ເຊັນບົດບັນທຶກຄວາມເຂົ້າໃຈ ພັດທະນາ ລະບົບອຸດສາຫະກໍາສົ່ງອອກຊີ້ນງົວ ຂອງລາວ

22/09/2022 12:08
Email Print 780
ຂປລ ຂປລ. ກົມໃຫຍ່ພະລາທິການກອງທັບ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນ ລະຫວ່າງ ບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ, ບໍລິສັດຣຸ້ຍຜູເຕັກໂນໂລຊີຊີວະພາບ ຈໍາກັດ ແລະ ສະຖາບັນນະວັດຕະກໍາ ວິທະຍາສາດເຕັກໂນໂລ ຊີຈີນ-ອາຊຽນເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດໃຫຍ່

ຂປລ. ກົມໃຫຍ່ພະລາທິການກອງທັບ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນ ລະຫວ່າງ ບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ, ບໍລິສັດຣຸ້ຍຜູເຕັກໂນໂລຊີຊີວະພາບ ຈໍາກັດ ແລະ ສະຖາບັນນະວັດຕະກໍາ ວິທະຍາສາດເຕັກໂນໂລ ຊີຈີນ-ອາຊຽນເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດໃຫຍ່ ແນໃສ່ຊຸກຍູ້ຂໍ້ລິເລີ່ມການຮ່ວມມື, ໜຶ່ງແລວໜຶ່ງເສັ້ນທາງ ໂດຍອີງຕາມອະນຸສັນຍາ ວ່າດ້ວຍການກັກກັນ ແລະ ສຸຂະອະນາໄມໃນການນໍາເຂົ້າຊີ້ນງົວ ຈາກ ສປປ ລາວ ເຂົ້າສູ້ ສປ ຈີນ ລະຫວ່າງກົມໃຫຍ່ພາສີແຫ່ງຊາດ ແຫ່ງສປ ຈີນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ, ສະບັບວັນທີ 10 ກຸມພາ 2021, ທັງ 3 ຝ່າຍໄດ້ເປັນເອກະພາບກັນ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍຖືເອົາຫລັກການ ຄວາມສະເໝີພາບ, ຮັບຜົນປະໂຫຍດຮ່ວມກັນ ເພື່ອເເກ້ໄຂບັນຫາ ການສົ່ງອອກງົວໄປສູ່ ສປ ຈີນ ຈໍານວນ 500.000 ໂຕ, ໃນການພັດທະນາລະບົບ ອຸດສາຫະກໍາສົ່ງອອກຊີ້ນງົວ ຂອງ ສປປ ລາວ.

ຮ່ວມ​ລົງ​ນາມ​ໃນບົດບັນທຶກຄວາມເຂົ້າໃຈ ຄັ້ງ​ນີ້, ທ່ານ ນາງ ຄອນສະຫວັນ ແສງວິໄລ ອຳນວຍການ ບໍລິສັດ ຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ, ທ່ານ ຫລີ​ ໂສ​ວ ຈິນ ປະທານ ບໍລິສັດຣຸ້ຍຜູເຕັກໂນໂລຊີຊີວະພາບ ຈໍາກັດ ແລະ ທ່ານ ​ເຫີ​ເຊີງ ຕາງໜ້າສະຖາບັນນະວັດຕະກໍາ ວິທະຍາສາດເຕັກໂນໂລຊີຈີນ-ອາຊຽນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດໃຫຍ່ ​ໂດຍມີ ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີຄະນໍາກົມຜະລິດກະສິກໍາກົມໃຫຍ່ ພະລາທິການ, ກົມເສນາພະລາ, ຫ້ອງການກົມໃຫຍ່, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ​ເປັຮສັກ​ຂີ່​ພິຍານ.

ສຳລັບ ເນື້ອໃນຂອງການຮ່ວມມື ​ແລະ ໜ້າທີ່ຂອງທັງ 3 ຝ່າຍມີຄື: ນໍາເຂົ້າເຕັກໂນໂລຊີ ການປະສົມພັນທຽມ ປັບປຸງສາຍພັນ, ເຕັກໂນໂລຊີການລ້ຽງທອມ (ຂຸນ) ເພື່ອລ້ຽງງົວພັນຊີ້ນໃຫ້ໄດ້ນໍ້າໜັກ ຕາມເກນມາດຕະຖານ ສົ່ງອອກໄປ ສປ ຈີນ, ກຳນົດມາດຕະຖານເຕັກນິກ ສຳລັບການລ້ຽງງົວພັນຊີ້ນ ໃຫ້ແຂງແຮງ, ສ້າງຕັ້ງ ບໍລິສັດພັດທະນາລະບົບກະສິກອນ ເພື່ອຊຸກຍູ້ວຽກງານ ຫລຸດພົ້ນຄວາມທຸກຍາກໃນ ສປປ ລາວ, ກຳນົດເຕັກນິກມາດຕະຖານ ແລະ ສົ່ງເສີມວຽກງານປ້ອງກັນ ແລະ ຄວບຄຸມພະຍາດສັດ, ສົ່ງເສີມເຕັກນິກ ການນໍາໃຊ້ຜະລິດຕະພັນ ປ້ອງກັນພະຍາດສັດ, ການບົ່ງມະຕິພະຍາດສັດ, ເຕັກໂນໂລຊີດ້ານການປ້ອງກັນ ເພື່ອໃຫ້ສອດຄ່ອງ ຕາມມາດຕະຖານ ເຕັກນິກການກັກກັນສັດ ຂອງກົມໃຫຍ່ພາສີ ແຫ່ງ ສປ ຈີນ, ສ້າງມາດຕະຖານເຕັກນິກ ດ້ານການຂ້າສັດທີ່ຖືກສຸຂະອະນາໄມ ເພື່ອໃຫ້ໄດ້ມາດຕະຖານ ການສົ່ງອອກຊີ້ນງົວ ແຊ່ແຂງ ສູ່ ສປ ຈີນ ແລະ ຮ່ວມກັນແກ້ໄຂບັນຫາການສົ່ງອອກ ສູ່ ສປ ຈີນ, ລວມທັງເອກະສານ ອະນຸຍາດນໍາເຂົ້າຊີ້ນງົວສົດຂອງ ສປ ຈີນ, ສ້າງຕັ້ງໂຮງຂ້າສັດຢູທີ່ ສປປ ລາວ ເພື່ອຍົກລະດັບການສົ່ງອອກຊີ້ນງົວແຊ່ແຂງ ໄປສູ່ ສປ ຈີນ, ພ້ອມທັງຮ່ວມກັນປະຊາສຳພັນ ແລະ ຝຶກອົບຮົມເຕັກນິກຍົກລະດັບ ດ້ານອຸດສາຫະກໍາງົວຊີ້ນ, ສາມາດຮັບປະກັນ ໄດ້ທາງດ້ານປະລິມານ ແລະ ຄຸນນະພາບທີ່ດີ ໃນການຈໍາໜ່າຍ ອອກສູ່ສັງຄົມ ໃຫ້ແກ່ຜູ້ບໍລິໂພກ ໃນຊີວິດປະຈໍາວັນ.

 ຈາກນັ້ນ,ທັງ 3 ຝ່າຍກໍໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈຮ່ວມກັນ ຢ່າງສົມກຽດ ແລະ ໃນພິທີດັ່ງກ່າວ ເພື່ອໃຫ້ມີຄວາມໝາຍສໍາຄັນ ຢ່າງຄົບຖ້ວນ, ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບຕາງໜ້າໃຫ້ ກົມໃຫຍ່ພະລາທິການກອງທັບ ໄດ້ເຊັນບົດບັນທຶກ ເພື່ອເປັນສັກຂີພະຍານ ໃຫ້ແກ່ບັນດາບໍລິສັດອີກດ້ວຍ.

ຂ່າວ: ຄໍາປະສົງ ລາດຊະວົງ

KPL

ຂ່າວອື່ນໆ

ads
ads

Top