ທົບທວນຄືນວຽກງານ ສຸຂະນາໄມ ກຽມຢຸດຕິການຖ່າຍຊະຊາຍ ໃນປີ 2025

29/09/2022 16:04
Email Print 5172
ຂປລ ຂປລ. ໃນວັນທີ 29 ກັນຍາ 2022 ນີ້, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ເພື່ອທວນຄືນເປົ້າໝາຍ ສູ້ຊົນຂອງວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂານາໄມ ແລະ ເພື່ອແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານນໍ້າ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ເພື່ອກ້າວໄປສູ່ການປະກາດ ປະເທດຢຸດຕິການຖ່າຍຊະຊາຍໃນປີ 2025.

ຂປລ. ໃນວັນທີ 29 ກັນຍາ 2022 ນີ້, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ເພື່ອທວນຄືນເປົ້າໝາຍ ສູ້ຊົນຂອງວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂານາໄມ ແລະ ເພື່ອແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານນໍ້າ, ສຸຂາພິບານ ແລະ ອະນາໄມສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ເພື່ອກ້າວໄປສູ່ການປະກາດ ປະເທດຢຸດຕິການຖ່າຍຊະຊາຍໃນປີ 2025. ອີງໃສ່ຂໍ້ມູນຕົວເລກ ໃນການນໍາໃຊ້ນ້ຳ ແລະ ວິດຖ່າຍ ສົກປີ 2021-2022 ໃນຂອບເຂດທົ່ວປະເທດ ສໍາລັບນ້ຳສະອາດ ແມ່ນບັນລຸ 91,50 %, ວິດຖ່າຍ 82%, ປະກາດບ້ານຢຸດຕິການຖ່າຍຊະຊາຍທັງຫມົດ 5.679 ບ້ານ, 37 ເມືອງ, 02 ແຂວງຄື: ແຂວງບໍລິຄໍາໄຊ, ນະຄອນຫລວງວຽງຈັນ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ເຖິງແມ່ນວ່າ ຕົວເລກຈະມີການເພີ່ມຂຶ້ນກໍຕາມ ແຕ່ການນໍາໃຊ້ນ້ຳຍັງບໍ່ທັນພຽງພໍ, ຍັງມີການຖ່າຍຊະຊາຍ (ວິດເປ່ເພ) ໂດຍສະເພາະ ແມ່ນຊຸມຊົນຢູ່ໃນເຂດຊົນນະບົດ ທີ່ມີການດໍາລົງຊີວິດ ຕິດພັນກັບທໍາມະຊາດ ຍັງບໍ່ທັນມີຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ກັບວຽກງານສຸຂານາໄມ ໂດຍສະເພາະ ກໍ່ແມ່ນການນໍາໃຊ້ ນ້ໍາສະອາດ, ການນໍາໃຊ້ວິດຖ່າຍ, ການລ້າງມືໃສ່ສະບູ ແລະ ການຮັກສາອະນາໄມສິ່ງແວດລ້ອມທີ່ຢູ່ອາໄສ ແມ່ນຍັງບໍ່ທັນໄດ້ດີ ຈຶ່ງເປັນສາເຫດເຮັດໃຫ້ມີການລະບາດຂອງພະຍາດ ເຊັ່ນ: ພະຍາດຖອກທ້ອງ, ພະຍາດ ທ້ອງ ບິດ, ໄຂ້ທໍ ລະພິດ, ອັກເສບຕັບA, ພະຍາດເປັ້ຍລ່ອຍ, ໄຂ່ແມ່ກາຝາກທຸກຊະນິດ ແລະ ພະຍາດອື່ນໆ ເຊິ່ງເປັນບັນຫາກະທົບໃສ່ສຸຂະພາບ, ການພັດທະນາ ດ້ານເສດຖະກິດສັງຄົມ ແລະ ການຈະເລີນເຕີບໂຕຂອງເດັກ ເຮັດໃຫ້ເດັກຂາດສານອາຫານ, ລວງສູງບໍ່ໄດ້ມາດຕະຖານ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ກ່າວອີກວ່າ: ເພື່ອໃຫ້ບັນລຸຕາມຍຸດທະສາດ, ນະໂຍບາຍ ແຫ່ງຊາດ ແລະ ບັນລຸຕາມຄາດຫມາຍສູ້ຊົນໃນຕໍ່ໜ້າ, ແຕ່ລະພາກສ່ວນ ແຕ່ລະຂັ້ນ ແລະ ຄູ່ຮ່ວມພັດທະນາ ກໍຕ້ອງ ໃຫ້ຄວາມສໍາຄັນ ໃນການເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈ ດ້ານຕິນິກໍາທີ່ເປັນບ່ອນອີງ ເຊັ່ນນະໂຍບາຍ, ຍຸດທະສາດ, ແຜນຈັດຕັ້ງປະຕິບັດ ອໍານວຍຄວາມສະດວກ, ຊຸກຍູ້ ຊ່ວຍເຫລືອ ພ້ອມທັງຈັດສັນງົບປະມານ ໃຫ້ໄດ້ຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ, ປຸກລະດົມຊຸມຊົນ ໃຫ້ຄວາມຮູ້ຄວາມເຂົ້າໃຈ ດ້ານຂໍ້ມູນຂ່າວສານ, ການສື່ສານ, ເຊື່ອມສານ ເພື່ອປ່ຽນແປງການຫັນປ່ຽນພຶດຕະກໍາ ແບບແຜນການດໍາລົງຊີ ວິດຂອງຊຸມຊົນໃຫ້ດີຂຶ້ນ. ທັງໝົນີ້ ກໍເພື່ອຮັບປະກັນ ດ້ານສຸຂະພາບ, ການມີຄຸນນະພາບຊີວິດທີ່ດີ ເພື່ອຫລຸດຜ່ອນການເຈັບເປັນ ແລະ ການເສຍຊີວິດ ເນື່ອງຈາກການຂາດສຸຂະນາໄມ, ຕອບສະຫນອງດ້ານບຸກຄະລາກອນ ຂັ້ນພື້ນຖານໃຫ້ພຽງພໍ ຍົກລະດັບຄວາມຮູ້, ຄວາມສາມາດ ປະສົບການ ໃນການເຮັດວຽກໃຫ້ມີຄຸນນະພາບ, ປຸກລະດົມໃຫ້ຊຸມຊົນ, ອໍານາດການປົກຄອງທ້ອງຖິ່ນ ໃຫ້ມີການປະກອບສ່ວນ, ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການອອກແບບ ກໍ່ສ້າງ, ນໍາໃຊ້ ຄຸ້ມຄອງຮັກສາລະບົບນ້ໍາ ແລະ ສຸຂະພິ ບານ ໃຫ້ມີຄວາມຍືນຍົງ.

 ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ສ້າງລະບົບຕິດຕາມ ປະເມີນຄືນແຕ່ລະໄລຍະ, ຕິດຕາມກວດກາ ເຝົ້າລະວັງ ທາງດ້ານຄຸນນະພາບຂອງນ້ຳ, ປັບປຸງແກ້ໄຂລະບົບນ້ຳທີ່ມີຄວາມສ່ຽງ, ກະຕຸ້ນຊຸມຊົນ ໃຫ້ມີການປະກອບສ່ວນ ເປັນເຈົ້າການດ້ານນ້ຳ, ສຸຂະພິບານ, ການດື່ມນໍ້າທີ່ສະອາດປອດໄພ, ການກໍາຈັດຂີ້ເຫຍື້ອໃຫ້ຖືກວິທີ, ການບໍລິໂພກອາຫານທີ່ ສະອາດປອດໄພ (ຄົບ 5 ຫມູ່) ແລະ ລ້າງມືໃສ່ສະບູທຸກຄັ້ງ ກ່ອນກິນອາຫານ, ຫລັງໃຊ້ວິດຖ່າຍ ແລະ ຈັບບາຍສິ່ງເປິເປື້ອນຕ່າງໆ. ຖ້າເຮັດໄດ້ຄືແນວນີ້ ກໍຈະເປັນການປ້ອງກັນ ການລະບາດພະຍາດຕ່າງໆໄດ້ດີ ແລະ ຮອດປີ 2025 ພວກເຮົາກໍຈະສາມາດ ປະກາດ ເປັນປະເທດ ຢຸດຕິການຖ່າຍຊະຊາຍ ແລະ ປີ 2030 ກໍຈະປະກາດ ເປັນປະເທດສຸຂະນາໄມ ໄດ້ຕາມຄາດໝາຍສູ້ຊົນທີ່ວາງໄວ້.

ຂ່າວ ພາບ ສົມຫວັງ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top