ສິງກະໂປ ເປີດເຜີຍຄະດີ ຫລອກລວງ-ອາຊະຍາກຳ ໄຊເບີຫລຸດລົງ

31/08/2026 12:50
ຂປລ ຈຳນວນຄະດີການຫລອກລວງ ແລະ ອາຊະຍາກຳ ທາງໄຊເບີ ຂອງ ສິງກະໂປ ຫລຸດລົງ 17,9% ເຫລືອ 18.391 ຄະດີ ໃນໄລຍະເດືອນມັງກອນ-ມິຖຸນາ ຂອງ ປີ 2026 ເມື່ອທຽບກັບ ຕົວເລກ 22.397 ຄະດີ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຕຳຫລວດ ສິງກະໂປ ລາຍງານວ່າ: ຈຳນວນຄະດີການຫລອກລວງ ແລະ ອາຊະຍາກຳ ທາງໄຊເບີ ຂອງ ສິງກະໂປ ຫລຸດລົງ 17,9% ເຫລືອ 18.391 ຄະດີ ໃນໄລຍະເດືອນມັງກອນ-ມິຖຸນາ ຂອງ ປີ 2026 ເມື່ອທຽບກັບ ຕົວເລກ 22.397 ຄະດີ ໃນໄລຍະດຽວກັນ ເມື່ອປີກາຍນີ້, ເຊິ່ງຖືເປັນ ທ່າອ່ຽງທີ່ເລີ່ມ ຫລຸດລົງ ຕັ້ງແຕ່ ປີ 2025. ໂດຍຄະດີ ຫລອກລວງ ກວມເອົາ 91,5% ຂອງ ຈຳນວນຄະດີທັງໝົດ ຫລຸດລົງ 14,4% ເຫລືອ 16.821 ຄະດີ ຈາກ 19.644 ຄະດີ  ໃນປີ 2025 ຜ່ານມາ.

ຂະນະດຽວກັນ, ມູນຄ່າ ຄວາມເສຍຫາຍ ຈາກ ຄະດີການຫລອກລວງ ຫລຸດລົງ 17,9% ເຫລືອປະມານ 410,6 ລ້ານໂດລາ ສິງກະໂປ ຈາກ 500,2 ລ້ານໂດລາ ສິງກະໂປ ໃນໄລຍະ 6 ເດືອນຕົ້ນປີ ທຳອິດ ໂດຍເຈົ້າໜ້າທີ່ຕຳຫລວດ ສິງກະໂປ ລະບຸວ່າ ການປາບປາມ ຄະດີຫລອກລວງ ຍັງສືບຕໍ່ ເປັນວາລະສຳຄັນ ລະດັບຊາດ ເນື່ອງຈາກວ່າ ສະຖານະການ ຈະດີຂຶ້ນ ໃນພາບລວມ ແຕ່ຈຳນວນ ຄະດີ ແລະ ມູນຄ່າ ຄວາມເສຍຫາຍ ຍັງຢູ່ໃນລະດັບສູງ ເຊິ່ງໜ້າເປັນຫ່ວງ./

 

KPL

ຂ່າວອື່ນໆ

ads
ads

Top