ຂປລ
ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ເປີດເຜີຍວ່າ: ສ.ອາເມລິກາ ແລະ ເເວເນຊູເອລາ ໄດ້ບັນລຸ ຂໍ້ຕົກລົງ ດ້ານນ້ຳມັນ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດໂລກ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ເປີດເຜີຍວ່າ: ສ.ອາເມລິກາ ແລະ ເເວເນຊູເອລາ ໄດ້ບັນລຸ ຂໍ້ຕົກລົງ ດ້ານນ້ຳມັນ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດໂລກ.
ທ່ານ ໂດນັນ ທຣຳ ລະບຸ ຜ່ານໂພສເທິງ Truth Social ວ່າ ສ.ອາເມລິກາ ໄດ້ບັນລຸ ຂໍ້ຕົກລົງ ກັບ ເວເນຊູເອລາ ພາຍໃຕ້ ການຮ່ວມມື ກັບ ພາກທຸລະກິດ ເອກະຊົນ ສ.ອາເມລິກາ ໂດຍຈະເຂົ້າຄວບຄຸມ ຫຸ້ນສ່ວນໃຫຍ່ ໃນປະລິມານ ນ້ຳມັນ ສຳຮອງ ຂອງ ເວເນຊູເອລາ ຫລາຍກວ່າ 6,5 ໝື່ນລ້ານຖັງ ໂດຍບໍ່ຕ້ອງ ໃຊ້ງົບປະມານ ຈາກຜູ້ເສຍພາສີ ຊາວ ສ.ອາເມລິກາ.
ນອກຈາກນັ້ນ, ທ່ານ ໂດນັນ ທຣຳ ຍັງກ່າວວ່າ ຂໍ້ຕົກລົງ ດັ່ງກ່າວ ຈະເຮັດໃຫ້ ປະລິມານ ນ້ຳມັນ ສຳຮອງ ຂອງປະເທດ ເພີ່ມຂຶ້ນ ຫລາຍກວ່າ 2 ເທົ່າ ລວມທັງ ຈະຊ່ວຍ ເພີ່ມປະລິມານ ນ້ຳມັນ ພາຍໃນປະເທດ ແລະ ຈະສົ່ງຜົນໃຫ້ ລາຄາ ນ້ຳມັນເຊື້ອໄຟ ສຳລັບ ຊາວ ສ.ອາເມລິກາ ຫລຸດລົງ ຢ່າງຫລວງຫລາຍ ໃນໄລຍະຍາວ./
KPL