ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ມັດທະຍົມສົມບູນ ບ້ານຕິ້ວ ເມືອງລະມາມ

24/11/2022 13:45
Email Print 1675
ຂປລ ຂປລ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ມູນຄ່າ 66.892 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການດ້ານການສຶກສາ ໃນໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ສະພາບແວດລ້ອມ ການສຶກສາ ແລະ ສະພາບສຸຂະອານະໄມ ຂອງໂຮງຮຽນດັ່ງກ່າວ ເຊິ່ງພິທີເຊັນສັນຍາ ໄດ້ຈັດໃນວັນທີ 23 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ.

ຂປລ.  ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ມູນຄ່າ 66.892 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການດ້ານການສຶກສາ ໃນໂຮງຮຽນມັດທະຍົມສົມບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ສະພາບແວດລ້ອມ ການສຶກສາ ແລະ ສະພາບສຸຂະອານະໄມ ຂອງໂຮງຮຽນດັ່ງກ່າວ ເຊິ່ງພິທີເຊັນສັນຍາ ໄດ້ຈັດໃນວັນທີ 23 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ.

​ໂອກາດ​ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ມອບທຶນຊ່ວຍເຫລືອ ກໍ່ສ້າງໂຮງຮຽນມັດທະຍົມສົມ ບູນບ້ານຕິ້ວ ເມືອງລະມາມ ແຂວງເຊກອງ ເຊິ່ງການຊ່ວຍເຫລືອໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສະໜັບສະໜູນ-ຊ່ວຍພັດທະນາ ການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ ຢູ່ພາຍໃນແຂວງເຊກອງ ກໍ​ຄື ເມືອງລະມາມ, ໃນໄລຍະຜ່ານມາ ລັດ ຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ແກ່ເມືອງລະມາມ ໃນການປຸກສ້າງໂຮງຮຽນ ມັດທະຍົມຕອນຕົ້ນເຊນ້ອຍ ແລະ ມັດທະຍົມຕົ້ນບ້ານໂມ, ເຊິ່ງເປັນການຊ່ວຍເຫລືອ ທີ່ຍິ່ງໃຫຍ່ ແລະ ເປັນຂອງຂວັນທີ່ຫາອັນປຽບບໍ່ໄດ້, ທຶນຊ່ວຍເຫລືອດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ມີສະຖານທີ່ ຮັບໃຊ້ການຮຽນ-ການສອນ ທີ່ມີຄຸນະພາບ, ເຮັດໃຫ້ລູກຫລານ ນັກຮຽນ ໄດ້ມີໂອກາດໄດ້ເຂົ້າຮຽນຫລາຍຂຶ້ນ.

ທ່ານ ໂຄບະຢະຊິ ເຄັນອິຈິ ​ເອກ​ອັກຄະຣາຊະ​ທູດ ຍີ່ປຸ່ນ ປະຈຳ​ລາວ ໄດ້ກ່າວວ່າ: ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດ ໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງ ເພື່ອການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດລາວ ໂດຍອີງຕາມ ຄວາມຕ້ອງການພື້ນຖານ ຂອງມະນຸດເປັນຫລັກ, ລັດຖະບານຍີ່ປຸ່ນຈະສືບຕໍ່ ໃຫ້ການຊ່ວຍເຫລືອລັດຖະບານລາວ ປັບປຸງພື້ນຖານຊີວິດ ການເປັນຢູ່ຂັ້ນຮາກຖານ ຕໍ່ໄປເພື່ອຮັບປະກັນ ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງຜ່ານການແກ້ໄຂ ຄວາມແຕກໂຕນໃນພາກພື້ນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top