ການແລ່ນມາລາທອນປັກກິ່ງປີ 2022 ຈະຈັດຂຶ້ນໃນເດືອນພະຈິກປີນີ້

05/10/2022 17:52
Email Print 385
ຂປລ ການແລ່ນ ມາລາທອນ ປັກກິ່ງ ເປີ້ຍເຄີ ປີ 2022 ຈະຈັດຂຶ້ນໃນ ວັນທີ 6 ພະຈິກໜ້ານີ້ ​ໂດຍຈຸດເລີ່ມຕົ້ນ ແມ່ນ ສະໜາມຫລວງ ທ່ຽນອ່ານເມີນ ຈົນ​ຮອດ ​ປາຍທາງ ແມ່ນຖະໜົນ ຊົມວິວ ສວນສາທາລະນະ ໂອລິມປິກ ຊຶ່ງວຽກງານ ຮັບນັກກີລາ ຈະເລີ່ມດຳເນີນ ໃນເວລາ 10 ໂມງຂອງ ວັນທີ 4 ຕຸລານີ້ ແລະ ສິ້ນສຸດລົງ ໃນເວລາ 10 ໂມງຂອງວັນ ທີ 7 ຕຸລານີ້.

ຂປລ.ຕາມຂ່າວ CRI: ການແລ່ນ ມາລາທອນ ປັກກິ່ງ ເປີ້ຍເຄີ ປີ 2022 ຈະຈັດຂຶ້ນໃນ ວັນທີ 6 ພະຈິກໜ້ານີ້ ​ໂດຍຈຸດເລີ່ມຕົ້ນ ແມ່ນສະໜາມຫລວງ ທ່ຽນອ່ານເມີນ ຈົນ​ຮອດ ​ປາຍທາງ ແມ່ນຖະໜົນ ຊົມວິວ ສວນສາທາລະນະ ໂອລິມປິກ ຊຶ່ງວຽກງານ ຮັບນັກກີລາ ຈະເລີ່ມດຳເນີນ ໃນເວລາ 10 ໂມງຂອງ ວັນທີ 4 ຕຸລານີ້ແລະ ສິ້ນສຸດລົງ ໃນເວລາ 10 ໂມງຂອງວັນ ທີ 7 ຕຸລານີ້. ຂະໜາດ ການແຂ່ງຂັນ ແລ່ນມາລາທອນ ປັກກິ່ງຄັ້ງນີ້ ມີ 30.000 ຄົນ, ບຸກຄົນທີ່ສະໝັກ ເຂົ້າຮ່ວມ ສາມາດ ສະເໜີຊື່ຜ່ານທາງເວັບໄຊ ທາງການ ຂອງການແຂ່ງຂັນ ແລ່ນມາລາ ທອນ ປັກກິ່ງ ຫລື ວິທີອື່ນໆ ເພື່ອຮັບປະກັນ ໃຫ້ການແຂ່ງຂັນ ຄັ້ງນີ້ ໄດ້ຮັບການຈັດຂຶ້ນ ຢ່າງສະດວກ, ຄະນະກຳມະການ ການຈັດຕັ້ງ ຂອງການແຂ່ງຂັນ ຈະຈັດສັນ ຕໍ່ສິດເຂົ້າຮ່ວມ ຂອງນັກ ກິລາ, ການປ້ອງ ກັນ ພະຍາດ ແລະ ດ້ານອື່ນໆ ພາຍໃຕ້ເງື່ອນໄຂ ເບື້ອງຕົ້ນ ທີ່ມີການປະເມີນ ຕໍ່ຄວາມສ່ຽງ ດ້ານສະພາບ ພະຍາດ ຕາມຫລັກ ວິທະຍາສາດ ແລະ ການປະຕິບັດ ຕາມຄວາມ ຮຽກຮ້ອງ ຕ້ອງການ ດ້ານການປ້ອງກັນ ແລະ ຄວບຄຸມ ສະພາບ ພະຍາດ ຢ່າງເດັດດ່ຽວ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ


KPL

ຂ່າວອື່ນໆ

ads
ads

Top