ນ້ຳຕົກຕາດຮຳສູງ 30 ແມັດໃນເມືອງຊ້າງແຫລ່ງທ່ອງທ່ຽວຄວນໄປສໍາຜັດ

15/09/2022 14:12
Email Print 8263
ຂປລ ນ້ຳຕົກຕາດຮຳ ຕັ້ງຢູ່ເຂດບ້ານເມືອງຮຳ ເມືອງບໍ່ແຕນ ແຂວງໄຊຍະບູລີ, ຫ່າງຈາກເທສະບານເມືອງບໍ່ແຕນ ປະມານ 5 ກິໂລແມັດ ເຊິ່ງເປັນນ້ຳຕົກຕາດ ທີ່ມີຄວາມສູງປະມານ 30 ແມັດ ເລິກ 15 ແມັດ ແລະ ກວ້າງ 30 ແມັດ ໂດຍເກີດຈາກຕົ້ນນ້ຳທໍາມະຊາດ ໄຫລຕະຫລອດປີ.

*ແຂວງໄຊຍະບູລີຂຶ້ນຊື່ເມືອງຊ້າງໂດຍມີຊ້າງບ້ານ ແລະ ຊ້າງປ່າຍັງຫລົງເຫລືອຢູ່ ຈໍານວນຫລາຍຮ້ອຍເຊືອກ ເຊິ່ງທຸກໆປີເພີ່ນມັກ ຈັດງານບຸນຊ້າງ ເພື່ອສົ່ງເສີມການອະນຸລັກຮັກສາຊ້າງ ແລະ ຍູ້ແຮງການທ່ອງທ່ຽວ ພາຍໃນແຂວງອີກດ້ວຍ ແຕ່ແນວໃດກໍດີ ແຂວງ ດັ່ງກ່າວ ບໍ່ພຽງມີແຕ່ກິດຈະກໍາບຸນຊ້າງເທົ່ານັ້ນ ຫາກອໍານາດການປົກແຂວງ ຍັງໃຫ້ຄວາມສໍາຄັນ ໃນການນສົ່ງເສີມ ການທ່ອງທ່ຽວຕິດພັນ ກັບແຫລ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວິຖີຊີວິດ ຂອງປະຊາຊົນຢ່າງຮອບດ້ານ.

ມື້ນີ້ຜູ້ຂຽນຈະນໍາສະເໜີແຫລ່ງທໍາມະຊາດນ້ຳຕົກຕາດຮຳ ຕັ້ງຢູ່ເຂດບ້ານເມືອງຮຳ ເມືອງບໍ່ແຕນ ແຂວງໄຊຍະບູລີ, ຫ່າງຈາກເທສະບານເມືອງບໍ່ແຕນ ປະມານ 5 ກິໂລແມັດ ເຊິ່ງເປັນນ້ຳຕົກຕາດ ທີ່ມີຄວາມສູງປະມານ 30 ແມັດ ເລິກ 15 ແມັດ ແລະ ກວ້າງ 30 ແມັດ ໂດຍເກີດຈາກຕົ້ນນ້ຳທໍາມະຊາດ ໄຫລຕະຫລອດປີ, ແຫລ່ງທ່ອງທ່ຽວດັ່ງກ່າວ ມີເສັ້ນທາງເຂົ້າໄປຫານ້ຳຕົກຕາດ ແລະ ສາມາດທຽວໄດ້ສອງລະດູ.

ສຳລັບການເດີນທາງໄປນ້ຳຕົກນັ້ນ ຖ້າຫາກຂີ່ລົດຈາກບ້ານເມືອງຮຳ ໄປຫາຕາດກໍໃຊ້ເວລາປະມານ 30-40 ນາທີ ດ້ວຍໄລຍະທາງປະມານ 1 ກິໂລແມັດ, ແຕ່ຖ້າຫາກຍ່າງໄປ ແມ່ນບໍ່ດົນກໍ່ຮອດ ເພາະຈະມີທາງລັດ ຍ່າງເຂົ້າໄປຕາມທາງດິນແດງ ແລະ ຂ້າມຂົວ ໄປປະມານ 50 ແມັດກໍຮອດ.

ນ້ຳຕົກຕາດແຫ່ງນີ້ ສ່ວນໃຫຍ່ແມ່ນໄຫລມາຈາກ ສາຍພູນາກອກ, ນາກາຍ ແລ້ວໄຫລຜ່ານບ້ານເມືອງຮຳ ມາປ່ອງລົງສູ່ຕາດດັ້ງກ່າວ ເຊິ່ງມີລັກສະນະສູງຊັນ ມີສາຍນໍ້າໄຫລລົງມາ ກະທົບໃສ່ຫີນເປັນຊັ້ນໆ ເຮັດໃຫ້ມີລະອອງອາຍນ້ຳ ກະຈາຍໄປທົ່ວ ຢ່າງບໍ່ຂາດສາຍ ແລະ ໃນບໍລິເວັນຕາດ ອ້ອມຮອບໄປດ້ວຍ ຕົ້ນໄມ້ໃບຫຍ້າທີ່ຂຽວສົດງົດງາມ ພ້ອມທັງອາກາດທີ່ບໍລິສຸດ ນອກນັ້ນກໍຈະມີໂງ່ນຫີນ ແລະ ພະລານຫີນ ນ້ອຍໃຫຍ່ ຢ່າງຫລວງຫລາຍສະບັບກັນ ເປັນບ່ອນຢືນຖ່າຍຮູບ ໄວ້ເປັນທີ່ລະນຶກ ພ້ອມຟັງສຽງນ້ຳຕົກດັງຖາດໆ ກະທົບ ໃສ່ໂງ່ນຫີນ ໃນທ່າມກາງສາຍລົມພັດເຢັນສະບາຍ, ສ່ວນທາງດ້ານເທິງຂອງຕາດ ກໍ່ມີຕົ້ນໄມ້ນ້ອຍ-ໃຫຍ່ເປັນຮົ່ມ ໃຫ້ນັ່ງພັກຜ່ອນຍ່ອນອາລົມ ເປັນບ່ອນນັ່ງກິນເຂົ້າສາມັກຄີ ຂອງນັກທ່ອງທ່ຽວ ແລະ ສິ່ງສຳຄັນ ທັງສອງຝາກຂ້າງນ້ຳຕົກ ຈະມີປ່າໄມ້ ທີ່ປົກຄຸມດ້ວຍປ່າສົນ ແລະ ປ່າດົງດິບ.

ນອກຈາກນີ້ ກໍ່ຍັງມີສາລາ, ມີຕັ່ງເຮັດດ້ວຍປີກໄມ້ໄວ້ໃຫ້ນັ່ງຊົມຄວາມງົດງາມຂອງທຳມະຊາດ ຢູ່ທີ່ນ້ຳຕົກຢ່າງສະບາຍນຳອີກ. ນ້ຳຕົກຕາດຮຳມີຕຳນານ ທີ່ເລົ່າຄານກັນມາ ແຕ່ບູຮານນະການວ່າ: ແຕ່ກີ້ແຕ່ກ່ອນ ມີເມືອງໜຶ່ງຊື່ວ່າ: ເມືອງທ່າໂຮງ”; ເຊິ່ງມີໜອງນ້ຳ ໃຫຍ່ແຫ່ງໜຶ່ງ ທີ່ມີຕົ້ນໄມ້ໄຜ່ ລຽນອ້ອມຈອດກັນ ເອີ້ນວ່າ: ໜອງໄຜ່ລ້ອມ” (ປັດຈຸບັນກໍຍັງມີຊື່ວ່າ ໜອງໄຜ່ລ້ອມ”) ເຊິ່ງເປັນທີ່ຢູ່ອາໄສ ຂອງເງືອກໂຕໜຶ່ງ. ມື້ໜຶ່ງ, ເງືອກໂຕນັ້ນ ໄດ້ປອມໂຕເປັນກະປູ ແລ້ວໄປຄາບຕີນລູກສາວພະຍາ ທີ່ກຳລັງຕ່ຳຫູກ ຢູ່ກ້ອງລ່າງເຮືອນ ແລ້ວນໍາເອົານາງ ລົງໄປທ່ານ້ຳ (ທ່ານ້ຳແຫ່ງນັ້ນ ຈຶ່ງມີຊື່ວ່າ ທ່ານາງຈົນເຖິງປະຈຸບັນ). ພະຍາຈຶ່ງໄດ້ແຕ່ງໝໍມົນ ແລະ ເຖົ້າແກ່ຈຳນວນໜຶ່ງ ໄປເຮັດພິທີ ເພື່ອຊອກຫາລູກສາວ, ພວກເຂົາໄດ້ນຳຮອຍຕີນນັ້ນ ໄປຮອດທ່ານ້ຳແຫ່ງໜຶ່ງ (ເອີ້ນວ່າ: ນ້ຳຮອຍຈົນເຖິງປັດຈຸບັນ) ແລະ ສືບຕໍ່ນໍາຮອຍຕີນນັ້ນໄປ ຈົນຮອດວັງນ້ຳ ພັດເຫັນແຕ່ເສື້ອແດງ ຂອງນາງ (ຈຶ່ງເອີ້ນວ່າ ວັງສະແດງໃນປັດຈຸບັນ) ໝໍມົນ ແລະ ເຖົ້າແກ່ ໄດ້ນຳຮອຍໄປຈົນຄ່ຳ ເລີຍພໍ້ກະຕ່າຍຊຸມໜຶ່ງຢູ່ແກ້ງ (ເລີຍເອີ້ນວ່າແກ້ງລາດກະຕ່າຍຈົນເຖິງປັກຈຸບັນ). ເມື່ອພວກເຂົາ ໄປຮອດ ແກ້ງແຫ່ງໜຶ່ງ ແລະ ໄດ້ໄຕ້ທຽນ (ເລີຍເອີ້ນວ່າ ແກ້ງທຽນເປັນສະຖານທີ່ທ່ອງທ່ຽວ ຂອງເມືອງບໍ່ແຕນໃນປັດຈຸບັນ). ຈາກນັ້ນ, ກໍ່ນຳຮອຍຂຶ້ນໄປ ທາງເບື້ອງຊ້າຍ ຝ່າຍຕາເວັນຕົກ ຂອງນ້ຳຮອຍ ຝົນເລີຍຕົກຮຳ (ຈຶ່ງເອີ້ນວ່າ ນ້ຳຮຳ”). ຈາກນັ້ນ, ພວກເຂົາກໍສືບຕໍ່ເດີນທາງ ໄປຕາມສາຍນ້ຳແຫ່ງນັ້ນ ຈົນໄປຮອດນ້ຳຕົກ ທີ່ສູງຊັນແຫ່ງໜຶ່ງ ແລະ ໄປຕໍ່ບໍ່ໄດ້ (ເລີຍເອີ້ນວ່ານ້ຳຕົກຕາດຂອງນ້ຳຮຳ”) ອັນເປັນທີ່ມາຂອງ ນ້ຳຕົກຕາດຮຳທີ່ລືຊື່ ຂອງເມືອງບໍ່ແຕນ ຈົນເຖິງປັດຈຸບັນ. ນ້ຳຕົກຕາດຮຳ ເປັນນຳຕົກທີ່ເກີດຂຶ້ນຕາມທຳມະຊາດ ມາແຕ່ດຶກດຳບັນ ທີ່ຍັງບໍ່ທັນໄດ້ຮັບການບູລະນະສ້າງສາ ໃຫ້ເປັນສະຖານທີ່ທ່ອງທ່ຽວ ຄືກັບບ່ອນອື່ນໆເທື່ອ. ນອກນັ້ນໃນບໍລິເວນຕາດ ຍັງມີພະພຸດທະຮູບ ໃຫ້ເຮົາໄດ້ກາບໄວ້ ແລະ ສັກກະລະບູຊາຕາມຄວາມເຊື່ອຖືນຳອີກ.
 
ໂດຍ: ແສງສະຫວັນ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top