ຫັດ​ຖະກໍາ​ຊາວບ້ານ ສ້າງ​ອາຊີບ​ໃຫ້ປະຊາຊົນ

03/10/2022 15:17
Email Print 849
ຂປລ ຜະລິດ​ຕະພັນ​ຫັດ​ຖະກໍາ​ຊາວບ້ານ ​ແມ່ນ​ການ​ນໍາ​ເອົາ​ເຄື່ອງ​ຫັດຖະ​ກໍາ ທີ່​ປະຊາຊົນ​ປະດິດ​ສ້າ​ງດ້ວຍ​ພູມ​ປັນຍາ​ ແລະ ວິທີການຜະລິດ​ ແບບ​ດັ້ງ​ເດີມ ​ທີ່​ມີ​ຄວາມ​ປານີດ ​ບໍ່ວ່າ​ຈະ​​ເປັນ ຫັດຖະ​ກໍາ​ຕໍ່າ​ແຜ່ນ​ແພ, ຈັກສານ,​ ເຄື່ອງ​ປັ້ນ​ດິນ​ເຜົາ ​ແລະ ອື່ນໆ ທີ່ມີ​ຄວາມ​ໂດດ​ເດັ່ນ, ມີ​ເອກະລັກ, ​ບົ່ງ​ບອກ​ເຖິງສິລະ ​ປະວັດ​ທະ​ນາ​ທໍາ ​ແລະ ການ​ດໍາລົງ​ຊິວິດ​ ຂອງປະຊາຊົນ​ພາຍ​ໃນ​ຊາດ.

          ຜະລິດ​ຕະພັນ​ຫັດ​ຖະກໍາ​ຊາວບ້ານ ​ແມ່ນ​ການ​ນໍາ​ເອົາ​ເຄື່ອງ​ຫັດຖະ​ກໍາ ທີ່​ປະຊາຊົນ​ປະດິດ​ສ້າ​ງດ້ວຍ​ພູມ​ປັນຍາ​ ແລະ ວິທີການຜະລິດ​ ແບບ​ດັ້ງ​ເດີມ ​ທີ່​ມີ​ຄວາມ​ປານີດ ​ບໍ່ວ່າ​ຈະ​​ເປັນ ຫັດຖະ​ກໍາ​ຕໍ່າ​ແຜ່ນ​ແພ, ຈັກສານ,​ ເຄື່ອງ​ປັ້ນ​ດິນ​ເຜົາ ​ແລະ ອື່ນໆ ທີ່ມີ​ຄວາມ​ໂດດ​ເດັ່ນ, ມີ​ເອກະລັກ, ​ບົ່ງ​ບອກ​ເຖິງສິລະ ​ປະວັດ​ທະ​ນາ​ທໍາ ​ແລະ ການ​ດໍາລົງ​ຊິວິດ​ ຂອງປະຊາຊົນ​ພາຍ​ໃນ​ຊາດ ມາ​ຍົກ​ສູງຄຸນຄ່າ​, ເຮັດໃຫ້ທຸກ​ຄົນສາມາດ​ຊົ​ມໃຊ້​ ຜະລິດ​ຕະພັນ​ລາວ​ ​ເພື່ອ​ເຮັດ​ໃຫ້​ຜະລິ​ດພັນ​ລາວ ມີ​ການ​ພັດທະນາ​ຂຶ້ນ​ ຄຽງຄູ່ ​ກັບ​ສັງຄົມ​ລາວ​ຕະຫລອດ​ໄປ ​ພ້ອມ​ດຽວກັນ ຍັງ​ເປັນ​ການ​ສ້າງ​ວຽກງານ​ທໍາ, ສ້າງ​ລາຍ​ຮັບ​ໃຫ້​ບັນດາ​ຊ້າງ​ຫັດ​ລາວ​ອີກ​ດ້ວຍ.

           ທ່ານ ນາງ ກຸລາ​ບທິບ ລາດ​ປາກ​ດີ  ນ້ອງ​ສາວ​ເຈົ້າ​ຂອງ​ຜະລິດ​ຕະພັນ ຫັດຖະ​ກໍາ​ຊາວ​ບ້ານ ​ເວົ້າ​ສູ່​ຟັງ​ວ່າ:  ​ແຮງ​ບັນດານ​ໃຈ ​ໃນ​ການ​ປະກອບ​ອາຊີບ​ນີ້ ​ແມ່ນ​ຕົນ​ເອງ​ ມັກ​ຜະລິດ​ຕະພັນ​ລາວ​ຢູ່​ແລ້ວ ​ແລະ ​ໄດ້​ມີ​ໂອກາດກິ້ງ​ເກືອກ ລີ​ເລືອ​ນໍາ​ປະຊາຊົນ ທີ່​ເຮັດ​ອາຊີບ​ນີ້ ​ໃນ​ຫລາຍທ້ອງຖິ່ນທົ່ວປະເທດ ຈຶ່ງ​ມີ​ແນວ​ຄິດ ​ຢາກ​ສົ່ງ​ເສີມສິນຄ້າ​ລາວ​ ໃຫ້​ໄດ້​ຮັບ​ຄວາມ​ສົ​ນ ຫລາຍ​ຂຶ້ນ ຈຶ່ງ​ຕັດສິນ​ໃຈ ສ້າງ​ຜະລິດ​ຕະພັນ​ຫັດຊາວບ້ານ ຂຶ້ນ​ໃນ​ປີ 2007 ​​ໂດຍ​ການນໍາ​​ເອົາແພ​ ທີ່​ປະຊາຊົນຕໍ່າມາ​ປະຍຸກ​​ ໃຫ້​ທັນ​ສະ​ໄໝ ​ເພື່ອ​ຕອບ​ໂຈດ ​ຄົນ​ຍຸກ​ໃໝ່ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເພາະ​ປັດຈຸບັນ​ນີ້ ຜະລິດ​ຕະພັນ​ລາວ ມີ​ບາດກ້າວ​ຂະຫຍາຍ​ຕົວ ໄດ້​ຮັບ​ຄວາມ​ສົນ​ໃຈ ຈາກ​ນັກ​ທ່ອງ​ທ່ຽວຕ່າງ​ຊາດ​ຫລາຍ​ຂຶ້ນ ​ໂດຍ​ສັງ​ລວມ ຈາກ​ຍອດ​ຂາຍ ​ທີ່​ສົ່ງ​ອອກ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ ປະ​ເທດ ສະຫະລັດ ອາ​ເມ​ລິ​ກາ ​ໃນ​ແຕ່ລະ​ປີ​ເພີ່ມ​ຂຶ້ນ. ແນວໃດກໍດີ ​ຕ້ອງ​ຂອບ​ໃຈ  ພັກ-​ລັດຖະບານ ທີ່​ຍາມ​ໃດກໍ​ໄດ້​ເອົາໃຈໃສ່ ຊ່ວຍເຫລືອດ້ານ​ການ​​ໂຄສະນາ, ການຈັດ​ງານ​ຕ່າງໆ​ ເພື່ອ​ວາງສະ​ແດງ​ ຜະລິດ​ຕະພັນ​ລາວ  ​ເພື່ອເຮັດ​​ໃຫ້​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​​ເຂົ້າ​ມາ​ທ່ຽວຊົມ ​ແລະ ຊື້​ເປັນ​ເຄື່ອງ​ຝາກ​ຂອງ​ຕ້ອນ​ ກໍ​ເປັນ​ໂອກາດ​ດີ ທີ່​ເຮັດ​ໃຫ້ ​ ຜະລິດ​ຕະພັນ​ລາວ ຂອງ​ພວກ​ເຮົາ​ເປັນ​ທີ່​ຮູ້ຈັກ​ຫລາຍ​ຂຶ້ນ.

ທ່ານ ນາງ ກຸລາ​ບທິບ ເວົ້າ​ຕື່ມ​ວ່າ: ການ​ປະກອບ​ອາຊີບ​ນີ້ ນອກຈາກ​ ສົ່ງ​ເສີມ​ຜະລິດ​ຕະພັນ​ລາວ​ແລ້ວ ​ຍັງ​ສົ່ງ​ເສີມ​ປະຊາຊົນມີວຽກ​ເຮັດ​ງານ​ທໍາ , ມີລາຍ​ຮັບ​ເພີ່ມຫລາຍ​ກວ່າ 300 ບ້ານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ລາວໃຊ້ ລາວຜະລິດ ລາວ​ຈະ​ເລີ​ນ ສະ​ນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ສັງຄົມ ຫັນ​ມາ​ຊົມ​ໃຊ້​ຜະລິດ​ຕະພັນ​ລາວ ​ເພື່ອ​ສົ່ງ​ເສີມ ​ໃຫ້​ຜະລິດ​ຕະພັນ​ລາວ ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ ຄຽງຄູ່​ກັບ​ພາກ​ພື້ນ  ​ແລະ ສາກົນ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top