ບໍລິສັດ ຊີໂນ-ອາກຣີ ໂປຕາສ ເຊັນສັນຍາ ສໍາຫລວດ ແລະ ພັດທະນາບໍ່ແຮ່ ຍູ້ແຮງການພັດທະນາອຸດສາຫະກໍາ

01/12/2022 21:03
Email Print 1057
ຂປລ ຂປລ. ບໍ­ລິ­ສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈໍາ​ກັດ (ຊີ​ໂນ​-​ອາ​ກຣີ ໂປ​ຕາສ) ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ ​ລົງ​ນາມໃນ​ສັນ­ຍາ​ ວ່າ​ດ້ວຍ​ການ​ສໍາ​ຫລວດ​ແຮ່​ເກືອ​ໂປ​ຕາສ ຢູ່​ເຂດ​ບ້ານ​ໜອງ​ລົ່ມ ເມືອງ​ໜອງ​ບົກ ແຂວງ​ຄໍາ​ມ່ວນ ໃນເນື້ອ­ທີ່ 48.52 ກິ­ໂລຕາ​ແມັດ ໃນວັນທີ 28 ພະຈິກ ຜ່ານມາ ໂດຍມີຜູ້ຕາງໜ້າຈາກສໍາ​ນັກ​ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ການ​ນໍາ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ, ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່, ອໍາ​ນາດ​ການ​ປົກ­ຄອງ ແຂວງ​ຄໍາ​ມ່ວນ ແລະ ພາກສ່ວນ​ເຂົ້າ​ຮ່ວມ ແລະ ເປັນ​ສັກ­ຂີ​ພິ­ຍານ​ໃນ​ການ​ເຊັນ​ສັນ­ຍາ​ດັ່ງ­ກ່າວ.


  ຂປລ. ບໍ­ລິ­ສັດ ຊີໂນ​-​ອາກຣີ ໂປຕາສ ຈໍາກັດ (ຊີໂນ​-​ອາກຣີ ໂປຕາສ) ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ ​ລົງນາມໃນສັນ­ຍາ ວ່າດ້ວຍການສໍາຫລວດແຮ່ເກືອ ໂປຕາສ ຢູ່ເຂດບ້ານໜອງລົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ໃນເນື້ອ­ທີ່ 48.52 ກິ­ໂລຕາແມັດ ໃນວັນທີ 28 ພະຈິກ ຜ່ານມາ ໂດຍມີຜູ້ຕາງໜ້າຈາກສໍານັກງານນາ ­ຍົກ­ລັດ­ຖະ­ມົນ­ຕີການນໍາກະ­ຊວງແຜນ­ການ ແລະ ການລົງ­ທຶນ, ກະ­ຊວງພະ­ລັງ­ງານ ແລະ ບໍ່ແຮ່, ອໍານາດການປົກ­ຄອງ ແຂວງຄໍາມ່ວນ ແລະ ພາກສ່ວນເຂົ້າຮ່ວມ   ແລະ  ເປັນສັກ­ຂີພິ­ຍານໃນ ການເຊັນສັນ­ຍາດັ່ງ­ກ່າວ. ພ້ອມກັນນັ້ນ, ບໍ­ລິ­ສັດ ຊີໂນ-ອາກຣີ ໂປຕາສ ຍັງໄດ້ຈັດພິ­ທີເປີດການຊີເຈາະ-ສໍາຫລວດຢ່າງເປັນທາງການ ທີ່ ເຂດແຮ່ໜອງລົ່ມ ໂດຍມີເລ­ຂາພັກ    ແຂວງ, ເຈົ້າ­ແຂວງຄໍາມ່ວນ, ຮອງເລຂາພັກ  ແຂວງ, ຫົວ­ໜ້າພະແນພະ­ລັງ­ງານ ແລະ ບໍ່ແຮ່, ເຈົ້າ­ເມືອງຫີນບູນ ແລະ ການ ນໍາຂັ້ນອື່ນໆຕາງ­ໜ້າທີກໍ່­ສ້າງຂອງ ຊີໂນ​-​ອາກຣີໂປຕາສ, ທັງໝົດ 200 ກວ່າຄົນ ໄດ້ເຂົ້າຮ່ວມ ແລະ ເປັນພິ­ຍານໃນພິ­ທີເປີດການຊີເຈາະ-ສໍາຫລວດດັ່ງ ­ກ່າວ    ດ້ວຍສິ່ງດັ່ງ­ກ່າວໄດ້ເປັນສັນ­ຍາລັກວ່າ ເຂດເນື້ອ­ທີ່ແຮ່ເກືອຕາສ 48.52 ກິ­ໂລຕາແມັດ ຢູ່ເຂດບ້ານໜອງລົ່ມ ໄດ້ກ້າວເຂົ້າສູ່ໄລ­ຍະແຫ່ງຄວາມເປັນຈິງນັ້ນສູງ  ຂຶ້ນ ແລະ ເປັນນິ­ມິດໝາຍ­ວ່າ ໃນອະ­ນາ­ຄົດປະ­ເທດລາວຈະກາຍ­ເປັນຖານ ການຜະ­ລິດຝູ່ນໂປຕາສ ທີ່ໃຫຍ່ອັນດັບ 4 ຂອງໂລກ.



ໃນ8 ບໍລິສັດ ທີ່ເຂົ້າຮ່ວມປະມູນ ຊີໂນ-ອາກຣີ ໂປຕາສ ແມ່ນໂດດເດັ່ນກວ່າໝູ່

ຕາມທີ່ຮູ້­ຈັກ, ໃນການແຂ່ງ­ຂັນປະ­ມູນສິດສໍາປະ­ທານ ຂຸດຄົ້ນ ບໍ່ແຮ່ ໂປຕາສ ຢູ່ບ້ານໜອງລົ່ມນັ້ນ, ລັດ­ຖະບານຈີນ ໄດ້ສືບ­ຕໍ່ຮັບການສະ­ເໜີຈາກ 8 ວິສາ ຫະກິດແຕ່ໃນທີ່ສຸດບໍ­ລິ­ສັດ  ຊີໂນ-ອາກຣີ ໂປຕາສ ຈໍາກັດ ກໍໄດ້ຊະ­ນະ ການປະ­ມູນ, ໄດ້ຮັບສິດສໍາປະ­ທານບໍ່ແຮ່ດັ່ງ­ກ່າວ,   ອັນເປັນບໍ່ແຮ່ແຫ່ງຄວາມຫວັງຂອງ ລັດຖະບານ.

ການນໍາທີ່ເຂົ້າຮ່ວມພິ­ທີເປີດໄດ້ເວົ້າວ່າ: ຊັບ­ພະ­ຍາ­ກອນ ເກືອໂປຕາສ ທີ່ອຸ­ດົມ­ສົມ­ບູນຂອງລາວ ໄດ້ດຶງດູດ ຈາກນັກລົງ­ທຶນໃນທົ່ວໂລກຢ່າງຫລວງ­ຫລາຍ  ແລະ ລັດ­ ຖະ­ບານ ສປປ ລາວ ມີຄວາມລະ­ມັດ­ລະ­ວັງຫລາຍໃນການ ເລືອກບໍ­ລິ­ສັດມາພັດທະນາ. ລັດ­ຖະ­ບານຈະໃຫ້ບູລິມະສິດ ຫລື ຈະເລືອກບໍ­ລິ­ສັດ ທີ່ມີທຶນ  ­ຮອນອັນເຂັ້ມ­ແຂງ    ແລະ ມີເຕັກ ໂນໂລຊີຂຸດຄົ້ນບໍ່ແຮ່ໂປຕາທີ່ສຸກງອມ, ຮັບ­ປະ­ກັນໃຫ້ບັນ­ດາວິສາຫະກິດ ທີ່ຊະ­ນະການປະ­ມູນມີຄວາມສາມາດດໍາເນີນການສໍາຫລວດ ແລະ ພັດ­ທະ­ນາບໍ່ແຮ່ ໂປຕາສ ໂດຍໄວ ແລະ ປົດປ່ອຍໃຫ້ເຫັນຄຸນຄ່າຂອງຊັບ­ພະ­ຍາ­  ກອນແຮ່ທາດ. ພ້ອມກັນນັ້ນ, ແມ່ນໄດ້ພິ­ຈາ­ລະ­ນາ ເຖິງເປົ້າໝາຍ   ການໄດ້ຮັບສິດສໍາປະ­ທານຂອງ ບໍ­ລິ­ສັດ ທີ່ຊະ­ນະ ການປະ­ມູນ, ພວກເຮົາຫວັງວ່າ ວິສາຫະກິດທີ່ຊະ­ນະການປະ­ມູນຈະມີຄວາມຮັບ­ຜິດ­ຊອບ, ເຮັດວຽກງານຈິງຈັງໜັກແໜ້ນ, ຂຸດຄົ້ນຊັບ­ພະ­ຍາ­ກອນແຮ່ທາດໄດ້ຢ່າງ  ເລິກ­ເຊິ່ງ, ຜ່ານການພັດ­ທະ­ນາບໍ່ແຮ່ເຮັດໃຫ້ອຸດສາຫະກໍາ, ກະສິກໍາ  ຂອງປະ­ເທດລາວ ມີຄວາມທັນສະໄໝ,   ເຮັດໃຫ້ເສດຖະກິດຂອງທ້ອງຖິ່ນມີການພັດທະນາ, ຊີວິດການ ເປັນຢູ່ຂອງ ປະຊາຊົນດີຂຶ້ນ. ຈາກການປະເມີນ, ກວດກາ, ລັດຖະບານຈິ່ງເຫັນວ່າ ຊີໂນ-ອາກຣີ ໂປຕາສ ແມ່ນມີຄວາມເໝາະສົມທີ່ສຸດ.



ຄວາມໄວ ແລະ ປະ­ສິດ­ທິ­ພາບຂອງ ຊີໂນ-ອາກຣີ ໂປຕາສ ໄດ້ກາຍເປັນ "​ທີໜຶ່ງ" ໃນຫລາຍດ້າຍຂອງ ສປປລາວ

ປີ 2009 ເປັນ­ຕົ້ນມາ ຊີໂນ​-​ອາກຣີ ໂປຕາສ ໄດ້ເຂົ້າມາປະ­ເທດລາວ ເພື່ອດຳ­ເນີນທຸ­ລະກິດດ້ານການຂຸດຄົ້ນ ແລະ ຈຳ­ໜ່າຍຝຸ່ນໂປຕາສ, ມາຮອດປັດຈຸບັນແມ່ນດໍາເນີນການວຽກງານເກືອໂປຕາແລ້ວ 13 ປີ, ໄດ້ຮັບສິດສໍາ  ປະ­ທານເກືອໂປຕາທັງໝົດໃນແຂວງຄໍາມ່ວນ, ມີຊັບພະ­ຍາກອນສໍາຮອງ ໂປຕາຊຽມຄລໍໄຣ ຫລາຍຫວ່າ    829 ລ້ານໂຕນ, ເປັນວິສາຫະກິດທີ່ມີຊັບ­ພະ­ຍາ­ກອນ ເກືອໂປຕາໃຫຍ່ທີ່ສຸດໃນລາວ ແລະ ອາຊີ. ໃນປີ 2011, ບໍ­ລິ­ສັດ ໄດ້ສໍາເລັດການກໍ່  ­ສ້າງ   ໂຄງ­ການຝຸ່ນໂປຕາ ແບບ  ອຸດສາຫະກໍາທັນສະ­ໄໝ, ຂະ­ໜາດການຜະ­ລິດໃຫຍ່ອັນດັບທີໜຶ່ງ ຂອງປະ­ເທດລາວ.  ໃນເດືອນມັງ­ກອນ 2020, ຫລັງຈາກທີ່  ທີມບໍລິຫານໃໝ່ຂຶ້ນດໍາລົງຕໍາແໜ່ງ ກໍເຮັດ ໃຫ້ການດໍາ ເນີນງານມີປະ­ສິດທິຜົນສູງຂຶ້ນ, ເຮັດໃຫ້ຄົນພາຍນອກເຫັນໄດ້ໃນຄວາມມະ­ຫັດ­ສະ­ຈັນດັ່ງກ່າວ.

ໃນເດືອນກັນ­ຍາ 2021, ບໍ­ລິ­ສັດ ໄດ້ສໍາເລັດໃນການກໍ່­ສ້າງໂຄງ­ການຝຸ່ນໂປຕາຂະ­ໜາດ 1 ລ້ານໂຕນແຫ່ງທໍາອິດ ໃນປະ­ເທດລາວ, ເຊິ່ງໃຊ້ເວ­ລາພຽງແຕ່  17 ເດືອນ, ມີຄວາມໄວໃນການກໍ່­ສ້າງທີ່ກາຍລະ­ດັບສາ­ກົນ, ອັນເປັນການສ້າງ "ຄວາມໄວຂອງປະ­ເທດລາວ" ແລະ "ສິ່ງມະ­ຫັດ­ສະ­ຈັນຂອງຂະ­ແໜງ­ການ", ສຸດທ້າຍກາຍ­ເປັນ ໂຄງ­ການ ຝຸ່ນໂປຕາທີ່ໃຫຍ່ທີ່ສຸດ ໃນອາ­ຊີຕາ­ເວັນອອກສ່ຽງໃຕ້, ສະ­ແດງໃຫ້ເຫັນຄວາມເຂັ້ມ­ແຂງທາງດ້ານການເງິນ, ເຕັກໂນ ໂລຊີທີ່ກ້າວ­ໜ້າ ແລະ    ຄວາມສາ­ມາດໃນການຄຸ້ມຄອງ ແບບມືອາ­ຊີບຂອງທີງານບໍລິຫານຄຸ້ມຄອງ,   ກາຍ­ເປັນການດໍາເນີນງານດ້ານແຮ່ເກືອໂປຕາອັນດັບໜຶ່ງຂອງປະ­ເທດລາວ.

ໂຄງ­ການຜະ­ລິດຝຸ່ນໂປຕາສ ຂະ­ໜາດ 1  ລ້ານໂຕນຕໍ່ປີແຫ່ງທີ 2 ຄາດວ່າຈະເລີ່ມດຳ­ເນີນການທົດລອງໃນທ້າຍປີນີ້, ໄລ­ຍະເວ­ລາການກໍ່­ສ້າງຂອງໂຮງ­ງານ  ແມ່ນໃຊ້   ເວ­ລາພຽງແຕ່ 10 ເດືອນ, ເປັນສະ­ຖິ­ຕິຄວາມໄວທີ່ລື່ນກາຍ ສາກົນ. ໂຄງ­ການຜະ­ລິດຝຸ່ນໂປຕາແຫ່ງທີ 3 ທີ່ມີກຳ­ລັງການຜະ­ລິດ 1 ລ້ານໂຕນຕໍ່ປີ ໄດ້    ເລີ່ມກໍ່­ສ້າງຢ່າງບໍ່ຢຸດຢັ້ງ ແລະ ຄາດວ່າທ້າຍປີໜ້າ ກໍສາ­ມາດທົດລອງຜະລິດ.


ໃນຂະ­ນະທີ່ໄດ້ຮັບສິດສໍາປະ­ທານ ແຮ່ເກືອໂປຕາສ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ຖືເອົາໂອ­ກາດທີ່ຕົນ ເອງມີກໍາລັງແຮງ ເພື່ອສ້າງປະ­ສິດທິພາບການຜະ­ລິດທີ່  ໄວໃນລາວ, ສ້າງສະ­ຕິຖິຕິໃໝ່ ດ້ານການພັດ­ທະ­ນາບໍ່ແຮ່ ໃນ ລາວ, ບັນ­ລຸການດໍາເນີນງານທີ່ວ່ອງ­ໄວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈລະ­ດັບສູງຈາກລັດ­ຖະ­ບານ ສປປ ລາວ.ຜູ້ຮັບ­ຜິດ­ຊອບຂອງ ຊີໂນ​-​ອາກຣີ ໂປຕາສ ໄດ້ເວົ້າວ່າ: ໃນເດືອນເມ­ສາຂອງປີນີ້, ບໍ­ລິ­ສັດໄດ້ເລີ່ມສະ­ເໜີຂໍສໍາປະ­ທານບໍ່ແຮ່ ເກືອໂປຕາບ້ານໜອງລົ່ມ   ເນື້ອ­ທີ່ 48.52 ກິໂລຕາແມັດ, ໃນວັນທີ 27 ຕຸ­ລາໄດ້ຮັບແຈ້ງການກ່ຽວ ກັບການເຈ­ລະ­ຈາສັນຍາສໍາຫລວດ ຈາກກະ­ຊວງແຜນ­ການ ແລະ ການລົງທຶນ, ໃນວັນທີ 4 ພະ­ຈິກໄດ້ສໍາເລັດການ ເຈ­ລະ­ຈາກັບອໍານາດການປົກ­ຄອງແຂວງຄໍາມ່ວນ. ວັນທີ 25 ເດືອນພະ­ຈິກ ຫລັງຈາກທີ່ນາ­ຍົກ­ລັດ­ຖະ­ມົນ­ຕີມອບ  ສິດໃຫ້ກະ­ຊວງແຜນ­ການ ແລະ ການລົງ­ທຶນ  ເຊັນສັນຍາສໍາຫລວດ ກັບບໍ­ລິ­ສັດ, ໃນວັນທີ 27 ພະ­ຈິກ ບໍ­ລິ­ສັດ ກໍສໍາເລັດການຊໍາລະຄ່າສໍາປະ­ທານ 10 ລ້ານໂດລາສະຫະລັດ, ໄດ້ຈ່າຍ  ອາ­ກອນຊັບ­ພະ­ຍາ­ກອນ ແລະ ໄດ້ຈັດຕັ້ງການ  ເຊັນສັນຍາສໍາຫລວດສໍາເລັດ ແລະ ເລີ່ມການສໍາຫລວດໃນວັນທີ 28 ພະຈິກ.ໃນລະ­ຫວ່າງນັ້ນ, ຊີໂນ​-​ອາກຣີ ໂປ  ຕາສ ໄດ້ກໍານົດແຜນການສໍາຫລວດທີ່ລະ­ອຽດ, ເພີ່ມຈໍານວນຂຸມເຈາະສໍາຫລວດທີ່ໄດ້ມາດ­ຕະ­ຖານຕາມຂັ້ນຕອນການຂຸດຄົ້ນ ໂດຍເພີ່ມຂຶ້ນຈາກ 37 ເປັນ 46     ເກີນມາດ­ຕະ­ຖານການຂຸດ ເຈາະ ໃນພື້ນທີ່ຂຸດຄົ້ນບໍ່ແຮ່ເບື້ອງຕົ້ນໃນໄລ­ຍະການຂຸດ   ຄົ້ນບໍ່ແຮ່.  ພ້ອມນັ້ນຍັງໄດ້ມີການກໍານົດເຈດຈໍານົງການສໍາຫລວດກັບ 2 ບໍ­ລິ­ສັດ,  ສາ­ມາດຮວບ­ຮວມເຄື່ອງຂຸດເຈາະໄດ້ 23 ເຄື່ອງ, ປັດ­ຈຸບັນ ມີ 10 ກວ່າເຄື່ອງທີ່ມາຮອດ   ສະ­ໜາມ ແລະ ສາມາດນໍາໃຊ້ໄດ້ແລ້ວ, ສ່ວນທີ່ເຫລືອແມ່ນກໍາລັງທະ­ຍອຍມາ.

ຜູ້ຮັບ­ຜິດ­ຊອບໄດ້ເວົ້າວ່າ: ແຜນການສໍາຫລວດ ຂອງບໍ­ລິ­ສັດ ໄດ້ຍົກສູງປະ­ສິດ­ທິ­ພາບ ແລະ ຄວາມໄວໃນ ການສຳ­ຫລວດ ແລະ ຜະ­ລິດເກືອໂປຕາສບ້ານໜອງລົ່ມ, ປັບໄລ­ຍະການສໍາຫລວດເດີມ 2 ປີ, ​ສຶກ­ສາຄວາມເປັນ  ໄປໄດ້ 1 ປີ ແລະ ການປະເມີນສິ່ງ­ແວດ­ລ້ອມ 1 ປີ ມາເປັນ 2 ຂັ້ນຕອນ,  ແຕ່ລະຂັ້ນຕອນ 1 ປີ ແລະ ພະ­ຍາ­ຍາມໃຫ້ສຳ­ເລັດການສຳ­ຫລວດພາຍໃນເຄິ່ງປີ, ສຳ­ເລັດການສຶກ­ສາຄວາມເປັນໄປໄດ້ ແລະ ການປະເມີນຜົນກະ­ທົບຕໍ່ສິ່ງ­ແວດ­ ລ້ອມໃນອີກເຄິ່ງປີ. ຫລັງຈາກດໍາເນີນການຜະ­ລິດເກືອ  ໂປຕາສ, ນອກ­ຈາກຜົນປະ­ໂຫຍດທີ່ໄດ້ມາຈາກການລົງ­ທຶນໃນ ຊັບສິນຄົງທີ່ໃນໄລ­ຍະການກໍ່­ສ້າງ, ທຸກໆການຜະ­ລິດ ເກືອໂປຕາສ 1 ລ້ານໂຕນ ຊຸກ­ຍູ້ໃຫ້ເກີດການຈ້າງງານ​  3.000 ຄົນ ແລະ ສາມາດ​​ເສຍພາ­ສີອາ­ກອນປະຈໍາປີໃຫ້ແກ່ລັດ­ຖະ­ບານເປັນເງິນ 30 ລ້ານໂດລາສະ­ຫະລັດ, ຜົນປະ­ໂຫຍດທາງດ້ານເສດ­ຖະ­ກິດໃນອະ­ນາ­ຄົດຂອງໂຄງ­ການຂຸດຄົ້ນເກືອໂປຕາສ ຢູ່ບ້ານໜອງລົ່ມ ຄາດວ່າຈະສູງກວ່າຄວາມຄາດຫວັງຂອງລັດ­ຖະ­ບານລາວ.

ໃນໄລ­ຍະທີ່ສຳ­ຄັນຂອງການຫັນ­ປ່ຽນ ແລະ ພັດ­ທະ­ນາເສດ­ຖະ­ກິດ, ປະ­ສິດທິພາບ ແລະ ຄວາມໄວໃນການດໍາເນີນງານຂອງບໍ­ລິ­ສັດ ແມ່ນເປັນແບບ­ຢ່າງທີ່ດີໃຫ້ກັບ ຂະ­ແໜງ­ການອື່ນໆໃນລາວ.

ຮູບແບບການພັດ­ທະ­ນາເຂດນິ­ຄົມອຸດສາຫະກໍາ​​ໂປຕາ ຂອງ

 ບໍ­ລິ­ສັດ ຊີໂນ​-​ອາກຣີໂປຕາສ ຈໍາກັດ ທີ່ໜ້າສຶກສາ ແລະ ຮຽນຮູ້

ເນັ້ນໃສ່ການພັດ­ທະ­ນາກໍ່­ສ້າງເຂດບໍ່ແຮ່ດັ່ງ­ກ່າວ, ບໍ­ລິ­ສັດ ຊີໂນ​-​ອາກຣິໂປຕາສ ຈໍາກັດ ກໍມີການວາງແຜນ ລະ­ອຽດ, ການວາງແຜນດັ່ງ­ກ່າວເປັນນະວັດຕະ ກໍາໃໝ່   ຂອງຮູບແບບການພັດ­ທະ­ນາບໍ່ແຮ່ ຫລື ຈະເປັນການຫັນ­ປ່ຽນມູນຄ່າຊັບ­ພະ­ຍາ­ກອນບໍ່ແຮ່ຂອງປະ­ເທດລາວ ກາຍ­ເປັນມູນຄ່າເສດ­ຖະ­ກິດ, ຊຸກ­ຍູ້ການພັດ ­ທະ­ນາເສດ­ຖະ­ກິດ ແລະ ສັງ­ຄົມປະ­ເທດລາວຢ່າງແທ້ຈິງ.

ຈາກການເປີດເຜີຍຂອງຫົວໜ້າວິສະວະກອນ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໃຫ້ຮູ້ວ່າ: ບໍລິສັດ  ກໍາລັງກໍ່ສ້າງເຂດນິຄົມອຸດສາຫະກໍາລະດັບປະເທດຢູ່ແຂວງຄໍາມ່ວນ. ອີງໃສ່ຊັບພະຍາກອນບໍ່ແຮ່ທີ່ມີໃນ ປັດຈຸບັນມີຄື: 1. ເລັ່ງຂະຫຍາຍກໍາລັງການຜະລິດຂອງຝຸ່ນໂປຕາສ, ສ້າງເຂດນິຄົມອຸດສາຫະກໍາຝຸ່ນໂປຕາສປັດຈຸບັນ,  ໂຄງ  ການທີ2 ແລະ ໂຄງການທີ 3 ໂຄງການຜະລິດຝຸ່ນໂປຕາສ 1 ລ້ານໂຕນ/ປີ  ກໍາລັງດໍາເນີນການກໍ່ສ້າງຢ່າງເຕັມທີ່, ສ່ວນໂຄງ ການທີ 4 ແລະ ໂຄງ ການທີ 5 ໂຄງການຜະລິດ  ຝຸ່ນໂປຕາສ 1 ລ້ານໂຕນ/ປີ ແມ່ນໄດ້ປະກອບເອກະສານ ແລະ ສະ   ເໜີໄປຫາພາກສ່ວນທີ່ກ່ຽວຂ້ອງພາກລັດຂອງລາວແລ້ວ. ຄາດຄະ ເນ ປີ 2023 ບັນລຸກໍາລັງການຜະລິດປຸ໋ຍໂປຕາສ 3 ລ້ານໂຕນ, ປີ 2025 ບັນລຸກໍາລັງການຜະລິດ 5 ລ້ານໂຕນ, ພະຍາຍາມສູ້ຊົນເພື່ອໃຫ້ບັນລຸຂະໜາດກໍາລັງການຜະລິດລະດັບ 10 ລ້ານໂຕນໃນໄລຍະກາງ     ແລະ ໄລຍະຫລັງ, ກາຍເປັນຖານຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອັນດັບທີ 4 ຂອງໂລກ; 2. ສົມ­ທົບພັດ­ທະ­ນາຊັບ­ພະ­ຍາ­ກອນທີ່ບໍ່ແມ່ນໂປຕາສ, ສ້າງນິ­ຄົມອຸດສາຫະກໍາອະໂປຕາສ (​ບໍ່ມີໂປ  ຕາ),  ນໍາໃຊ້ຊັບ­ພະ­ຍາ­ກອນແຮ່ຕິດພັນຂອງບໍ່ແຮ່ເກືອໂປຕາສ (ໂບຣມິນ, ເກືອນາຕີ ແລະ ອື່ນໆ), ພັດ­ທະ­ນາໂຄງການສານໂບຣມິນ, ອຸດສາຫະກໍາເຄມີຄລໍ-ອານຄາໄລ(chlor-alkali), ເກືອບໍລິໂພກ ແລະ ອື່ນໆ, ນໍາໃຊ້ຊັບ­ພະ­ຍາ ­ກອນບໍ່ແຮ່ແບບກວມລວມໃນວົງປິດ,ລົງເລິກການເພີ່ມມູນຄ່າເສດ­ຖະ­ກິດ​, ຜ່ານການວາງແຜນຜະ­ລິດຕະພັນຫລາຍ ຮູບແບບ,  ສ້າງເປັນຮູບແບບອຸດສາຫະກໍາໃໝ່ທີ່ທົດແທນ    ການນໍາເຂົ້າ ແລະ ສ້າງລາຍຮັບຈາກການສົ່ງອອກຂອງປະ ­ເທດລາວ; 3. ສ້າງຕົວເມືອງ ອາຊີ​-​ໂປຕາຂະ­ໜາດນ້ອຍ, ຊຸກ­ຍູ້ການພັດ­ທະ­ນາແບບຕົວເມືອງ. ຜ່ານ    ການສ້າງຕົວ   ເມືອງຂະ­ໜາດນ້ອຍ, ປັບ­ປຸງສະ­ພາບແວດລ້ອມດໍາລົງຊີ­ວິດຂອງປະ­ຊາ­ຊົນໃນບໍ­ລິ­ເວນ  ອ້ອມຂ້າງ, ດໍາເນີນການ­ເຄື່ອນ ­ໄຫວຊ່ວຍ­ເຫລືອລົບລ້າງ    ຄວາມ­ທຸກຍາກດ້ວຍກະສິກໍາ ແລະ ສ້າງກອງທຶນການສຶກ­ສາ, ເຮັດໃຫ້­ການພັດ­ທະ­ນາສົ່ງ  ຜົນປະ­ໂຫຍດຕົວຈິງຕໍ່ປະ­ຊາ­ຊົນໃນບໍ­ລິ­ເວນອ້ອມຂ້າງ, ຊຸກ­ຍູ້ການພັດ­ທະ­ນາເສດ­ຖະ­ກິດທ້ອງ­ຖິ່ນ ແລະ ການກໍ່­ສ້າງຊີ­ວິດສັງຄົມ. ໃນອະ­ນາ­ຄົດ,  ບໍ­ລິ­ສັດວາງແຜນຈະນໍາເອົາຮູບແບບການພັດ­ທະ­ນາດັ່ງ­ກ່າວ ໄປນໍາໃຊ້ໃນເຂດບໍ່ເກືອໂປຕາສ ເນື້ອ­ທີ່ 48.52 ກິ­ໂລຕາແມັດ ຢູ່ບ້ານໜອງລົ່ມ ແລະ ເຮັດໃຫ້ນິ­ຄົມອຸດສາຫະກໍາມີການເຊື່ອມໂຍງກັນ, ສ້າງ ມູນຄ່າສູງກວ່າເກົ່າ ແລະ ສົ່ງຜົນປະ­ໂຫຍດຕໍ່ປະ­ຊາ­ຊົນຫລາຍກວ່າເກົ່າ.

ບໍ­ລິ­ສັດ ຊີໂນ​-​ອາກຣີ ໂປຕາສ ຈໍາກັດ ໄດ້ຖືເອົາອຸດສາຫະກໍາຝຸ່ນໂປຕາເປັນແກ່ນສານ, ດໍາເນີນການຂະ­ ຫຍາຍຕ່ອງໂສ້ອຸດສາຫະກໍາແບບແນວຕັ້-​ແນວນອນ,   ສ້າງຮູບແບບການພັດ­ທະ­ນາຂອງເຂດນິ­ຄົມອຸດສາຫະກໍາ, ບໍ່ພຽງແຕ່ຈະຊ່ວຍສະ­ໜອງແນວຄິດໃໝ່  ແລະ  ການສາ­ທິດໃໝ່ໃຫ້ແກ່ ການພັດ­ທະ­ນາຊັບ­ພະ­ຍາ­ກອນບໍ່ແຮ່ຂອງປະ­ເທດລາວ,  ມີຜົນດີຕໍ່ການຊຸກ­ຍູ້ການພັດ­ທະ­ນາອຸດສາຫະກໍາ ແລະ ຕົວເມືອງຂອງປະ­ເທດລາວ.

ປຽບເໝືອນຟ້າກັບດິນ, ການສົມທຽບຢ່າງຮຸນແຮງເຮັດໃຫ້ມີການໄຕ່­ຕອງ

ໃນເຂດບໍ່ເກືອໂປຕາສ ບ້ານໜອງລົ່ມ, ບໍ­ລິ­ສັດ ໄດ້ຈັດສັນເຄື່ອງຈັກຊີເຈາະ 10 ກວ່າເຄື່ອງ ເຂົ້າໃນວຽກງານການເຈາະສໍາຫລວດໃນອາ­ກາດທີ່ຮ້ອນຫລາຍ, ບັນ­ຍາ­ ກາດໃນພິທິເປີດໂຄງ­ການ ເຮັດໃຫ້ເຮົາເຫັນຄວາມຈະ­ເລີນຮຸ່ງ ­ເຮືອງໃນອະນາຄົດ. ແຕ່ວ່າ,  ນັກຂ່າວກໍໄດ້ສັງ­ເກດເຫັນເຂດບໍ່ແຮ່ອີກເຂດໜຶ່ງ ທີ່ຕິດກັບເຂດບໍ່ເກືອໂປຕາສ   ບ້ານ  ໜອງລົ່ມ ແມ່ນງຽບເຫງົາຫລາຍ. ພາຍຫລັງທໍາຄວາມເຂົ້າ­ໃຈແລ້ວ, ນັກຂ່າວຈຶ່ງຮູ້ວ່າ ນີ້ກໍເປັນເຂດບໍ່ເກືອໂປຕາອີກເຂດໜຶ່ງທີ່ຕິດກັບເຂດບໍ່ເກືອໂປຕາສ ບ້ານໜອງລົ່ມ ເຊິ່ງໄດ້ເຊັນສັນ­ຍາສຶກ­ສາສໍາຫລວດໃນເດືອນ 3 ປີ 2022, ແຕ່ວ່າການວາງ­ເງິນຂອງບໍ­ລິ­ສັດແມ່ນມີຄວາມຊັກຊ້າ, ປະ­ສິດ­ທິ­ພາບການສໍາຫລວດກໍ່ຕໍ່າຫລາຍ, ປັດຈຸບັນສໍາ  ເລັດການຊີເຈາະພຽງ 2 ຮູເທົ່ານັ້ນ ແລະ ວຽກງານການສໍາຫລວດຢູ່ໃນສະ­ພາບຢຸດເຊົາ.

ຈາກທີ່ຮັບຮູ້ແລ້ວ, ຊັບ­ພະ­ຍາ­ກອນບໍ່ແຮ່ຂອງປະ­ເທດລາວມີຄວາມອຸ­ດົມ­ສົມ­ບູນ, ລວມທັງບໍ່ເກືອໂປຕາສ, ບໍ່ຖ່ານຫີນ, ບໍ່ບົກຊິດ ແລະ ບໍ່ແຮ່ອື່ນໆ, ລະ  ­ດັບການພັດ­ທະ­ນາຂ້ອນຂ້າງຕໍ່າ, ພື້ນທີ່ການພັດ­ທະ­ນາກວ້າງ, ກາຍ­ເປັນສະ­ຫວັນແຫ່ງການຂຸດຄົ້ນບໍ່ຄໍາຂອງນັກລົງ­ທຶນ, ໄດ້ດຶງດູດນັກລົງ­ທຶນເປັນຈໍານວນຫລາຍ. ພ້ອມນີ້,ກໍໄດ້ດຶງດູດ ນັກສວຍ­ໂອ­ກາດ ແລະ ນັກລົງ­ທຶນທີ່ມີຄວາມສາມາດຕໍ່າ, ວິສາຫະກິດລັກ­ສະ­ນະສວຍ­ໂອ­ກາດເຫລົ່ານີ້ ມັກຈະກັກ ຕຸນ ແລະ ຄອບ­ຄອງສິດ,   ເມື່ອໄດ້ຮັບສິດ­ທິໃນວຽກບໍ່ແຮ່ແລ້ວ  ບໍ່ດໍາເນີນການພັດ­ທະ­ນາ, ລໍ­ຖ້າໂອ­ກາດແລ້ວໂອນ ຂາຍດ້ວຍລາ­ຄາສູງ; ວິສາຫະກິດທີ່ມີຄວາມສາມາດຕໍ່າ, ໃນເມື່ອໄດ້ຮັບສິດ­​ແລ້ວ, ເນື່ອງຈາກມີຂໍ້ຈໍາກັດດ້ານຄວາມ ສາ­ມາດ, ພຽງແຕ່ສາມາດດໍາເນີນການປຸງແຕ່ງຊັບ­ພະ­ຍາ­ກອນບໍ່ແຮ່ ໃນຂັ້ນທໍາອິດ ຫລື ພັດ­ທະ­ນາພາກ­ສ່ວນໜຶ່ງເທົ່ານັ້ນ,   ຜົນປະ­ໂຫຍດໃນການພັດ­ທະ­ນາຊັບ­ພະ­ຍາ­ກອນບໍ່  ແຮ່ໄດ້ຫລຸດລົງຫລາຍ ບໍ່ວ່າຈະເປັນການສວຍ­ໂອ­ກາດກັກ  ຕຸນ ຫລື ຄອບ­ຄອງສິດ, ການປຸງແຕ່ງຂັ້ນທໍາອິດ    ແລະ ການພັດ­ທະ­ນາພາກ­ສ່ວນໜຶ່ງທີ່ໄດ້ຮັບການຈໍາກັດ ດ້ານຄວາມສາ­ມາດ, ທັງເປັນການລະ­ເມີດສັນ­ຍາທີ່ເຊັນກັບລັດ­ຖະ­ບານ ແລະ  ສົ່ງຜົນກະ­ທົບຕໍ່ການ­ສະ   ­ ແດງທ່າ­ແຮງດ້ານຊັບ­ພະຍາ­ກອນແຮ່ທາດຂອງປະ­ເທດລາວ, ສົ່ງຜົນກະ­ທົບຕໍ່ການພັດ­ທະ­ນາເສດ­ຖະ­ກິດແບບຄຸນນະພາບ ແລະ ວ່ອງ­ໄວຂອງປະ­ເທດລາວ.

      ຕໍ່ເຫດ­ການເຫລົ່ານີ້, ພາກ­ສ່ວນກ່ຽວ­ຂ້ອງຂອງລັດ­ຖະ­ບານ ຈະຕ້ອງໃຫ້ຄວາມເອົາ­ໃຈ­ໃສ່ທີ່ສຸດ, ສໍາລັບວິສາຫະກິດທີ່ມີສິດ­ໃນດ້ານບໍແຮ່ ແຕ່ບໍ່ດໍາເນີນການພັດ­ທະ­ນາ,   ຈະຕ້ອງກໍານົດເວ­ລາເກັບຄືນສິດ­ ແລ້ວນໍາເອົາຊັບ­ພະ­ຍາ­ກອນເຂົ້າໃນຕະ­ຫລາດຄືນ­ໃໝ່ ເພື່ອເລືອກເອົາວິສາຫະກິດທີ່ມີຄວາມສາ­ມາດ ແລະ ເຮັດແທ້ທໍາ ຈິງ ເຂົ້າໄປດໍາເນີນ   ການ  ພັດ­ທະ­ນາຊັບ­ພະ­ຍາ­ກອນແບບລົງເລິກ, ສ້າງຕ່ອງໂສ້ອຸດສາຫະກໍາປຸງແຕ່ງຊັບ­ພະ­ຍາ­ກອນບໍ່ແຮ່ທັງໝົດ, ໝູນໃຊ້ຕົ້ນທຶນພະ­ລັງ­ງານໄຟຟ້າຕໍ່າ ແລະ ຄ່າແຮງງານຕໍ່າຂອງປະ­ເທດລາວ, ດໍາເນີນການຮວບຮວມອຸດສາຫະກໍາ, ສ້າງເປັນກຸ່ມອຸດສາຫະກໍາ ເພື່ອຊຸກ­ຍູ້ການພັດ­ທະ­ນາອຸດສາຫະກໍາຂອງປະ­ເທດ    ລາວ ເພີ່ມລະ­ດັບຄວາມສາ­ມາດດ້ານການສະ­ໜອງຜະ­ລິດຕະພັນ ແລະ ຄວາມສາ­ມາດດ້ານລາຍຮັບຈາກການສົ່ງອອກຂອງປະ­ເທດລາວ, ເຮັດໃຫ້ມູນຄ່າເງິນ­ຕາຂອງປະ ເທດລາວມີຄວາມໝັ້ນ­ຄົງ,   ຊຸກ­ຍູ້ການພັດ­  ທະ­ນາເສດ­ຖະ­ກິດແບບແຂງ­ແຮງ ແລະ ວ່ອງ­ໄວຂອງປະ­ເທດລາວ.



KPL

ຂ່າວອື່ນໆ

ads
ads

Top