ສປ ຈີນ ສະໜອງອາຫານທ່ຽງໃຫ້ນັກຮຽນ ຊັ້ນປະຖົມ 1.400 ກວ່າແຫ່ງໃນ ສປປ ລາວ

24/11/2022 13:24
Email Print 1628
ຂປລ ຂປລ. ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງ ໃຫ້ນັກຮຽນຊັ້ນປະຖົມ ຈຳນວນ 132.450 ຄົນ ຢູ່ໃນໂຮງຮຽນ 1.400 ກວ່າແຫ່ງໃນ ສປປ ລາວ ໂດຍໄດ້ມີພິທີລົງນາມ ໃນຂໍ້ຕົກລົງສະບັບໃໝ່ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (MoES), ອົງການອາຫານໂລກແຫ່ງ ສະຫະປະຊາຊາດ (WFP) ແລະ ອົງການຊ່ວຍເຫລືອ ເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA)

ຂປລ. ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງ ໃຫ້ນັກຮຽນຊັ້ນປະຖົມ ຈຳນວນ 132.450 ຄົນ ຢູ່ໃນໂຮງຮຽນ 1.400 ກວ່າແຫ່ງໃນ ສປປ ລາວ ໂດຍໄດ້ມີພິທີລົງນາມ ໃນຂໍ້ຕົກລົງສະບັບໃໝ່ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (MoES), ອົງການອາຫານໂລກແຫ່ງ ສະຫະປະຊາຊາດ (WFP) ແລະ ອົງການຊ່ວຍເຫລືອ ເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ໃນວັນທີ 22 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ.

ການຊ່ວຍເຫລືອດັ່ງກ່າວ, ເພື່ອຊ່ວຍລັດຖະບານລາວ ບັນລຸເປົ້າໝາຍໃນການຫລຸດຜ່ອນ ອັດຕາການຂາດສານອາຫານ ໃນເດັກນ້ອຍ ເຊິ່ງ ສປ ຈີນ ໄດ້ສະໜອງ ເຂົ້າສານຈ້າວ ແລະ ປາກະປ໋ອງ ເຂົ້າໃນໂຄງການອາຫານທ່ຽງ ຜ່ານອົງການອາຫານໂລກ ຈະຊ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ສາ ມາດນຳໄປຈັດຕັ້ງປະຕິບັດ ວຽກງານອາຫານໃນໂຮງຮຽນແຫ່ງຊາດ ຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງຈະເລີ່ມຈັດຕັ້ງ ໃນພາກຮຽນທີ່ຈະມາເຖິງນີ້.

ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນແຜນງານລະດັບຊາດ ທີ່ເລີ່ມຕົ້ນດ້ວຍການສະໜັບສະໜູນ ຈາກອົງການອາຫານໂລກ ນັບແຕ່ປີ 2010 ເປັນຕົ້ນມາ, ວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປເປັນ 1.700 ກວ່າໂຮງຮຽນໃນ 12 ແຂວງ ໃນປີ 2022, ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດ ຫລັງຈາກທຶນການຮ່ວມມືໃຕ້ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະ ການຮ່ວມມືໃຕ້ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກ ຂອງລັດຖະບານຈີນ.

ການສະໜອງອາຫານໃນໂຮງຮຽນ ເປັນເຄື່ອງມືຢັ້ງຢືນໃນທົ່ວໂລກວ່າ ມີຄວາມສຳຄັນໃນການຮັບປະກັນ ການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫລັກຂອງແຜນງານ ແມ່ນແນໃສ່ເດັກນ້ອຍ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ທີ່ປະເຊີນກັບສິ່ງທ້າທາຍຫລາຍດ້ານ ເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີຄວາມສຳຄັນ ໃນການຫລຸດຜ່ອນ ຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນ ການພັດທະນາ ຊັບພະຍາກອນມະນຸດ ຂອງປະເທດ.

ນອກຈາກການສະໜອງ ອາຫານໃນໂຮງຮຽນ, ອົງການອາຫານໂລກ ຍັງສະໜອງການຊ່ວຍ ເຫລືອດ້ານອື່ນໆ ໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫລືອຊຸມຊົນ ໃນການສ້າງ ເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ ຍັງມີກິດຈະກຳທີ່ສົ່ງເສີມ ການຮຽນຮູ້ໜັງສື, ສະໜອງ ເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫລາຍ ​ເພື່ອຊ່ວຍຕື່ມເຕັມຄາບອາຫານທ່ຽງ ຂອງນັກຮຽນໃຫ້ມີ ໂພຊະນາການ​ເພີ່ມຂຶ້ນ, ທັງເປັນການສະແດງເຖິງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ທີີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

ຂ່າວ-ພາບ: ມະ​ໄລ​ລັກ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top