ສສຊ ສະເໜີລັດຖະບານພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ

08/10/2026 09:40
Email Print 3028
ຂປລ ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້,

 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆໄດ້ສືບຕໍ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ທີ່ສະເໜີໂດຍທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຊຶ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ລັດຖະບານຍາດມາໄດ້ໃນໄລຍະ 9 ເດືອນຜ່ານມາ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ລັດຖະບານສືບຕໍ່ປັບປຸງແກ້ໄຂຫຼາຍບັນຫາສຳຄັນທີ່ເຫັນວ່າຍັງບໍ່ທັນບັນລຸຕາມເປົ້າໝາຍ ໂດຍສະເພາະການພັດທະນາບໍ່ແຮ່ ຄວນເນັ້ນທາງດ້ານປະສິດທິພາບທາງເສດຖະກິດ, ຜົນປະໂຫຍດຂອງລັດ ແລະ ປະຊາຊົນຄຽງຄູ່ກັບການຮັກສາສິ່ງແວດລ້ອມ ເປັນຕົ້ນຄວນມິຍຸດທະສາດດ້ານແຮ່ທາດ ທີ່ຊັດເຈນໂດຍກຳນົດວ່າແຮ່ທາດໃດຄວນສົ່ງເສີມ, ແຮ່ທາດໃດຄວນຄວບຄຸມ ແລະ ແຮ່ທາດໃດຄວນຮັກສາໄວ້ເປັນຄັງສະສົມຍຸດທະສາດຂອງຊາດ ເນື່ອງຈາກວ່າໂຄງການລົງທຶນດ້ານແຮ່ທາດທີ່ລັດຖະບານອະນຸມັດຍັງມີຜົນກະທົບຕໍ່ຊັບພະຍາກອນທຳມະຊາດຫຼາຍກວ່າຜົນປະໂຫຍດທີ່ລັດຈະໄດ້ຮັບ, ຍັງມີການລະເມີດຕໍ່ກົດໝາຍ ແລະ ລະບຽບການ, ກົນໄກການຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນເປັນອັນສັບຊ້ອນ ແລະ ບໍ່ທັນເປັນເອກະພາບ, ປະຊາຊົນຢູ່ໃນເຂດໂຄງການຍັງບໍ່ທັນໄດ້ຮັບການພັດທະນາ ແລະ ຄວາມເປັນຢູ່ທີ່ດີຂຶ້ນເທົ່າທີ່ຄວນ.

ທ່ານ ອາຄົມ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານຄວນມີຍຸດທະສາດດ້ານແຮ່ທາດທີ່ຊັດເຈນ, ກວດກາຄືນການອະນຸຍາດ ແລະ ສັນຍາສຳປະທານບໍ່ແຮ່ ໂດຍໃຫ້ເນັ້ນໃສ່ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງໃຫ້ຫຼາຍຂຶ້ນ ເພື່ອຕິດຕາມໃຫ້ຂໍ້ມູນຕ່າງໆມີຄວາມໂປ່ງໃສ, ຊັດເຈນ ແລະ ຮັດກຸມ, ພ້ອມທັງກວດກາປະລິມານແຮ່ທີ່ຂຸດຄົ້ນຕົວຈິງ, ການຈ່າຍພາສີ-ອາກອນ, ພັນທະອື່ນໆ ໃຫ້ຄົບຖ້ວນ, ຄວນຫັນຈາກການເນັ້ນສົ່ງອອກວັດຖຸດິບແຮ່ທາດ ໄປສູ່ການປຸງແຕ່ງ ແລະ ແປຮູບພາຍໃນປະເທດໃຫ້ຫຼາຍຂຶ້ນຕາມຄວາມເໝາະສົມ ເພື່ອເພີ່ມມູນຄ່າ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ປະເທດຊາດ. ພ້ອມນີ້, ໂຄງການບໍ່ແຮ່ຄວນມີມາດຕະການຈັດການຫາງແຮ່, ນ້ຳເສຍ, ການປົນເປື້ອນ, ການຟື້ນຟູດິນ ແລະ ປ່າໄມ້ ຢ່າງຈິງຈັງ ໂດຍບໍ່ຄວນປ່ອຍໃຫ້ພາລະການຟື້ນຟູຫຼັງປິດໂຄງການຕົກເປັນພາລະຂອງລັດ; ຄວນໃຫ້ປະຊາຊົນໃນເຂດໂຄງການໄດ້ຮັບຜົນປະໂຫຍດຢ່າງເໝາະສົມຜ່ານການຈ້າງງານ, ການປະເທດອະນຸພາກພື້ນແມ່ນໍ້າຂອງຂຶ້ນວັນທີ 6 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະພະແນກສາທາລະນະສຸກແຂວງ, ໝໍ, ພະຍາບານ, 7 ໂຮງໝໍສູນກາງ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງປະຊຸມຄະນະປະສານງານຊີ້ນຳວິຊາການສຳລັບໂຄງການຮັກສາສຸຂະພາບເຂດຊາຍແດນຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ ເພື່ອສະເໜີ ແລະ ແນະນຳຄູ່ມືສຳລັບຈັດຕັ້ງປະຕິບັດກິດຈະກຳທົດລອງ, ຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການເຊັນບົດບັນທຶກການຮ່ວມມືຄັ້ງນີ້, ແນໃສ່ກຳນົດຂອບການຮ່ວມມືແບບຍຸດທະສາດລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດ ສູນລະຫັດຝຶກອາຊີບ, ການພັດທະນາໂຄງຮ່າງພື້ນຖານ ແລະ ການແກ້ໄຂຜົນກະທົບຕໍ່ຊຸມຊົນ; ພ້ອມທັງຄວນມີກົນໄກຮັບຟັງ ແລະ ແກ້ໄຂຄຳຮ້ອງທຸກຂອງປະຊາຊົນຢ່າງວ່ອງໄວ; ໃຫ້ເພີ່ມທະວີການຕິດຕາມກວດກາໂຄງການທີ່ມີບັນຫາຂ້າມຂອບເຂດ, ດ້ານນ້ຳ, ສິ່ງແວດລ້ອມ ແລະ ຜົນກະທົບຕໍ່ປະຊາຊົນ. ພ້ອມນີ້, ການພັດທະນາບໍ່ແຮ່ ບໍ່ຄວນວັດແທກຫຼືປະເມີນແຕ່ຈາກຈຳນວນແຮ່ທີ່ຂຸດໄດ້ແຕ່ຄວນປະເມີນຈາກມູນຄ່າທີ່ປະເທດຊາດໄດ້ຮັບ, ລາຍຮັບເຂົ້າລັດ, ຜົນປະໂຫຍດທີ່ປະຊາຊົນໄດ້ຮັບ ແລະ ການຮັກສາຊັບພະຍາກອນໃຫ້ຄົນຮຸ່ນຕໍ່ໆໄປ, ພ້ອມທັງມຸ່ງໄປສູ່ການຂຸດຄົ້ນດ້ວຍຄວາມຮັບຜິດຊອບ, ໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ, ເພີ່ມມູນຄ່າ, ຮັກສາສິ່ງແວດລ້ອມ ແລະ ໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງສູງສຸດ.

ທ່ານ ນາງ ສອຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານພິຈາລະນາ ແລະ ຢຸດຕິການອະນຸມັດໃໝ່ໂຄງການກວດຄົ້ນ-ສຳຫຼວດແຮ່ຫາຍາກເນື່ອງຈາກວ່າໃນໄລຍະຜ່ານມາມີຫຼາຍໂຄງການປະຕິບັດຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການແຕ່ກໍຍັງມີບາງໂຄງການທີ່ຍັງເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ທຳມະຊາດ. ພ້ອມທັງສະເໜີໃຫ້ລັດຖະບານພິຈາລະນາການນຳເຂົ້ານ້ຳມັນຈະນຳຈາກຫຼາຍທາງ ໂດຍສະເພາະແມ່ນນຳເຂົ້າຈາກປະເທດຫວຽດນາມ ຊຶ່ງຈະເຮັດໃຫ້ບັນດາແຂວງທີ່ຢູ່ໃກ້ຄຽງອາດຈະມີລາຄານ້ຳມັນທີ່ຖືກລົງ. ໃນນັ້ນ, ແຂວງຫົວພັນ ກໍແມ່ນແຂວງໜຶ່ງທີ່ມີຄວາມໃກ້ຄຽງເນື່ອງຈາກວ່າປັດຈຸບັນລາຄານ້ຳມັນຍັງມີການເໜັງຕີງປັບຂຶ້ນ-ລົງເກືອບທຸກອາທິດ, ແຂວງທີ່ໄກຈາກນະຄອນຫຼວງເທົ່າໃດລາຄານ້ຳມັນກໍຍິ່ງແພງຂຶ້ນ ອາດຈະແມ່ນຍ້ອນຄ່າຂົນສົ່ງ ແລະ ອື່ນໆ. ພ້ອມນີ້, ການເຮັດໜັງສືຜ່ານແດນສະເໜີໃຫ້ລັດຖະບານກໍຄືກະຊວງທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາແກ້ໄຂໃຫ້ແຂວງຫົວພັນໄດ້ເຮັດໜັງສືຜ່ານແດນຢູ່ແຂວງຂອງຕົນເອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນເນື່ອງຈາກໃນໄລຍະຜ່ານມາຮອດປັດຈຸບັນແຂວງຫົວພັນໄດ້ມາເຮັດໜັງສືຜ່ານແດນຢູ່ແຂວງຊຽງຂວາງ ຊຶ່ງສ້າງຄວາມຍຸ້ງຍາກໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໂດຍສະເພາະແມ່ນນັກຮຽນທີ່ຮຽນຈົບທີ່ຈະຕ້ອງໄດ້ໄປຮຽນຕໍ່ຢູ່ຕ່າງປະເທດ.

ພ້ອມນີ້, ທ່ານ ນາງ ເກສອນ ແສງຍະວົງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ສະເໜີໃຫ້ລັດຖະບານກວດຄືນປະສິດທິຜົນຂອງບັນດາສັນຍາເຊົ່າ-ສຳປະທານທີ່ດິນໃນຂອບເຂດທົ່ວປະເທດ ເພື່ອຫຼີກລ່ຽງສະພາບການຈັບຈອງທີ່ດິນ ຫຼື ນຳໃຊ້ທີ່ດິນບໍ່ຖືກຕາມວັດຖຸປະສົງ; ຂັ້ນທ້ອງຖິ່ນກໍໃຫ້ກວດຄືນການເຊົ່າ-ສຳປະທານທີ່ດິນຂອງບັນດາບໍລິສັດກະສິກຳທີ່ມາໜູນໃຊ້ວ່າເປັນການສົ່ງເສີມ; ໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນບັນດາໂຄງການທີ່ໄດ້ເຊົ່າ-ຈັບຈອງໄປແລ້ວແຕ່ບໍ່ມີຄວາມຄືບໜ້າ ຫຼື ບໍ່ເປັນໄປຕາມບົດວິພາກຂອງໂຄງການທີ່ໄດ້ເຊັນໄວ້ວ່າດຳເນີນຖືກຕ້ອງຫຼືຍັງ ຫຼື ວ່າຍັງບໍ່ທັນໄດ້ດຳເນີນ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ລັດຖະບານເພີ່ມທະວີຄຸ້ມຄອງລະບົບສາທາລະນະສຸກຕື່ມ ໂດຍສະເພາະໃຫ້ວາງມາດຕະການຄຸ້ມຄອງບັນດາຮ້ານຂາຍຢາໃຫ້ຮັດກຸມຂຶ້ນກວ່າເກົ່າແນໃສ່ຮັບປະກັນສຸຂະພາບຂອງປະຊາຊົນ ເນື່ອງຈາກວ່າບັນດາຮ້ານຂາຍຢາຜ່ານມາເຫັນວ່າມີໃບອະນຸຍາດ, ມີນິຕິກຳຄຸ້ມຄອງແລ້ວກໍຕາມແຕ່ສະພາບການປະຕິບັດຕົວຈິງແມ່ນບໍ່ທັນໄດ້ດີ.

ພ້ອມດຽວກັນນີ້, ສສຊ ຫຼາຍທ່ານຍັງສະເໜີໃຫ້ລັດຖະບານສືບຕໍ່ປັບປຸງແກ້ໄຂສ້ອມແປງເສັ້ນທາງທີ່ເປ່ເພເສຍຫາຍ ໂດຍສະເພາະທາງຫຼວງແຫ່ງຊາດ, ເສັ້ນທາງຮ່ອມ, ທາງຊອຍ, ທາງເຂົ້າຫາບ້ານເຂດຫ່າງໄກສອກຫຼີກ, ພ້ອມທັງໃຫ້ແກ້ໄຂບັນຫາດ້ານການສຶກສາເປັນຕົ້ນການປະລະການຮຽນຢູ່ເຂດຊົນນະບົດ, ຄູເຫຼືອບໍ່ພໍ, ປັບປຸງພື້ນຖານໂຄງລ່າງດ້ານການສຶກສາ ໂດຍສະເພາະສະພາບແວດລ້ອມພາຍໃນໂຮງຮຽນ, ເສັ້ນທາງເຂົ້າຫາໂຮງຮຽນ ແລະ ອື່ນໆ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

ads
ads

Top