ຂປລ
ຂປລ. ເມື່ອລະດູຝົນໝູນວຽນມາຮອດ, ສາຍຝົນທີ່ຕົກ ລົງມາບໍ່ພຽງແຕ່ໃຫ້ນ້ຳ ແລະ ຄວາມສົດຊື່ນແກ່ ທຳມະຊາດເທົ່ານັ້ນ, ແຕ່ຍັງນຳພາເອົາຄວາມສ່ຽງທາງ ດ້ານສຸຂະພາບ ແລະ ສິ່ງແວດລ້ອມມາພ້ອມ, ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອຕົກຄ້າງ. ການຮັກ ສາຄວາມສະອາດ ແລະ ການຄຸ້ມຄອງຂີ້ເຫຍື້ອຢ່າງຖືກຕ້ອງໃນຍາມຝົນ ຈຶ່ງເປັນພັນທະ ແລະ ໜ້າທີ່ສຳຄັນຂອງພວກຮົາທຸກຄົນໃນສັງຄົມ.
ຂປລ. ເມື່ອລະດູຝົນໝູນວຽນມາຮອດ, ສາຍຝົນທີ່ຕົກ ລົງມາບໍ່ພຽງແຕ່ໃຫ້ນ້ຳ ແລະ ຄວາມສົດຊື່ນແກ່ ທຳມະຊາດເທົ່ານັ້ນ, ແຕ່ຍັງນຳພາເອົາຄວາມສ່ຽງທາງ ດ້ານສຸຂະພາບ ແລະ ສິ່ງແວດລ້ອມມາພ້ອມ, ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອຕົກຄ້າງ. ການຮັກ ສາຄວາມສະອາດ ແລະ ການຄຸ້ມຄອງຂີ້ເຫຍື້ອຢ່າງຖືກຕ້ອງໃນຍາມຝົນ ຈຶ່ງເປັນພັນທະ ແລະ ໜ້າທີ່ສຳຄັນຂອງພວກຮົາທຸກຄົນໃນສັງຄົມ.
ໃນຊ່ວງລະດູຝົນ, ຂີ້ເຫຍື້ອທີ່ຖືກຖິ້ມສະຊາຍຕາມຮ່ອງນ້ຳ, ເສັ້ນທາງ ຫລື ເຂດຊຸມຊົນ ຈະຖືກນ້ຳຝົນ ພັດໄຫລໄປອຸດຕັນທໍ່ລະບາຍນ້ຳ, ເຮັດໃຫ້ນ້ຳຖ້ວມ ຂັງຕາມເຂດຊຸມຊົນ ແລະ ເສັ້ນທາງສັນຈອນ. ນອກຈາກນັ້ນ, ພາຊະນະເກົ່າໆເຊັ່ນ: ກະໂປ່ງ, ຢາງລົດເກົ່າ ຫລື ກວດປລາສຕິກ ທີ່ມີນ້ຳຝົນຂັງຢູ່ ຈະກາຍເປັນບ່ອນແພ່ພັນຢ່າງດີຂອງຍຸງລາຍ ຊຶ່ງເປັນພາຫະນະນຳເຊື້ອພະຍາດໄຂ້ເລືອດອອກມາສູ່ພວກເຮົາ. ຂີ້ເຫຍື້ອທີ່ເປິເປື້ອຍ ແລະ ເນົ່າເໝັນໃນຍາມອົບເອົ້າ ຍັງເປັນແຫລ່ງສະສົມຂອງເຊື້ອແບັກທີເຣຍ ເຮັດໃຫ້ເກີດພະຍາດທາງເດີນອາຫານ ແລະ ພະຍາດຜິວໜັງໄດ້ງ່າຍ.
ເພື່ອປ້ອງກັນບັນຫາດັ່ງກ່າວ, ພວກເຮົາຄວນຮ່ວມແຮງຮ່ວມໃຈກັນປະຕິບັດຕາມ 4 ມາດຕະການຕົ້ນຕໍ ດັ່ງນີ້:
1.ເກັບກວດ ແລະ ທຳລາຍພາຊະນະຂັງນ້ຳ: ໝັ່ນກວດກາອ້ອມເຮືອນ ແລະ ຊຸມຊົນ ເພື່ອເທນ້ຳຂັງ ຫລື ເກັບກູ້ພາຊະນະທີ່ສາມາດຂັງນ້ຳຝົນໄດ້ອອກໄປທຳລາຍ ຫລື ເກັບໄວ້ໃນບ່ອນຮົ່ມ; 2. ອະນາໄມຮ່ອງນ້ຳໄຫລ: ພ້ອມກັນເກັບຂີ້ເຫຍື້ອອອກຈາກຮ່ອງລະບາຍນ້ຳອ້ອມຂ້າງເຮືອນ ແລະ ເຂດຊຸມຊົນ ເພື່ອໃຫ້ນ້ຳໄຫລໄດ້ສະດວກ, ຫລຸດຜ່ອນບັນຫານ້ຳຖ້ວມຂັງ;3. ຄັດແຍກ ແລະ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ: ຄັດແຍກຂີ້ເຫຍື້ອເພື່ອນຳກັບມາໃຊ້ໃໝ່, ມັດຖົງຂີ້ເຫຍື້ອໃຫ້ແໜ້ນໜາ ກ່ອນນຳໄປໄວ້ບ່ອນເກັບຮວບຮວມ, ບໍ່ໃຫ້ສັດເຂົ້າມາເຂ່ຍ ຫລື ນ້ຳຝົນພັດໄຫລ ສະຊາຍ; 4. ສ້າງຂະບວນການອອກແຮງງານທົ່ວຊຸມຊົນ: “ຈັດກິດຈະກຳ ວັນອະນາໄມຊຸມຊົນ” ໂດຍການເຊີນຊວນພໍ່ແມ່ປະຊາຊົນ, ຊາວໜຸ່ມ, ເຍົາວະຊົນ ອອກມາຮ່ວມກັນປັດກວາດຖະໜົນຫົນທາງ ແລະ ເຂດສາທາລະນະຢ່າງເປັນປະຈຳ.
ການຮັກສາຄວາມສະອາດໃນລະດູຝົນ ບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບ ຮ່ວມກັນຂອງທຸກຄົນ. ການເລີ່ມຕົ້ນຈາກຈຸດນ້ອຍໆ ເຊັ່ນ: ການບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ໝັ່ນອະນາໄມຮ່ອງນ້ຳ ແລະ ກຳຈັດບ່ອນຂັງນ້ຳ ຈະຊ່ວຍຫລີກເວັ້ນ ນ້ຳຖ້ວມຂັງຢູ່ເຮືອນຂອງຕົນເອງ ແລະ ຈະຊ່ວຍໃຫ້ຊຸມຊົນຂອງພວກຮົາມີຄວາມສະອາດ, ງາມຕາ ແລະ ປອດໄພຈາກໂລກໄພໄຂ້ເຈັບຕະຫລອດລະດູຝົນນີ້.
KPL