສຕຣາລີ, ອິນເດຍ, ໄທ ແລະ ໂປແລນ ສ່ວນຜະລິດຕະພັນປະເພດ ເຟີນິເຈີ ໄດ້ສົ່ງອອກ ຢູ່ທີ່ປະເທດຍີ່ປຸ່ນ ແລະ ມານດິບ. ສຳລັບການຈຳໜ່າຍພາຍໃນປະເທດ ປະເພດໄມ້ອັດ ເຫັນວ່າບໍ່ທັນກວ້າງຂວາງ ແຕ່ຜະລິດຕະພັນປະເພດເຟີນີເຈີ ແມ່ນໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ.

  ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ - ປ່າໄມ້ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປັດຈຸບັນ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ມີແຜນການເລັ່ງໃສ່ໂຮງງານໄມ້ອັດ ເພື່ອຜະລິດໄມ້ອັດສົ່ງອອກຂາຍໄປຕ່າງປະເທດ ເຊິ່ງໄລຍະຜ່ານມາ ໄດ້ຮັບຜົນກະທົບຈາກ ການແພ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສົ່ງອອກພົບຄວາມຫຍຸ້ງຍາກ, ມາຮອດປັດຈຸບັນ ບັນ ຍາກາດໃນການສົ່ງອອກ ໄດ້ກັບເຂົ້າສູ່ສະພາບປົກກະຕິ ເຮັດໃຫ້ຄວາມຕ້ອງການໄມ້ອັດຫລາຍຂຶ້ນ,  ສະນັ້ນ ທາງບໍລິສັດ ຈຶ່ງໄດ້ຈະເລັ່ງໃສ່ຜະລິດໄມ້ອັດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດ ໂດຍການຜະລິດຕະຫລອດ 24 ຊົ່ວໂມງ.
   ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຍັງ​ໃຫ້​ຮູ້ອີກວ່າ: ລັດຖະບານ ໄດ້ສົ່ງເສີມພື້ນທີ່ດິນ
60 ພັນເຮັກຕາ ໃນປ່າຜະລິດທີ່ຊຸດໂຊມ ເພື່ອປູກໄມ້ເຂົ້າມາປ້ອນໂຮງງານ ເຊິ່ງໄດ້ລົງສຳຫລວດພື້ນທີ່ໃນປ່າຜະລິດທີ່ຊຸດໂຊມ ເພື່ອກ້າວໄປສູ່ການປູກ, ປັດຈຸບັນ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ມີສວນປູກໄມ້ ປະມານ 6.000 ກວ່າເຮັກຕາ ແລະ ມີແຜນປູກໃນປີ 2023 ປະມານ 1.000 ກວ່າເຮັກຕາ ​ເຊິ່ງແຕ່ລະປີຈະປູກເພີ່ມຂຶ້ນເລື້ອຍໆ. ນອກຈາກນີ້, ບໍລິສັດ ບົວລະພາ ຍັງສະໜອງເບ້ຍໄມ້ໃຫ້ປະຊາຊົນ ຜູ້ທີ່ມີຄວາມພ້ອມທີ່ຈະປູກ ໃນເນື້ອທີ່ດິນຂອງເຂົາເຈົ້າ ພ້ອມທັງແນະນຳດ້ານວິຊາການ ເມື່ອເວລາຕົ້ນໄມ້ໃຫຍ່ ປະຊາຊົນສາມາດຂາຍໃຫ້ບໍລິສັດ ຫລື ຈະຂາຍໃຫ້ພາກສ່ວນອື່ນກໍສາມາດຂາຍໄດ້.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top