ທຸງເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ເດີນທາງຮອດນະຄອນຫລວງວຽງຈັນ

27/12/2022 14:55
Email Print 3995
ຂປລ ຂປລ. ທຸງກິລາເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ນະຄອນຫລວງວຽງຈັນ ຮັບກຽດເປັນເຈົ້າພາບ ໃນປີ 2025 ແລະ ທີມນັກກິລາ ນະຄອນຫລວງວຽງຈັນ ຮອງເຈົ້າຫລຽນຄຳ ຊຽງຂວາງ ເກມ ໄດ້ເດີນທາງຮອດ ນະຄອນຫລວງວຽງຈັນ, ພາຍຫລັງສຳເລັດການເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ

ຂປລ. ທຸງກິລາເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ນະຄອນຫລວງວຽງຈັນ ຮັບກຽດເປັນເຈົ້າພາບ ໃນປີ 2025 ແລະ ທີມນັກກິລາ ນະຄອນຫລວງວຽງຈັນ ຮອງເຈົ້າຫລຽນຄຳ ຊຽງຂວາງ ເກມ ໄດ້ເດີນທາງຮອດ ນະຄອນຫລວງວຽງຈັນ, ພາຍຫລັງສຳເລັດການເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຊຶ່ງ​ພິທີຕ້ອນຮັບ ຈັດຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານ​ມາ ຜ່ານມາທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ຊາວໜຸ່ມ-ເຍົາວະຊົນ ​ໃຫ້ການ​ຕ້ອນຮັບ.

​ໃນ​ພິທີ, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບ ການເຂົ້າຮ່ວມການແຂ່ງຂັນ ຂອງຄະນະນຳ ແລະ ນັກກິລານະຄອນຫລວງວຽງຈັນ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ວ່າ: ຕະຫລອດໄລຍະການເຂົ້າຮ່ວມແຂ່ງຂັນ ຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການ ໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາ ແຕ່ລະປະເພດຢ່າງຕັ້ງໜ້າ ສາມາດຍາດໄດ້ 58 ຫລຽນຄຳ, 51 ຫລຽນເງິນ ແລະ 97 ຫລຽນທອງ ລວມທັງໝົດ 206 ຫລຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫລຽນຄຳ, 60 ຫລຽນເງິນ ແລະ 95 ຫລຽນທອງ ລວມທັງໝົດ 217 ຫລຽນ.

ໂອກາດນີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກິລານະຄອນຫລວງວຽງຈັນ ຍາດມາໄດ້ ​ໂດຍຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ອຸທິດສະຕິປັນຍາ ເຫື່ອແຮງນັບແຕ່ການຝຶກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫລວງວຽງຈັນ ໄດ້ຮັບຜົນສຳເລັດ ເຖິງວ່າເຮົາຈະບໍ່ໄດ້ເປັນເຈົ້າຫລຽນຄຳ ແຕ່ກໍເປັນຜົນງານທີ່ໜ້າເພິ່ງພໍໃຈ ຊຶ່ງເປັນເລື່ອງປົກກະຕິ ໃນເກມການແຂ່ງຂັນກິລາ ເທົ່ານີ້ກໍຖືວ່າເປັນຜົນງານ ອັນຍິ່ງໃຫຍ່ແລ້ວ.

ຝນ​ໂອກາດ​ທີ່ ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງ ເປົ້າໝາຍເປັນເຈົ້າຫລຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິລາ ຕ້ອງໄດ້ເອົາໃຈໃສ່ ໃນການວາງແຜນຝຶກຊ້ອມແຕ່ຫົວທີ. ສະນັ້ນ, ຂໍຮຽກຮ້ອງມາ​ຍັງນັກກິລາ ເອົາໃຈໃສ່ ປະກອບສ່ວນເຂົ້າຮ່ວມ ເປັນຄະນະນັກກິລາ ນະຄອນຫລວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອເຮັດໃຫ້ຄວາມຫວັງ ເປັນເຈົ້າຫລຽນຄຳ ໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວ-ພາບ: ສົງການ

KPL

ຂ່າວອື່ນໆ

ads
ads

Top