ຄູປຽບ​ເໝືອນແມ່​ພິມ​ຂອງ​ຊາດ

04/10/2022 15:47
Email Print 907
ຂປລ ວັນ​ຄູ​ແຫ່ງ​ຊາດທີ່ຈະໝູນວຽນມາຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2022) ຮອດ​ເວລາ​ນີ້ ​ເຮົາ​ມັກ​ຈະ​ໄດ້​ເຫັນ​ວະລີ “ແມ່ພິມຂອງ​ຊາດ” ​ປະກົດ​ຕາມ​ຂ່າວ ທີ່​ເວົ້າ​ເຖິງ​ຄູ ​ເຊິ່ງ​ເປັນ​ໜຶ່ງ ​ໃນ​ຫລາຍວະລີ ທີ່ຄູຖືກຂະໜານນາມ, ​ເປັນ​ການສັນລະ​ເສີນ ​ຄຸນງາມຄວາມດີ​ຂອງ​ຄູ ທີ່​ໄດ້​ອຸທິດຕົນ​ເພື່ອ​ທຸກ​ຄົນ ​ໃນ​ການ​ປະຕິບັດ​ ໜ້າ​ທີ່ສິດສອນ, ຖ່າຍ​ທອດ​ຄວາມ​ຮູ້, ສຶກສາ​ອົບຮົມ, ຄົ້ນຄວ້າ​ວິ​ໄຈ, ຊຸກຍູ້, ສົ່ງ​ເສີມ ​ແລະ ຊ່ວ​ຍ​ເຫລືອ​ ຜູ້​ຮຽນ​ດ້ວຍຫລາຍ​ຮູບ​ແບບ.

ວັນ​ຄູ​ແຫ່ງ​ຊາດທີ່ຈະໝູນວຽນມາຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2022) ຮອດ​ເວລາ​ນີ້ ​ເຮົາ​ມັກ​ຈະ​ໄດ້​ເຫັນ​ວະລີ ແມ່ພິມຂອງ​ຊາດ ​ປະກົດ​ຕາມ​ຂ່າວ ທີ່​ເວົ້າ​ເຖິງ​ຄູ ​ເຊິ່ງ​ເປັນ​ໜຶ່ງ ​ໃນ​ຫລາຍວະລີ ທີ່ຄູຖືກຂະໜານນາມ, ​ເປັນ​ການສັນລະ​ເສີນ ​ຄຸນງາມຄວາມດີ​ຂອງ​ຄູ ທີ່​ໄດ້​ອຸທິດຕົນ​ເພື່ອ​ທຸກ​ຄົນ ​ໃນ​ການ​ປະຕິບັດ​ ໜ້າ​ທີ່ສິດສອນ, ຖ່າຍ​ທອດ​ຄວາມ​ຮູ້, ສຶກສາ​ອົບຮົມ, ຄົ້ນຄວ້າ​ວິ​ໄຈ, ຊຸກຍູ້, ສົ່ງ​ເສີມ ​ແລະ ຊ່ວ​ຍ​ເຫລືອ​ ຜູ້​ຮຽນ​ດ້ວຍຫລາຍ​ຮູບ​ແບບ. ທຸກຄໍາສະໜານນາມ ລ້ວນແຕ່ໄດ້ຊີ້ໃຫ້ເຫັນວ່າ ຄູມີຄວາມໝາຍ ຄວາມສໍາຄັນລົ້ນເຫລືອ ຕໍ່ການສຶກສາ, ຕໍ່ການພັດທະນາ ຊັບພະຍາ ກອນມະນຸດ ກໍ່ຄືການພັດທະນາ ປະເທດຊາດ. ສະນັ້ນ, ເພື່ອສະ​ແດງ​ຄວາມກະຕັນ​ຢູ ຮູ້​ບຸນຄຸນຂອງ​ຄູ ມື້ນີ້ ຜູ້ຂຽນຂໍນຳສະເໜີ ບາງຄວາມຮູ້ສຶກ ຂອງ​ມວນ​ຊົນ​ ທີ່​ສະ​ແດງຄວາມ​ຮັກ ຄວາມ​ກະຕັນ​ຢູ່ ເຖິງ​ຄູ​ທົ່ວປະ​ເທດ​ ໃນ​ໂອກາດ​ວັນ​ຄູ​ແຫ່ງ​ຊາດ​ທີ່​ຈະມາ​ເຖິງ​ນີ້.

ທ່າ​ນ  ສຸລິຍະ ຕະນຸ​ວັນ ​ເຈົ້າ​ຂອງ​ຄ້າຍ​ເພງ Newgen Entertainment ​ ​ແລະ ສູນ​ລວມ​ໄວໜຸ່ມ ​ເຜີຍ​ຄວາມ​ຮູ້ສຶກ​ວ່າ : Newgen Entertainment​ ​ແມ່ນ​ຄ້າຍ​ເພງ ​​ແລະ ສູນ​ພັດທະນາ​ໄວໜຸ່ມ ທີ່ສ້າງ​ກິດຈະ​ກໍາ​ດີໆ ​ໃຫ້​ໄວໜຸ່ມຫ່າງ​ໄກ ​ຈາກ​ສິ່ງ​ເສບ​ຕິດ ​ແລ​ະ ​ເນື່ອງ​ໃນ​ໂອກາດ​ວັນ​ຄູ ທີ່​ຈະ​ມາ​ເຖິງ​ນີ້ ຂ້າພະ​ເຈົ້າ ​ຂໍ​ອວຍພອນ​ໃຫ້​ຄູ ຈົ່ງ​ມີ​ສຸພາບ​ແຂງ​ແຮງ ​ເປັນ​ຮົ່ມໂພ​ຮົ່ມ​ໄຊ ຂອງ​ລູກທົ່ວ​ປະ​ເທດ ພ້ອມ​ດຽວ ກັນ ກໍ​ຂໍ​ສະ​ແດງບາງ​ທັດສະນະຕໍ່ລະບົບ​ການ​ສຶກສາ​ຂອງ​ບ້ານ​ເຮົາ​ວ່າ ຢາກ​ໃຫ້​ມີ​ການ​ພັດທະນາ​ທາງ​ດ້ານ​ຫລັກສູດ​ ໃໝ່ໆ​ໃຫ້​ສອດ​ຄ່ອງ​ກັບ​ຍຸກ​ສະ​ໄໝ, ​ເພາະຍຸກ​ນີ້​ເປັນ​ຍຸກ​ທີ່​ຕ້ອງ​ປ່ຽນ​ແປງ ແລະ ​ປັບປຸງ ໃຫ້​ທັນ​ກັບສະພາບ​ໂລກ ​ເໝືອນກັບ ຫລາຍ​ຫລັກສູດ ຂອງ​ຕ່າງປະ​ເທດ ​ເພີ່ນ​ກໍ​ໄດ້​ເອົາ​ຫລັກສູດ ​ທີ່ປະຕິບັດ​ໂຕ​ຈິງ ຫລາຍ​ກວ່າ ທິດ​ສະ​ດີ ​ເພື່ອ​ໃຫ້​ໄວໜຸ່ມ ​​ໄດ້​ຄວາມ​ຮູ້ ​ໄດ້​ອາຊີບ ຈົບ​ມາ​ແລ້ວ​ສາມາດ​ ນໍາ​ມາ​ໃຊ້​ໄດ້​ ​ໃນ​ການ​ປະກອບ​ອາຊີບ ​ໃນ​ສາຂາ​ຕ່າງໆ. ສໍາລັບກິດຈະ​ກໍາ​ ຕໍ່​ໄປ​ທີ່​ທາງຄ້າຍ​ກໍາ​ລັງ​ເຮັດ ​ແມ່ນການ​ລົງຈັດ​ກິດຈະ​ກໍ​າ ​ໃນ​ແຕ່ລະ​ໂຮງຮຽນ ​ເພື່ອ​ໃຫ້​ຄວາມ​ຮູ້ ​ແລະ ​ແລກປ່ຽນທັດສະນະ​ຄະຕິ​ ໃນ​ດ້ານ​ຕ່າງໆທີ່​ເປັນ​ປະ​ໂຫຍ​ດ ​ເພື່ອ​ເຮັດ​ໃຫ້​ໄວໜຸ່ມລາວ​ເຮົາ​ ຫ່າງ​ໄກ​ຈາກ​ສິ່ງ​ເສບ​ຕິດ.

          ພ້ອມ​ນີ້, ນາງ ພິມ​ພາ ​ແກ້ວມະນີ​ງວົງ ​​ໄດ້​ເວົ້າ​ສູ່​ຟັງວ່າ:  ​ອາຊີບຄູ ​ແມ່ນ​ອາຊີບ​ທີ່​ມີ​ຄວາມ​ສໍາຄັນ​ຫລາຍ ​ເພາະ​ຕ້ອງ​ແບກ​ຫາບ ​ພາລະ​ບົດບາດ​ທີ່​ຍິ່ງ​ໃຫຍ່ ຜູ້ເປັນຄູຕ້ອງປະຕິບັດຕົນ ເປັນແມ່ພິມ ກໍຄື ຕົວແບບທຸກດ້ານ ໄປພ້ອມກັນ, ອັນໝາຍເຖິງ ທັງຄຸນສົມບັດສິນທໍາປະຕິວັດ, ເປັນຜູ້ເຄັ່ງຄັດ ໃນລະບຽບວິໄນ, ການຝຶກຝົນຕົນເອງ, ຄວາມອົດທົນ, ເສຍສະຫລະ ເພື່ອຜູ້ອື່ນ, ຄວາມບໍລິສຸດຈິງໃຈ, ເອື້ອ ເຟື້ອເພື່ອແຜ່, ຮູ້ຜ່ອນສັ້ນຜ່ອນຍາວ, ຮັກໃນອາຊີບ,ຮັກ​ນັກຮຽນ​ ຖ່າຍ​ທອດ​ຄວາມ​ຮູ້​ ສູ່​ນັກຮຽນຢ່າງ​ ມີ​ປະສິດທິພາບ​ ເພື່ອ​ໃຫ້​ນັກຮຽນ​ ມີ​ຄວາມ​ຮູ້ ຄວາມ​ສາມາດ ມີສິນ​ທໍາ​ປະຕິວັດ ​ເປັນ​ຄົນ​ດີ,​ເປັນໜໍ່​ແໜ່ງຂອງ​ຊາດ ບ້ານ​ເມືອງ​ໃນ​ອະນາຄົດ. ສະ​ນັ້ນ, ຄູ-ອາຈານ ກໍ່ຕ້ອງໄດ້ພັດທະນາ ຍົກລະດັບຕົນເອງຢູ່ສະເໝີ ເພື່ອໃຫ້ວິທີການສິດສອນ ມີປະສິດທິຜົນສູງ, ສາມາດຊັກຈູງ ດຶງດູດນັກຮຽນ ຢາກຮຽນ ໃນ ວິຊາທີ່ຕົນເອງສິດສອນ.

KPL

ຂ່າວອື່ນໆ

ads
ads

Top