ອາຫານທີ່ຊ່ວຍສ້າງເມັດເລືອດແດງ

10/11/2026 11:52
ຂປລ ຂປລ. ເມັດເລືອດແດງ ເປັນອົງປະກອບທີ່ມີຄວາມສຳຄັນຂອງລະບົບໄຫລວຽນເລືອດ

    ຂປລ. ເມັດເລືອດແດງ ເປັນອົງປະກອບທີ່ມີຄວາມສຳຄັນຂອງລະບົບໄຫລວຽນເລືອດ ໂດຍມີໜ້າທີ່ລຳລຽງອົກຊີແຊນຈາກປອດໄປສູ່ຈຸລັງ ແລະ ອະໄວຍະວະຕ່າງໆທົ່ວຮ່າງກາຍ ເພື່ອໃຫ້ລະບົບຕ່າງໆເຮັດວຽກໄດ້ຢ່າງປົກກະຕິ. ການຜະລິດເມັດເລືອດແດງຈຳເປັນຕ້ອງອາໄສສານອາຫານຫລາຍຊະນິດ ໂດຍສະເພາະທາດເຫລັກ, ວິຕາມິນ ເບ12, ເບ9, ຖ້າຮ່າງກາຍຂາດສານອາຫານເຫລົ່ານີ້ ອາດສົ່ງຜົນໃຫ້ການສ້າງເມັດເລືອດແດງຫລຸດລົງ ແລະ ເຮັດໃຫ້ເກີດພາວະເລືອດຈາງ (Anemia) ຊຶ່ງມີອາການອິດເມື່ອຍ, ອ່ອນເພຍ ແລະ ວິນຫົວ. ດັ່ງນັ້ນ, ການເລືອກຮັບປະທານອາຫານທີ່ມີສານອາຫານຄົບຖ້ວນ ຈຶ່ງເປັນປັດໄຈສຳຄັນໃນການສົ່ງເສີມການສ້າງເມັດເລືອດແດງ ແລະ ບຳລຸງສຸຂະພາບໃຫ້ແຂງແຮງ, ໂດຍອາຫານ 7 ຊະນິດທີ່ມີສານອາຫານຈຳເປັນຕໍ່ການສ້າງເມັດເລືອດແດງມີດັ່ງນີ້:
1. ຕັບສັດ ເຊັ່ນ: ຕັບໝູ, ຕັບງົວ ແລະ ຕັບໄກ່ ເປັນແຫລ່ງອາຫານທີ່ອຸດົມດ້ວຍທາດເຫລັກ, ວິຕາມິນເບ 12 ແລະ ວິຕາມິນອາ ຊຶ່ງມີບົດບາດສຳຄັນໃນການສ້າງເມັດເລືອດເເດງ ໂດຍສະເພາະທາດເຫລັກຊ່ວຍໃນການຜະລິດເຮໂມໂກຣບິນ ຊຶ່ງເປັນໂປຣຕິນໃນເມັດເລືອດແດງທີ່ຊ່ວຍລຳລຽງອົກຊີແຊນໄປສູ່ຈຸລັງຕ່າງໆໃນຮ່າງກາຍ.
2. ໄຂ່ ຊຶ່ງໄຂ່ເປັນແຫລ່ງໂປຣຕິນທີ່ດີ ພ້ອມທັງມີວິຕາມິນເບ12, ໂຟເລດ ແລະ ວິຕາມິນອື່ນໆທີ່ຊ່ວຍສົ່ງເສີມການສ້າງ ແລະ ຟຶ້ນຟູເມັດ ເລືອດແດງ. ການກິນໄຂ່ໃນປະລິມານທີ່ເໝາະສົມຈະຊ່ວຍເພີ່ມສານອາຫານທີ່ຈຳເປັນໃຫ້ແກ່ຮ່າງກາຍ.
3. ຊີ້ນສັດໂດຍສະເພາະຊີ້ນແດງ ເຊັ່ນ: ຊີ້ນງົວ, ຊີ້ນແບ້ ແລະ ຊີ້ນໝູ ເປັນແຫລ່ງທາດເຫລັກ (heme iron) ທີ່ຮ່າງກາຍສາມາດດູດຊຶມໄດ້ງ່າຍ ຊຶ່ງທາດເຫລັກນີ້ ມີຄວາມສຳຄັນຕໍ່ການຜະລິດເຮໂມໂກຣບິນ. ການກິນຊີ້ນສັດຈຶ່ງເປັນວິທີໜຶ່ງໃນການເພີ່ມປະລິມານເມັດເລືອດແດງໃຫ້ຮ່າງກາຍໄດ້ຢ່າງມີປະສິດທິພາບ.
4. ອາຫານທະເລປະເພດຕ່າງໆ ເຊັ່ນ: ຫອຍແມງພູ່, ຫອຍນາງລົມ, ປາແຊລມອນ, ປາຊາດິນ ແລະ ປາທູ ເປັນອາຫານທີ່ເຕັມໄປດ້ວຍທາດເຫລັກ, ວິຕາມິນເບ 12 ຊຶ່ງຊ່ວຍໃນການສ້າງເມັດເລືອດແດງ ພ້ອມທັງໃຫ້ໂປຣຕິນ ແລະ ສານອາຫານອື່ນໆທີ່ເປັນປະໂຫຍດຕໍ່ສຸຂະພາບ.
5. ຜັກໃບຂຽວ ເຊັ່ນ: ຜັກກາດນາ, ຜັກຫົມ, ຜັກແຄວ ແລະ ຜັກໃບຂຽວອື່ນໆເປັນແຫລ່ງທາດເຫລັກໂຟເລດ ແລະ ວິຕາມິນເຊ ທີ່ຊ່ວຍໃຫ້ຮ່າງກາຍສາມາດດູດຊຶມທາດເຫລັກຈາກພືດໄດ້ດີຂຶ້ນ. ການກິນຜັກໃບຂຽວຢ່າງສະໝ່ຳສະເໝີ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຈຳເປັນຕໍ່ການສ້າງເມັດເລືອດແດງ.
6.ຖົ່ວຊະນິດຕ່າງໆເຊັ່ນ: ຖົ່ວແດງ, ຖົ່ວດຳ, ທົ່ວເຫລືອງ ແລະ ຖົ່ວ ດິນເປັນແຫລ່ງສຳຄັນຂອງທາດເຫລັກໂຟເລດ ພ້ອມທັງໂປຣຕິນ ແລະ ໃຍອາຫານ. ການຮັບປະທານຖົ່ວຢ່າງສະໝໍ່າສະເໝີ ຈຶ່ງຊ່ວຍເພີ່ມສາອາຫານທີ່ຈຳເປັນຕໍ່ການຜະລິດເມັດເລືອດແດງ.
7. ໝາກໄມ້ສົດ ແລະ ໝາກໄມ້ອົບແຫ້ງ: ປະເພດໝາກສະຕໍເບີຣີ, ອິນທະຜາລຳ, ໝາກກ້ຽງ,  ໝາກນາວ ແລະ ໝາກໄມ້ອົບແຫ້ງບາງສະນິດເປັນແຫລ່ງຂອງວິຕາມິນເຊ  ແລະ ສານອາຫານອື່ນໆ ໂດຍສະເພາະໝາກໄມ້ທີ່ມີວິຕາວິນເຊສູງ ຈະຊ່ວຍເພີ່ມການດູດຊຶມທາດເຫລັກໄດ້ດີຂຶ້ນ ແລະ ຊ່ວຍໃນການສ້າງເມັດເລືອດແດງຢ່າງມີປະສິດທິພາບ.
ແນວໃດກໍດີ, ການກິນອາຫານໃຫ້ຫລາກຫລາຍ ແລະ ຄົບທາດຄຽງຄູ່ກັບການອອກກໍາລັງກາຍ ແມ່ນບັນຫາສໍາຄົນທີ່ເຮົາທຸກຄົນຄວນປະຕິບັດ ເພື່ອເຮັດສຸຂະພາບຮ່າງກາຍແຂງແຮງ ແລະ ປາສະຈາກພະຍາດບຽດບຽນ.

       ໂດຍ: ລູກສາວຫລ້າ

KPL

ຂ່າວອື່ນໆ

ads
ads

Top