ຂປລ
ຂປລ. ໃນສະພາບດິນຟ້າອາກາດມີການປ່ຽນແປງບໍ່ຖືກຕາມລະດູການ, ການເຮັດກະສິກຳແບບດັ້ງເດີມທີ່ຕ້ອງເພິ່ງພາຟ້າຝົນຕາມທຳມະຊາດ

ຂປລ. ໃນສະພາບດິນຟ້າອາກາດມີການປ່ຽນແປງບໍ່ຖືກຕາມລະດູການ, ການເຮັດກະສິກຳແບບດັ້ງເດີມທີ່ຕ້ອງເພິ່ງພາຟ້າຝົນຕາມທຳມະຊາດ ເລີ່ມກາຍເປັນຄວາມສ່ຽງ ແລະ ເປັນສິ່ງທ້າທາຍໃຫຍ່ຫລວງສຳລັບກະສິກອນ. ດັ່ງຢູ່ທີ່ກຸ່ມກະສິກອນບ້ານນໍ້າແງ້ນ ຕາແສງຫລວງຂອນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກໍພົບກັບຄວາມທ້າທາຍນີ້ ແຕ່ພວກເຂົາບໍ່ທໍ້ຖອຍຊອກຫາທຸກວິທີທາງ ເພື່ອສ້າງລາຍຮັບທີ່ໝັ້ນຄົງຈາກອາຊີບກະສິກໍາທີ່ຕິດພັນກັບວິຖີຊີວິດມາຍາວນານແລ້ວ. ໃນທີ່ສຸດຄວາມທ້າທາຍກໍກາຍເປັນໂອກາດໃນການສ້າງລາຍຮັບທີ່ໝັ້ນຄົງ ຊຶ່ງໜຶ່ງໃນນັ້ນກໍມີນາງ ສຸທາພອນ ອຸດົມສິຣີສ໌ ອາຍຸ 44 ປີ, ອະດີດນັກທຸລະກິດຜູ້ມີວິໄສທັດໃນການເຮັດກະສິກຳອິນຊີ.
ເສັ້ນທາງການເຮັດກະສິກຳຍຸກໃໝ່ຂອງນາງ ສຸທາພອນ ແມ່ນເລີ່ມຕົ້ນຢ່າງເປັນຮູບປະທຳໃນປີ 2020 ເມື່ອເພິ່ນໄດ້ຕັດສິນໃຈເຂົ້າຮ່ວມໂຄງການປັບຕົວເຂົ້າກັບສະພາບອາກາດປ່ຽນແປງ ແລະ ການເຂົ້າເຖິງຕະຫລາດສຳລັບກະສິກອນໜຸ່ມເມືອງຫລວງນໍ້າທາ. ການເຂົ້າຮ່ວມໂຄງການນີ້ ຖືເປັນຈຸດປ່ຽນສຳຄັນທີ່ເຮັດໃຫ້ເພິ່ນຖອດຖອນບົດຮຽນຈາກການເຮັດກະສິກຳແບບດັ້ງເດີມສູ່ການນຳໃຊ້ເຕັກນິກວິທະຍາສາດ ແລະ ການຄຸ້ມຄອງຈັດສັນແບບກະສິກຳອິນຊີປະສົມປະສານ. ນາງ ສຸທາພອນ ອຸດົມສິຣີສ໌ ໄດ້ກ່າວວ່າ: ການປູກພືດຜັກ ຢູ່ໃນເຮືອນຮົ່ມຂອງຕົນມີ 3.000 ຕາແມັດ. ໃນນັ້ນ, ໄດ້ສ້າງລະບົບເຮືອນຮົ່ມທີ່ໄດ້ມາດຕະຖານ ເພື່ອປ້ອງກັນພະຍາດ, ແມງໄມ້ ແລະ ຫລຸດຜ່ອນຜົນກະທົບຈາກສະພາບອາກາດທີ່ປ່ຽນແປງ. ພາຍໃນເຮືອນຮົ່ມມີການຈັດສັນປູກພືດຜັກອິນຊີໝູນວຽນຕະຫລອດປີເປັນຕົ້ນແມ່ນ ຜັກວໍລຸດ, ຜັກປັງ, ຜັກບົ້ງ, ຜັກກາດ, ຜັກບົ່ວ, ຫອມປ້ອມ, ຜັກຊີ ແລະ ຜັກອື່ນໆ ທີ່ຕະຫລາດຕ້ອງການ. ນອກຈາກການປູກພືດແລ້ວ, ຍັງໄດ້ນຳໃຊ້ພື້ນທີ່ໃຫ້ເກີດປະໂຫຍດສູງສຸດດ້ວຍການລ້ຽງສັດປີກກວ່າ 100 ໂຕ ເພື່ອນໍາເອົາຂີ້ຂອງສັດປີກເຫລົ່ານີ້ ມາໝູນໃຊ້ເປັນຝຸ່ນຄອກບໍາລຸງດິນໃນສວນອັນເຮັດໃຫ້ສາມາດຫລຸດຜ່ອນຕົ້ນທຶນການຊື້ຝຸ່ນເຄມີ ໄດ້ຢ່າງສິ້ນເຊີງ, ທັງຮັບປະກັນໃຫ້ຜົນຜະລິດມີຄວາມສົດ, ສະອາດ ແລະ ປອດໄພ 100%.
ຄວາມສຳເລັດຂອງ ນາງ ສຸທາພອນ ອຸດົມສິຣີສ໌ ໃນມື້ນີ້ ບໍ່ພຽງແຕ່ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຄອບຄົວເທົ່ານັ້ນ, ແຕ່ຍັງກາຍເປັນຄອບຄົວຕົວແບບ ແລະ ເປັນແຮງບັນດານໃຈໃຫ້ແກ່ກະສິກອນໜຸ່ມພາຍໃນເມືອງຫລວງນໍ້າທາ ຫັນມາເຮັດກະສິກຳອິນຊີເຮືອນຮົ່ມເພີ່ມມູນຄ່າໃຫ້ຜົນຜະລິດ ແລະ ສ້າງຄວາມຍືນຍົງໃຫ້ກັບອາຊີບກະສິກອນຕື່ມອີກ. ການເຮັດກະສິກຳອິນຊີບໍ່ພຽງແຕ່ຊ່ວຍໃຫ້ເຮົາມີສຸຂະພາບດີ ແລະ ມີລາຍຮັບທີ່ໝັ້ນຄົງເທົ່ານັ້ນ, ແຕ່ຍັງເປັນການປົກປ້ອງດິນ ແລະ ສິ່ງແວດລ້ອມໃຫ້ຄົນຮຸ່ນຫລັງ ນາງ ສຸທາພອນ ດ້ວຍຄວາມພູມໃຈ.

KPL