ຂປລ
ເກີດເຫດໂສກນາຕະກຳ ໃນບໍລິເວນ ພູຫິມາໄລ ຫລັງຈາກທານນ້ຳກ້ອນ ພັງຖະຫລົ່ມລົງມາ ຈົນເກີດເປັນ ຄື້ນດິນຕົມ, ຫີນ ແລະ ມວນນ້ຳ ມະຫາສານ ພັດຂ້າມຊາຍແດນ ເນປາ-ຈີນ. ຫລ້າສຸດ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນເກືອບ 800 ຄົນ ແລະ ສູນຫາຍກວ່າ 3.000 ຄົນ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ເກີດເຫດໂສກນາຕະກຳ ໃນບໍລິເວນ ພູຫິມາໄລ ຫລັງຈາກທານນ້ຳກ້ອນ ພັງຖະຫລົ່ມລົງມາ ຈົນເກີດເປັນ ຄື້ນດິນຕົມ, ຫີນ ແລະ ມວນນ້ຳ ມະຫາສານ ພັດຂ້າມຊາຍແດນ ເນປາ-ຈີນ. ຫລ້າສຸດ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນເກືອບ 800 ຄົນ ແລະ ສູນຫາຍກວ່າ 3.000 ຄົນ (ໃນວັນທີ 30 ສິງຫາ). ໂດຍ ໜ່ວຍກູ້ໄພ ຂອງ ທັງສອງປະເທດ ເລັ່ງຊອກຫາ ຜູ້ລອດຊີວິດ ທ່າມກາງອຸປະສັກ ດ້ານສະພາບອາກາດ ທີ່ຮ້າຍແຮງ ແລະ ລະດັບນ້ຳ ກໍເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ.
ຈຳນວນ ຄວາມເສຍຫາຍ ຂ້າມຊາຍແດນ ເນປານ-ຈີນ ລະບຸວ່າ ໄດ້ຂະຫຍາຍອອກ ເປັນວົງກວ້າງ. ສະພາກາແດງ ປະເມີນວ່າ ມີປະຊົນໄດ້ຮັບຜົນກະທົບ ຫລາຍກວ່າ 90.000 ຄົນ. ນອກຈາກນັ້ນ, ທ່ານ ຫວັງອີ້ ລັດຖະມົນຕີ ກະຊວງການ ຕ່າງປະເທດຈີນ ເປີດເຜີຍຜ່ານ ທາງໂທລະສັບ ກັບ ລັດຖະມົນຕີ ຕ່າງປະເທດ ເນປານ ວ່າ: ເຫດການໃນຄັ້ງນີ້ ຖືເປັນໄພພິບັດ ທີ່ ຮ້າຍແຮງທີ່ສຸດ ໃນຮອບຫລາຍປີ ສົ່ງຜົນໃຫ້ ພາລະກິດ ກູ້ໄພ ພົບກັບຄວາມຫຍຸ້ງຍາກ ລຳບາກ ແລະ ສັບສົນ ຢ່າງບໍ່ເຄີຍມີມາກ່ອນ./
KPL