ເນປານ ເລັ່ງຊ່ວຍເຫລືອ ຄົນງານ 350 ຄົນ ທີ່ຍັງຕິດຄ້າງ ຢູ່ໃນອຸໂມງ ຈນນ້ຳປ່າໄຫລຫລາກ

31/08/2026 12:50
ຂປລ ກອງທັບ ເນປານ ໄດ້ລໍາລຽງ ເຄື່ອງຈັກໜັກ ທາງອາກາດ ດ້ວຍເຮລິກົບແຕ້ ໄປຍັງ ເຂື່ອນທີ່ກຳລັງ ກໍ່ສ້າງຢູ່ເທິງພູຫິມາໄລ ເພື່ອສະໜັບ ສະໜູນ ພາລະກິດ ຊ່ວຍເຫລືອ ຄົນງານ ປະມານ 350 ຄົນ ທີ່ຍັງຕິດຢູ່ ໃນອຸໂມງ ຂອງໂຄງການ ອັບເປີ ຕຣີສູລີ

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ກັດມັນດູ ປະເທດເນປານ ເມື່ອວັນທີ 31 ສິງຫາ ວ່າ: ກອງທັບ ເນປານ ໄດ້ລໍາລຽງ ເຄື່ອງຈັກໜັກ ທາງອາກາດ ດ້ວຍເຮລິກົບແຕ້ ໄປຍັງ ເຂື່ອນທີ່ກຳລັງ ກໍ່ສ້າງຢູ່ເທິງພູຫິມາໄລ ເພື່ອສະໜັບ ສະໜູນ ພາລະກິດ ຊ່ວຍເຫລືອ ຄົນງານ ປະມານ 350 ຄົນ ທີ່ຍັງຕິດຢູ່ ໃນອຸໂມງ ຂອງໂຄງການ ອັບເປີ ຕຣີສູລີ ເຊິ່ງເປັນໜຶ່ງ ໃນ 5 ໂຄງການ ໂຮງງານ ໄຟຟ້າ ພະລັງງານນ້ຳ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ຄັ້ງໃຫຍ່.

ພາລະກິດດັ່ງກ່າວ ໄດ້ເກີດຂຶ້ນ ເປັນເວລາ 4 ວັນ ຫລັງເກີດເຫດ ນ້ຳປ່າໄຫລຫລາກ ຢ່າງຮຸນແຮງ ແລະ ຂີ້ຕົມຖະຫລົ່ມ ຢ່າງຮຸນແຮງ  ຕາມມຊາຍແດນ ລະຫວ່າງ ພາກເໜືອ ຂອງ ເນປານ ກັບ ເຂດປົກຄອງຕົນເອງ ທິເບດຂອງຈີນ ສົ່ງຜົນໃຫ້ ມີຜູ້ເສຍຊີວິດ ຫລາຍກວ່າ 780 ຄົນ ແລະ ສູນຫາຍ ຫລາຍກວ່າ 3,000 ຄົນ.

ກະແສນໍ້າທີ່ພັດນໍ້າກ້ອນ, ກ້ອນຫິນ ແລະ ເສດຊາກຕ່າງໆ ລົງມາຕາມ ຮ່ອມພູ ຍັງທຳລາຍ ກຳລັງການຜະລິດໄຟຟ້າ ຂອງ ເນປານ ປະມານ 10% ແລະ ສ້າງຄວາມເສຍຫາຍ ໃຫ້ແກ່ ໂຄງການໄຟຟ້າ ພະລັງງານນ້ຳ ໃນພື້ນທີ່ທີ່ພວມກໍ່ສ້າງຢູ່.

ທ່ານ ທຳ ລາດ ອຸປະເຣຕີ ຜູ້ອຳນວຍການ ສຳນັກງານ ບໍລິຫານ ຈັດການ ໄພພິບັດ ແຫ່ງຊາດ ເນປານ ກ່າວວ່າ ທະຫານ ເນປານ ປະມານ 10.000 ຄົນ ໄດ້ເຂົ້າຮ່ວມໃນພາລະກິດດັ່ງ ກ່າວ ພ້ອມດ້ວຍ ຜູ້ຊ່ຽວຊານ ຈາກຈີນ ແລະ ອິນເດຍ ແຕ່ການຊ່ວຍເຫລືອ ຜະເຊີນກັບ ຄວາມຫຍຸ້ງຍາກລຳບາກ ເນື່ອງຈາກ ມີເສດຊາກ ຈຳນວນ ຫລາຍກີດຂວາງ ຢູ່ ແລະ ບໍ່ສາມາດໃຊ້ລະເບີດ ເພື່ອເປີດເສັ້ນທາງເຂົ້າໄປໄດ້./

KPL

ຂ່າວອື່ນໆ

ads
ads

Top