ສວນວັດທະນະທໍາຊຽງຄວນ ປະກອບສ່ວນ ພັດທະນາປະເທດຊາດ ດ້ານການດຶງດູດນັກທ່ອງທ່ຽວ

29/11/2022 10:15
Email Print 2548
ຂປລ ຂປລ. ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ ທ່ອງທ່ຽວອື່ນໆ ເຊັ່ນ: ພະພຸດທະຮູບປາງຕ່າງໆ ທີ່ມີຄວາມເກົ່າແກ່ ເປັນຈຳນວນຫລາຍ, ມີທັງພະພຸດທະຮູບນ້ອຍ ແລະ ໃຫຍ່, ມີຮູບປັ້ນຈຳລອງກ່ຽວກັບນະຣົກ, ສະຫວັນ ທີ່ເປັນເອກະລັກ

ຂປລ. ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ ທ່ອງທ່ຽວອື່ນໆ ເຊັ່ນ: ພະພຸດທະຮູບປາງຕ່າງໆ ທີ່ມີຄວາມເກົ່າແກ່ ເປັນຈຳນວນຫລາຍ, ມີທັງພະພຸດທະຮູບນ້ອຍ ແລະ ໃຫຍ່, ມີຮູບປັ້ນຈຳລອງກ່ຽວກັບນະຣົກ, ສະຫວັນ ທີ່ເປັນເອກະລັກ ແລະ ຫລາຍຄົນໃຫ້ຄວາມສົນໃຈ ເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ. ນອກນັ້ນ, ຍັງມີປະຕູໂຂງທາງເຂົ້າ ທີ່ມີຄວາມສວຍງາມ ໂດດເດັ່ນ ສື່ໃຫ້ເຫັນເຖິງວັດທະນະທໍາ ທີ່ມີການປະສົມປະສານ ວັດທະນະທໍາ ຮ່ວມສະໄໝ ແລະ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເປັນຈຳນວນຫລວງຫລາຍ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການ ບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດ ຜູ້ດຽວ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ວ່າ: ຂ້າພະເຈົ້າ ກໍເປັນບຸກຄົນໜຶ່ງ ທີ່ດຳເນີນທຸລະກິດ ໄປພ້ອມກັບການປະກອບສ່ວນ ສ້າງສາພັດທະນາ ປະເທດຊາດ ແລະ ໄດ້ປະກອບສ່ວນ ຊ່ວຍເຫລືອສັງຄົມ ຜ່ານໜ່ວຍກູ້ໄພ ແລະ ສ້າງສາວັດວາອາຮາມຕ່າງໆ; ດຳເນີນທຸລະກິດຫລາຍດ້ານ ທີ່ສອດຄ່ອງກັບແຜນພັດ ທະນາຂອງເມືອງຫາດຊາຍຟອງ ກໍຄື ຂອງນະຄອນຫລວງວຽງຈັນ ມາໂດຍຕະຫລອດ ໂດຍສະເພາະ ແມ່ນການພັດທະນາ ດ້ານການທ່ອງທ່ຽວ ໂດຍໄດ້ມີການປັບປຸງສວນ ວັດທະນະທໍາຊຽງຄວນ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດ ມີອາກາດປອດໂປ່ງ ແລະ ພັດທະນາ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ແລະ ປະທັບໃຈ. ພ້ອມນັ້ນ, ສວນແຫ່ງນີ້ ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງຄື: ສ້ອມແປງເສັ້ນທາງ ຍ່າງພາຍໃນສວນ, ກໍ່ສ້າງສວນສາທາລະນະ, ຮ້ານອາຫານ, ບ່ອນຫລິ້ນເດັກນ້ອຍ, ຕູບພັກເຊົາ, ປັບປຸງສະຖານທີ່ຈອດລົດ ໃຫ້ກວ້າງຂວາງກວ່າເກົ່າ, ປັບປຸງເສັ້ນທາງຍ່າງຊົມວິວ, ປູກຕົ້ນໄມ້ຫລາຍສີສັນອ້ອມຮອບ ເພື່ອບໍລິການນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມ ເຊິ່ງໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້, ສົ່ງເສີມຊ່ວຍເຫລືອ ໃນຂະແໜງທຸລະກິດ ໂດຍໄດ້ກຳນົດນິຕິກຳທາງດ້ານກົດທີ່ເອື້ອອຳນວຍ ໃຫ້ຂະແໜງທຸລະກິດ ມາໂດຍຕະຫລອດ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ໄດ້ກ່າວອີກວ່າ: ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ທີ່ຈະມາເຖິງນີ້, ຂ້າພະເຈົ້າ ໃນນາມນັກທຸລະກິດຮຸ່ນໃໝ່ ຂໍສະແດງຄວາມຮູ້ບຸນຄຸນ ເປັນຢ່າງສູງມາຍັງ ການນຳພັກ-ລັດທຸກຂັ້ນ, ທຸກຍຸກທຸກສະໄໝ ທີ່ໄດ້ເອົາໃຈໃສ່ ສ້າງສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາ ເຊິ່ງຕະຫລອດໄລຍະ 47 ປີ ຜ່ານມາ ເຫັນໄດ້ວ່າ ປະເທດຊາດ ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ, ເສດຖະກິດ-ສັງຄົມ ມີການຂະຫຍາຍ ຕົວ, ປະເທດຊາດມີຄວາມສະຫງົບສຸກ

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top