ຂປລ
ທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີ ອິນໂດເນເຊຍ ຢືນຢັນວ່າ: ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ແລະ ທ່ານ ວາລາ ດີເມຍ ປູຕິນ (Vladimir Putin)ປະທານາທິບໍດີ ຣັດເຊຍ ໄດ້ຕອບຮັບ ການເຂົ້າຮ່ວມ ກອງປະຊຸມ ສຸດຍອດ ກຸ່ມປະເທດ ເສດຖະກິດ ຂະໜາດໃຫຍ່ "G20" ຢູ່ເກາະບາຫລີ ໃນລະຫວ່າງ ວັນທີ 15-16 ພະຈິກນີ້.
ຂປລ.ຕາມຂ່າວຈາກ ບລູມເບຣີກ (Bloomberg), ທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີ ອິນໂດເນເຊຍ ຢືນຢັນວ່າ: ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ແລະ ທ່ານ ວາລາ ດີເມຍ ປູຕິນ (Vladimir Putin)ປະທານາທິບໍດີ ຣັດເຊຍ ໄດ້ຕອບຮັບ ການເຂົ້າຮ່ວມ ກອງປະຊຸມສຸດຍອດ ກຸ່ມປະເທດ ເສດຖະກິດ ຂະໜາດໃຫຍ່ "G20" ຢູ່ເກາະບາຫລີ ໃນລະຫວ່າງ ວັນທີ 15-16 ພະຈິກນີ້. ກ່ອນໜ້ານີ້ ຍັງໄດ້ເຊີນ ທ່ານ ປະທານ Volodymyr Zelensky, ຜູ້ນໍາ ອູແກຣນ ເຂົ້າຮ່ວມກອງປະຊຸມ ເຊັ່ນກັນ ເພື່ອໃຫ້ເປັນ ໄປຕາມ ຫລັກການ ພື້ນຖານ ດ້ານນະໂຍບາຍ ຕ່າງປະເທດ ຂອງລັດຖະບານ ອິນໂດເນເຊຍ ທີ່ຕ້ອງຮັກສາ ຈຸດຢືນ ຄວາມເປັນກາງ ເພື່ອຕ້ອງການໃຫ້ ຈີ20 ສາມັກຄີ ແລະ ບໍ່ມີຮອຍ ແຕກແຍກ ລະຫວ່າງກັນ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL