ເມືອງຈຳພອນ ຍັງຕ້ອງການຄູອະນູບານ ແລະ ຄູມັດທະຍົມປາຍ 70 ກ່ວາຄົນ

08/10/2026 06:08
Email Print 2553
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນສົກ ຮຽນ 2025-2026 ຜ່ານມາ ເມືອງ ຈຳພອນ ແຂວງສະຫວັນນະເຂດ ຍັງຕ້ອງການຄູອະນຸບານ ແລະ ຄູ ມັດທະຍົມຕອນປາຍ 74 ຄົນ ເພື່ອ ໃຫ້ສອດຄ່ອງກັບແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ໃນການຈັດສັນ, ສັບຊ້ອນ ແລະ ປັບປຸງຄູສອນໃນແຕ່ລະໂຮງຮຽນ ເພື່ອຫລຸດຜ່ອນການຂາດແຄນຄູ ແລະ ປັບປຸງໃນຂອດການສອນ ໃຫ້ ໄດ້ຕາມມາດຖານຂອງການສຶກສາ ວາງອອກ.

ທ່ານ ສຸລິຂັນ ສິດທິວົງ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈຳພອນ ລາຍງານ ໃນກອງປະຊຸມຜູ້ບໍລິຫານການ ສຶກສາ ແລະ ກິລາທົ່ວເມືອງ ປະຈຳ ສົກຮຽນ 2025-2026 ເມື່ອບໍ່ດົນ ມານີ້ວ່າ: ໃນທົ່ວເມືອງຈຳພອນ ມີ ໂຮງຮຽນ 183 ແຫ່ງ, ສະຖານການ ສຶກສາກ່ອນໄວຮຽນມີ 41 ແຫ່ງ (ເອກະຊົນ 1 ແຫ່ງ), ມີໂຮງຮຽນ ປະຖົມ 117 ແຫ່ງ (ເອກະຊົນ 1 ແຫ່ງ) ແລະ ໂຮງຮຽນມັດທະຍົມ  25 ແຫ່ງ, ທົ່ວເມືອງມີນັກຮຽນ  15.303 ຄົນ, ຍິງ 7.915 ຄົນ, ທຽບໃສ່ປີຜ່ານມາຫລຸດລົງ 253 ຄົນ, ມີນັກຮຽນເອກະຊົນ 332 ຄົນ,  ຍິງ149 ຄົນ, ມີຫ້ອງຮຽນ 569 ຫ້ອງ (ເອກະຊົນ 10 ຫ້ອງ), ມີຄູ ທັງໜົດ 776 ຄົນ, ຍິງ 505 ຄົນ.  ໃນປີທີ່ຜ່ານມາທາງພາກສ່ວນ ສຶກສາທິການ ແລະ ກິລາເມືອງ  ໄດ້ມີການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ເອົາໄຟຟ້າເຂົ້າໃຫ້ໂຮງຮຽນ  7 ແຫ່ງ, ປັບປຸງກໍ່ສ້າງວິດຖ່າຍ 12 ແຫ່ງ, ເດັ່ນກ່າວໝູ່ແມ່ນກໍ່ສ້າງ ປັບປຸງອາຄານຮຽນ ແລະ ສິ່ງອຳ ນວຍຄວາມສະດວກໃຫ້ແກ່ໂຮງ ຮຽນຫ້ວຍໝາກເຍົາ ແລະ ປະຖົມ ຄຳຜັກຫວານ (ໂດຍໄດ້ທຶນຈາກ ຄະນະບໍລິຫານຊາວໜຸ່ມແຂວງ ສະຫວັນນະເຂດ) ໃນໄລຍະ 1 ປີຜ່ານມາ, ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ປະຕິບັດໄດ້ 45,3%, ທຽບໃສ່ ສົກປີຜ່ານມາຫລຸດລົງ 5,9% (ທົ່ວ ແຂວງປະຕິບັດໄດ້ 54,3%), ອັດຕາການເຂົ້າຮຽນໃໝ່ສຸດທິ ປ1 ໃນທົ່ວເມືອງປະຕິບັດໄດ້ 99,4%, ທຽບໃສ່ສົກປີຜ່ານມາຫລຸດລົງ  0,1%, ສ່ວນອັດຕາເຂົ້າຮຽນຊັ້ນ  ມ ຕົ້ນ ປະຕິບັດໄດ້ 55,6% ຫລຸດ ສົກປີຜ່ານມາ 17,6% ແລະ ລ່ືນ ຄາດໝາຍຂອງສະພາ 2,8%, ອັດຕາການເຂ້ົາຮຽນຊັ້ນມັດທະຍົມ ຕອນປາຍ ປະຕິບັດໄດ້ 18,4% ຫລຸດປີສົກຜ່ານມາ 7,6%. 

ເພື່ອພັດທະນາການຮຽນ-ການ ສອນໃຫ້ດີຂຶ້ນໃນຕໍ່ໜ້າ, ຄູ-ອາຈານ ຕ້ອງເອົາໃຈໃສ່ຍົກສູງທາງດ້ານ ການບໍລິຫານ, ຄຸ້ມຄອງ, ວາງແຜນ ຍຸດທະສາດຂອງການສຶກສາ ໃຫ້ ໄດ້ມາດຖານທີ່ແທດເໝາະກັບການ ສຶກສາໃນປັດຈຸບັນ ພ້ອມທັງຍົກສູງ ຄຸນນະພາບ ທາງດ້ານການສອນ ຮອບດ້ານໃຫ້ສູງຂຶ້ນກວ່າເກົ່າ. 

KPL

ຂ່າວອື່ນໆ

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

ads
ads

Top