ຂປລ
ງານຕະຫລາດ ວາງສະແດງ ສິນຄ້າຂາເຂົ້າ-ຂາອອກ ສາກົນຈີນ ຫລື ງານວາງສະແດງ ສິນຄ້າ ກວາງໂຈ່ວ ຄັ້ງທີ 140 ໄດ້ໄຂຂຶ້ນຢູ່ ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ ຂອງ ສປ ຈີນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 15 ຕຸລານີ້, ງານຕະຫລາດ ວາງສະແດງ ສິນຄ້າຂາເຂົ້າ-ຂາອອກ ສາກົນຈີນ ຫລື ງານວາງສະແດງ ສິນຄ້າ ກວາງໂຈ່ວ ຄັ້ງທີ 140 ໄດ້ໄຂຂຶ້ນຢູ່ ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ ຂອງ ສປ ຈີນ. ປີນີ້ແມ່ນປີຄົບຮອບ 70 ປີ ຂອງການສ້າງຕັ້ງງານຕະຫລາດ ສິນຄ້າຂາເຂົ້າ-ຂາອອກກວາງໂຈ່ວ, ງານຄັ້ງນີ້ ຈະດຳເນີນເປັນ 3 ໄລຍະ, ໂດຍຈະດຳເນີນໄປ ຮອດວັນທີ 4 ພະຈິກໜ້ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL