ມູນຄ່າການນໍາເຂົ້າ-ສົ່ງອອກ ສິນຄ້າ ເດືອນສິງຫາ ບັນລຸ 1.020 ລ້ານໂດລາ

26/09/2022 11:59
Email Print 5070
ຂປລ ຂປລ. ອີງ​ຕາມ​ຂໍ້​ມູນ ຈາກ​​ເວ​ບ​ໄຊ ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໃຫ້​ຮູ້​ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ.

ຂປລ. ອີງ​ຕາມ​ຂໍ້​ມູນ ຈາກ​​ເວ​ບ​ໄຊ ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໃຫ້​ຮູ້​ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ. ​ສຳລັບປະ​ເທດ​ທີ່ສົ່ງອອກຫລັກ ​ແມ່ນ ສປ ຈີນ 173 ລ້ານໂດລາ, ຫວຽດນາມ 81 ລ້ານໂດລາ, ໄທ 46 ລ້ານໂດລາ, ອົດສະຕຣາລີ 28 ລ້ານໂດລາ ແລະ ຮົງກົງ 16 ລ້ານໂດລາສະຫະລັດ. ສ່ວນ ປະ​ເທດນໍາເຂົ້າຫລັກ ​ແມ່ນ ປະ​ເທດໄທ 290 ລ້ານໂດລາ, ຈີນ 145 ລ້ານໂດລາ, ຫວຽດນາມ 37 ລ້ານໂດລາ, ສ ອາເມລິກາ 25 ລ້ານໂດລາ ແລະ ສະວິດເຊີແລນ 17 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກທັງໝົດ ຂ​​ອງ ສປປ ລາວ ສະເລ່ຍ ປະມານ 427 ລ້ານໂດລາສະຫະລັດ ໄດ້ແກ່ ຄຳປະສົມ, ຄຳແທ່ງ 63 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາ, ແຮ່ທອງ 32 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາ, ຢາງພາລາ 25 ລ້ານໂດລາ, ຝຸ່ນ (ປຸຍ) 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາ, ເຄື່ອງດື່ມ 21 ລ້ານໂດລາ, ນໍ້າຕານ 15 ລ້ານໂດລາ ​ແລະ ເກີບ 14 ລ້ານໂດລາສະຫະລັດ.

ສຳລັບ ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 593 ລ້ານໂດລາສະຫະລັດ ປະກອບ​ມີ ນ້ຳມັນກາຊວນ 89 ລ້ານໂດລາ, ອຸປະກອນກົນຈັກ 65 ລ້ານໂດລາ, ພາຫະນະທາງບົກ 44 ລ້ານໂດລາ, ​ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາ, ນ້ຳມັນແອັດຊັງ 27 ລ້ານໂດລາ, ເຄື່ອງດື່ມ 22 ລ້ານໂດລາ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາ, ແກ້ວປະເສີດ ຫລື ເຄິ່ງປະເສີດ 17 ລ້ານໂດລາ, ສັດທີ່ມີຊີວິດ 16 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 14 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.

ຂ່າ​ວ: ທະນູ​ທອງ ຂໍ້ມູນ-ພາບ: ​ເວ​ບ​ໄຊ ກະຊວງການຄ້າ

KPL

ຂ່າວອື່ນໆ

    • ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານເສດຖະກິດ

      ໂຄງການໄຟຟ້າ 500 kV ລາວ-ຈີນຍົກລະດັບຄວາມໝັ້ນຄົງດ້ານພະລັງງານ

      11/12/2026 9:41:22 AM

      ໂຄງການເຊື່ອມຈອດຕາໜ່າງໄຟຟ້າ 500 kV ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ.

    • 9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%ເສດຖະກິດ

      9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%

      11/11/2026 2:12:18 PM

      ໃນໄລຍະ 9 ເດືອນຕົ້ນປີ 2026 ນີ້, ເສດຖະກິດຂອງນະຄອນຫຼວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍຕົວຢູ່ໃນລະດັບ 7,6% (ແຜນການປີໃຫ້ບັນລຸ 8%) ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 6,6%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນການປີໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ).

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

ads
ads

Top