ງານວາງສະແດງສິນຄ້ານຳເຂົ້າສາກົນຈີນປີນີ້ ຈະສືບຕໍ່ສະໜອງຫ້ອງວາງສະແດງ ໂດຍບໍ່ເສຍຄ່າໃຫ້ແກ່ ປະເທດດ້ອຍພັດທະນາ

15/10/2026 10:37
ຂປລ ປີ​ນີ້ ງານ​ວາງ​ສະ​ແດງ​ສິນ​ຄ້າ​ ນຳ​ເຂົ້າ​ສາ​ກົນ​ຈີນ ​ຈະ​ສືບ​ຕໍ່​ສະ​ໜອງ​ຫ້ອງ​ວາງ​ສະ​ແດງ​ ໂດຍ​ບໍ່​ເສຍ​ຄ່າ​ ໃຫ້​ແກ່ ​ປະ​ເທດ​ດ້ອຍ​ພັດ​ທະ​ນາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ນາງ ເໝົາ​ໜິງ ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປ​ະ​ເທດ​ຈີນ​ໄດ້​ເປັນ​ປະ​ທ​ານ ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ​ໂດຍ​​ໃຫ້​ຮູ້​ວ່າ: ປີ​ນີ້ ງານ​ວາງ​ສະ​ແດງ​ສິນ​ຄ້າ​ ນຳ​ເຂົ້າ​ສາ​ກົນ​ຈີນ ​ຈະ​ສືບ​ຕໍ່​ສະ​ໜອງ​ຫ້ອງ​ວາງ​ສະ​ແດງ​ ໂດຍ​ບໍ່​ເສຍ​ຄ່າ​ ໃຫ້​ແກ່ ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ​ແລະ ​ຈະ​ຍົກ​ລະ​ດັບ​ເຂດ​ ວາງ​ສະ​ແດງ​ ຜະ​ລິດ​ຕະ​ພັນ​ອາ​ຊີ​-ອາ​ຟ​ຣິ​ກາ ເພື່ອຊ່ວຍ​ເຫລືອ ​ປະ​ເທດ ​​ໃນອາ​ຟ​ຣິ​ກາ ​ທີ່​ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ​ ທາງ​ການ​ທູດ​ກັບ​ ສປ ຈີນ ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ຈາກ​ນະ​ໂຍ​ບາຍ​​ ຍົກ​ເວັ້ນ​ພາ​ສີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top