ອອປສ ແລະ ມູນນິທິຮັນໄຊເດນ ຫາລືການປະຕິບັດ ຂໍ້ຕົກລົງປະຈຳປີ 2023

19/08/2022 15:30
Email Print 599
ຂປລ ຂປລ. ໃນວັນທີ 18 ສິງຫາ 2022 ນີ້, ທ່ານ ສຸດສະກະ ບຸນມະນິດ ວ່າການຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ອາກເຊັນ ນອຍເບີດ (Dr. Axel Neubert) ຜູ້ຕາງໜ້າມູນນິທິຮັນໄຊເດນ ປະຈໍາ ໄທ ແລະ ສປປ ລາວ

ຂປລ. ໃນວັນທີ 18 ສິງຫາ 2022 ນີ້, ທ່ານ ສຸດສະກະ ບຸນມະນິດ ວ່າການຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ອາກເຊັນ ນອຍເບີດ (Dr. Axel Neubert) ຜູ້ຕາງໜ້າມູນນິທິຮັນໄຊເດນ ປະຈໍາ ໄທ ແລະ ສປປ ລາວ ​ເພື່ອ​ປຶກສາ​ຫາລື ​ແລະ ສືບຕໍ່ຈັດຕັ້ງປະຕິບັດ ກິດຈະກຳ ທີ່ໄດ້ລົງນາມຮ່ວມກັນ ໃນຂໍ້ຕົກລົງປະຈໍາປີ 2023 ໃຫ້ເກີດດອກອອກຜົນ, ປະກອບ ສ່ວນເຂົ້າໃນການຍົກສູງ ການສ້າງລັດປົກຄອງ ດ້ວຍກົດໝາຍຢູ່ ສປປ ລາວ ແລະ ຍົກສູງຄຸນນະພາບການຕິດຕາມກວດກາ ການປະຕິບັດກົດໝາຍຂອງ ອົງການໄອຍະການປະຊາ ຊົນ ເຮັດໃຫ້ສັງຄົມ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ.

ທ່ານ ສຸດສະກະ ບຸນມະນິດ ໄດ້ສະແດງຄວາມຍິນ​ດີຕ້ອນຮັບ ທ່ານ ອາກເຊັນ ນອຍເບີດ ແລະ ຫວນຄືນເຖິງ ການຮ່ວມມືຂອງສອງຝ່າຍ ໃນໄລຍະຜ່ານມາ ເຊິ່ງເລີ່ມຕັ້ງແຕ່ປີ 2011 ເປັນຕົ້ນມາ, ມູນນິທິຮັນໄຊເດນ ເປັນມູນນິທິຂອງປະເທດ ເຢຍລະມັນ ຕັ້ງຢູ່ເມືອງມິວນິກ ປະເທດເຢຍລະມັນ ໄດ້ເຮັດວຽກໃນ ສປປ ລາວ ເປັນເວລາຫລາຍກວ່າ 1 ທົດສະວັດແລ້ວ, ມີຈຸດປະສົງ ເພື່ອປັບປຸງການພັດທະນາ ເສດຖະກິດ-ສັງຄົມ ໂດຍສຸມໃສ່ການຄຸ້ມຄອງແບບຍືນຍົງ, ຄວາມຮັບຜິດຊອບທາງສັງຄົມ ແລະ ການເຕີບໂຕສີຂຽວ ​ໂດຍສະເພາະ ການປະກອບສ່ວນຢ່າງສຳຄັນ ເຂົ້າໃນການເສີມສ້າງ ຂີດຄວາມສາມາດ ຂອງອົງການ ໄອຍະການປະຊາຊົນ ແຫ່ງ ສປປ ລາວ.

ຂ່າວ: ອອປສ

KPL

ຂ່າວອື່ນໆ

ads
ads

Top