ທູດລາວ ແລະ ຫວຽດນາມ ປະຈຳ ຟີລິບປິນ ຮ່ວມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດ

18/08/2022 13:07
Email Print 1012
ຂປລ ຂປລ.ໃນວັນທີ 14 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ປະຈໍາ ຟິລິບປິນ ໄດ້ຮ່ວມກັນຈັດພິທີ ສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ

ຂປລ.ໃນວັນທີ 14 ສິງຫາ 2022, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ປະຈໍາ ຟິລິບປິນ ໄດ້ຮ່ວມກັນຈັດພິທີ ສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສົງການ ຫລວງມຸນິນທອນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ທ່ານ ຮວງ ຮຸຍ ຈຸງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສ ຟິລິບປິນ, ມີບັນ ດາພະນັກງານ ກ່ຽວຂ້ອງຂອງສະຖານທູດ ລາວ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ເອກອັກຄະລັດຖະທູດ ລາວ ແລະ ຫວຽດນາມ ໄດ້ຂຶ້ນມີຄຳເຫັນ ໂດຍໄດ້ເລົ່າຫວນຄືນເຖິງຄວາມໝາຍສຳຄັນ ຂອງສອງວັນປະຫວັດສາດ ລາວ-ຫວຽດນາມ ເຊິ່ງໄດ້ຍົກໃຫ້ເຫັນ ເຖິງຄຸນງາມຄວາມດີ ແລະ ສະແດງຄວາມຮູ້ ບຸນຄຸນຢ່າງເລິກເຊິ່ງຕໍ່ ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ທີ່ເປັນຜູ້ກໍ່ສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ໄດ້ຮັບການສືບທອດ ຈາກຄົນຮຸ່ນກ່ອນ ສູ່ຮຸ່ນປັດຈຸບັນ. ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ຕະຫລອດໄລຍະຜ່ານມາ ແລະ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກ ໂດຍໄດ້ມີການພົບປະແລກປ່ຽນ ການຢ້ຽມຢາມສອງຝ່າຍ ຂອງການນຳໃນທຸກລະດັບ ແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ແລະ ໄດ້ມີກົນໄກການຮ່ວມມືກັນ ໃນທຸກຂະແຫນງການ. ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະໜູນ ເຊິ່ງກັນ ແລະ ກັນຢ່າງຮອບ ດ້ານຕະຫລອດມາ ທັງໃນພາລະກິດ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງສອງປະເທດໃນປັດຈຸບັນ.

ໃນຂະນະດຽວກັນ, ທ່ານທູດລາວ-ຫວຽດນາມ ຕ່າງກໍໄດ້ຢືນຢັນ ຄືນຈະສືບຕໍ່ຊຸກຍູ້ ສົ່ງເສີມສາຍພົວພັນອັນຍິ່ງໃຫຍ່ ຂອງສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນ ງອກງາມຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ວຽກງານການປະສານ ສົມທົບເຊິ່ງກັນ ແລະ ກັນ ລະຫວ່າງ ພະນັກງານ ຂອງທັງສອງສະຖານທູດ ລາວ-ຫວຽດນາມ ເພື່ອສົ່ງເສີມຖ່າຍທອດ ບົດຮຽນປະຫວັດສາດ ໃຫ້ຄົນຮຸ່ນຫນຸ່ມຮັບຮູ້ ແລະ ເຂົ້າໃຈ ເພື່ອສືບຕໍ່ເປັນກຳລັງແຮງ ໃນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ ໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໝັ້ນຄົງຂະໜົງແກ່ນ ຕະຫລອດໄປ.

ພິທີສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນຄັ້ງນີ້ໄດ້ດຳເນີນໄປ ດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບອັນອົບອຸ່ນ ແລະ ມີຜົນສຳເລັດ ຢ່າງຈົບງາມ ບົນຈິດໃຈຄວາມຮັກແພງສາມັກຄີພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.


KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top