ຍີ່ປຸ່ນ ມອບປ່ອງປາ ສະໜອງອາຫານທ່ຽງ ໃຫ້ໂຮງຮຽນປະຖົມ 1.400 ກວ່າແຫ່ງ ຢູ່ລາວ

08/09/2022 16:00
Email Print 2321
ຂປລ ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ນຳເອົາຕູ້ອາຫານ (ປ໋ອງປາ) ຈໍານວນ 32 ຕູ້, ລວມມູນຄ່າປະມານ 3,6 ລ້ານໂດລາ ມາມອບໃຫ້ລັດຖະບານບານລາວ ເພື່ອເປັນອາຫານທ່ຽງ ໃຫ້ແກ່ນັກຮຽນໂຮງຮຽນປະຖົມ 132.450 ຄົນ, ໃນໂຮງຮຽນ 1.423 ແຫ່ງ ໃນທົ່ວປະເທດ,

ຂປລ. ເມື່ອບໍ່ດົນມານີ້, ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ນຳເອົາຕູ້ອາຫານ (ປ໋ອງປາ) ຈໍານວນ 32 ຕູ້, ລວມມູນຄ່າປະມານ 3,6 ລ້ານໂດລາ ມາມອບໃຫ້ລັດຖະບານບານລາວ ເພື່ອເປັນອາຫານທ່ຽງ ໃຫ້ແກ່ນັກຮຽນໂຮງຮຽນປະຖົມ 132.450 ຄົນ, ໃນໂຮງຮຽນ 1.423 ແຫ່ງ ໃນທົ່ວປະເທດ, ຕາງໜ້າຮັບໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.

     ທ່ານ ພຸດ ສິມມາລາວົງ ​ໄດ້ກ່າວວ່າ: ການລົງທຶນໃນດ້ານໂພຊະນາການ, ສຸຂະ ພາບ ແລະ ການສຶກສາຂອງເດັກນ້ອຍ ເປັນການຊ່ວຍໃຫ້ພວກເຂົາ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ໃນຂະນະດຽວກັນ ກໍເປັນການຊ່ວຍທຳລາຍວົງຈອນ ຂອງການຂາດສານອາຫານອີກດ້ວຍ, ປັດຈຸບັນຄອບຄົວ ແລະ ຊຸມຊົນເລີ່ມເຫັນຜົນປະໂຫຍດຂອງ ອາຫານເພື່ອສຸຂະພາບ ຜ່ານວຽກງານອາຫານ ໃນໂຮງຮຽນຫລາຍຂຶ້ນ ເຊິ່ງເປັນນິມິດ  ໝາຍທີ່ດີ ເພາະມັນຈະເປັນການ ຊ່ວຍຫລຸດຜ່ອນຄວາມທຸກຍາກ ໃນໄລຍະຍາວ.

ທ່ານ ເຄນິຊິ ໂກບາຍາຊິ  ກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນມີຄວາມສຳຄັນ ຢ່າງຕໍ່ເນື່ອງໃນ ສປປ ລາວ, ການປັບປຸງໂພຊະນາການ ໂດຍສະເພາະເດັກນ້ອຍ ແມ່ນມີຄວາມສຳຄັນ ໃນລັກສະນະທີ່ ຊ່ວຍຮັບປະກັນສຸຂະພາບ ຂອງຄົນຮຸ່ນ  ໃໝ່ ແລະ ການເຂົ້າເຖິງການ ສຶກສາຂັ້ນພື້ນຖານ ເຊິ່ງເປັນບົດບາດທີ່ສຳຄັນ ໃນການເສີມສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດຂອງ ສປປ ລາວ. ຍີ່ປຸ່ນ ​ໃນ​ຖານະທີ່​ເປັນ​ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ ສປປ ລາວ, ຈະ​ສືບ​ຕໍ່​ໃຫ້ການ​ສະໜັບສະໜູນ ສປປ ລາວ ​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຊັ່ນ: ການ​ຊ່ວຍ​ເຫລືອ​ ດ້ານ​ສະບຽງ​ອາຫານ, ດ້ານກະສິກຳ ​ແລະ ການ​ສຶກສາ, ​ໂດຍ​ການ​ຮ່ວມ​ມື​ກັບ ​ອົງການ​ສາກົນ​ຕ່າງໆ ​ເປັນ​ຕົ້ນ ​ໂຄງການ​ອາຫານ​ໂລກ.

ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າຂອງ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ມີຄຳເຫັນບາງວ່າ: ອົງການອາຫານໂລກ ໄດ້ອຸທິດ ແລະ ພະຍາຍາມສຸດຄວາມສາມາດ ໃນການພັດທະນາໂຮງຮຽນ​ໃນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການ ຂອງເດັກນ້ອຍ, ນອກຈາກອັດຕາການເຂົ້າຮຽນເພີ່ມຂຶ້ນ, ການເຂົ້າຮຽນ ແລະ ຜົນການຮຽນທີ່ດີຂຶ້ນຂອງເດັກນ້ອຍ, ພວກເຮົາຍັງເຊື່ອ ໃນຜົນປະໂຫຍດຂອງວຽກງານ ອາຫານໃນໂຮງຮຽນ ທີ່ຈະເປັນທ່າແຮງໜຶ່ງຂອງຊຸມຊົນ ທີ່ຈະຊ່ວຍເຫລືອພວກເຂົາ ອອກຈາກຄວາມທຸກຍາກ ໂດຍການສ້າງໂອກາດ ແລະ ລາຍຮັບໃຫ້ແກ່ຊຸມຊົນ ດ້ວຍ​ການ​ສະໜັບສະໜູນ ​ຈາກ​ລັດຖະບານ​ຍີ່ປຸ່ນ ​ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ​ກັບ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ.

ອົງການອາຫານໂລກ ຈະສືບຕໍ່ໃຫ້ການສະໜັບສະໜູນ ໂຄງການອາຫານໃນໂຮງຮຽນແຫ່ງຊາດ, ເຊິ່ງການ​ຊ່ວຍ​ເຫລືອ​ດັ່ງກ່າວ, ລວມມີ​ການ​ຕິດ​ຕັ້ງ​ນ້ຳ​ສະອາດ, ສຸຂະ​ອະນາ​ໄມ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກຕ່າງໆ, ຊ່ວຍ​ເຫລືອ​ຊຸມ​ຊົນ ​ໃນ​ການ​ສ້າງ​ຫ້ອງ​ອາຫານ, ​ສາງເກັບເຄື່ອງ ​ແລະ ເຮືອນຄົວ, ສ້າງ​ສວນ​ຄົວໃນ​ໂຮງຮຽນ, ນອກຈາກນີ້ຍັງ ມີການສ້າງ​ເຮືອນ​ສີຂຽວ ຫລື ເຮືອນຮົ່ມ​ຂອງ​ຊຸມ​ຊົນ ​ແລະ ໜອງ​ປາ, ພ້ອມ​ທັງ​ດຳ​ເນີນ​ກິດຈະກຳ​ ການເສີມສ້າງທັກສະ​ ການຮຽນຮູ້ເຊັ່ນ: ການອ່ານໜັງສື.

ປັດຈຸບັນ, ງົບປະມານທີ່ໄດ້ຈາກ ການຊ່ວຍເຫລືອຂອງຍີ່ປຸ່ນ ແມ່ນໄດ້ນຳໃຊ້ເຂົ້າໃນການຮັບປະກັນ ຄວາມຍືນຍົງຂອງໂຄງການ ໂດຍສະໜອງການຝຶກອົບຮົມ ໃຫ້ແກ່ພະ ນັກງານລັດຢູ່ທຸກຂັ້ນ, ເຊັ່ນດຽວກັບຊຸມຊົນທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ, ຕິດຕາມໂຄງ ການໃຫ້ປະສົບຜົນສຳເລັດ ແລະ ເປັນການປະກອບສ່ວນ ດ້ານແຮງງານ ແລະ ພືດຜົນທາງ ການກະເສດຂອງຊຸມຊົນ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top