ນູແວນເຊລັງ ມີຄວາມສ່ຽງການແພ່ລະບາດໂຄວິດ-19 ຮອບໃໝ່

05/10/2022 15:52
Email Print 270
ຂປລ ສາສະດາຈານ ໄມເຄີລແພລງ ແຫ່ງມະຫາວິທະຍາໄລ ແຄນເທີເບີຣີ (UC) ຜູ້ຈັດອອກແບບຈຳລອງ ການແພ່ລະບາດ ຂອງ ພະຍາດໂຄວິດ-19 ໄດ້ປະກາດເຕືອນວ່າ ນູແວນເຊລັງ ອາດຈະ ຜະເຊີນກັບ ການແພ່ລະບາດພະຍາດໂຄວິດ-19 ຮອບໃຫມ່ ກ່ອນທ້າຍປີນີ້

ຂປລ.ອ້າງຕາມ ແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 4 ເດືອນຕຸລາ, ສາສະດາຈານ ໄມເຄີລແພລງ ແຫ່ງມະຫາວິທະຍາໄລ ແຄນເທີເບີຣີ (UC)  ຜູ້ຈັດອອກແບບຈຳລອງ ການແພ່ລະບາດ ຂອງ ພະຍາດໂຄວິດ-19 ໄດ້ປະກາດເຕືອນວ່າ ນູແວນເຊລັງ ອາດຈະ ຜະເຊີນກັບ ການແພ່ລະບາດພະຍາດໂຄວິດ-19 ຮອບໃຫມ່ ກ່ອນທ້າຍປີນີ້, ພ້ອມກັນນັ້ນ ຍັງຮຽກຮ້ອງໃຫ້ ຊາວນູແວນເຊລັງ ເຂົ້າຮັບການສັກວັກຊິນ ໂດສກະຕຸ້ນ. ຍ້ອນວ່າ ຍອດຈຳນວນ ຜູ້ຕິດເຊື້ອ ແລະ ຄົນເຈັບປິ່ນປົວ ໃນໂຮງໝໍ ພວມເພີ່ມຂຶ້ນ ຢູ່ ຫລາຍປະເທດ ໃນເອີຣົບ ເຊັ່ນ: ເຢຍລະມັນ, ດານມາກ, ແບນຊິກ ແລະ ອັງກິດ ຊຶ່ງເປັນຫລັກຖານ ໄດ້ສະແດງ ໃຫ້ເຫັນວ່າ ໄດ້ມີ ການແພ່ລະບາດໃຫຍ່ ອີກຮອບ, ໂດຍເກີດຈາກ ຫລາຍປັດໄຈ ລວມກັນ ເຊັ່ນ: ພູມຕ້ານທານ ທີ່ຫລຸດລົງ ແລະ ການແພ່ລະບາດ ຂອງເຊື້ອໄວຣັດ ຊະນິດ ກາຍພັນ  ສາຍພັນໂອໄມຄຣອນ, ສາຍພັນຍ່ອຍໃໝ່ ບີຄີວ1.1(BQ.1.1) ແລະ ບີເອ 2.75.2 (BA.2.75.2). ນູແວນເຊລັງ ຈະຜະເຊີນກັບ ການແພ່ລະບາດ ຄ້າຍຄືກັບ ແຖບຊິກໂລກເໜືອ ຊຶ່ງ ອາດຈະ ເກີດຂຶ້ນ ໃນໄວໆນີ້ ຫລັງຈາກ ປະຊາຊົນ ຈຳນວນຫລາຍ ບໍ່ໃສ່ຜ້າປິດປາກ ປ້ອງກັນ ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top