ລາວ-ກູບາ ເພີ່ມທະວີການຮ່ວມມືຫລາຍຂົງເຂດ

04/10/2022 16:16
Email Print 320
ຂປລ ຂປລ. ໃນຕອນຄໍ່າຂອງວັນທີ 3 ຕຸລາ 2022 ນີ້, ບັນດາກະຊວງທີ່ກ່ຽວຂ້ອງ ຂອງສປປ ລາວ ແລະ ສ ກູບາ ໄດ້ຈັດກອງປະຊຸມ ພົບປະສອງຝ່າຍ ເພື່ອປຶກສາຫາລື, ແລກປ່ຽນຄໍາຄິດຄຳເຫັນນໍາກັນ ໃນຫລາຍຂົງເຂດການຮ່ວມມື ຂອງສອງປະເທດ ເປັນຕົ້ນ ຂົງເຂດການຄ້າ, ການລົງທຶນ

ຂປລ. ໃນຕອນຄໍ່າຂອງວັນທີ 3 ຕຸລາ 2022 ນີ້, ບັນດາກະຊວງທີ່ກ່ຽວຂ້ອງ ຂອງສປປ ລາວ ແລະ ສ ກູບາ ໄດ້ຈັດກອງປະຊຸມ ພົບປະສອງຝ່າຍ ເພື່ອປຶກສາຫາລື, ແລກປ່ຽນຄໍາຄິດຄຳເຫັນນໍາກັນ ໃນຫລາຍຂົງເຂດການຮ່ວມມື ຂອງສອງປະເທດ ເປັນຕົ້ນ ຂົງເຂດການຄ້າ, ການລົງທຶນ, ການສຶກສາ ແລະ ກິລາ, ກະສິກຳ-ປ່າໄມ້ ແລະ ຂົງເຂດກ່ຽວຂ້ອງອື່ນໆ. ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ Rod rigo Malmierca Díazລັດຖະມົນຕີການຄ້າ ແລະ ການລົງທຶນຕ່າງປະເທດ ແຫ່ງ ສ ກູບາ, ມີບັນດາລັດຖະມົນຕີ,ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.
  ການພົບປະຄັ້ງນີ້, ຈັດຂຶ້ນ
ໃນທ່າມກາງບັນຍາກາດອັນດີ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຄວາມໝາຍສໍາຄັນປະຫວັດສາດ ກໍຄືໃນໂອກາດທີ່ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 2-4 ຕຸລາ 2022.
  ການພົບປະສອງຝ່າຍ, ໃນຄັ້ງນີ້, ແມ່ນຜັນຂະຫຍາຍຜົນ ຂອງການພົບປະ ລະຫວ່າງ ສອງນາຍົກ ລັດຖະມົນຕີ ລາວ-ກູບາ ໃນວັນທີ 2 ຕຸລາ 2022 ຜ່ານມາ
, ສິ່ງສໍາຄັນແມ່ນລົງເລິກແລກປ່ຽນບົດຮຽນຕົວຈິງ ແລະ ວິທີການຈັດຕັ້ງປະຕິບັດທິດຊີ້ນໍາຕ່າງໆ ເພື່ອເຮັດໃຫ້ບັນດາເນື້ອໃນຈິດໃຈ ທີ່ສອງຝ່າຍໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ເກີດດອກອອກຜົນຕົວຈິງຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ. ນອກນັ້ນ, ການພົບປະຄັ້ງນີ້ ຍັງເປັນໂອກາດອັນດີໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງສອງປະເທດ ສືບຕໍ່ເສີມຂະຫຍາຍການຮ່ວມມືສອງຝ່າຍ ຊຶ່ງຍັງມີບາງຈຸດຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງຕາມສະພາບຕົວຈິງ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໃຫ້ນັບມື້ມີຄວາມເຂັ້ມແຂງ ແລະໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກເປັນກ້າວໆ.

ຮູບ: ພະແນກຮູບພາບ

 

KPL

ຂ່າວອື່ນໆ

ads
ads

Top