ຂປລ
ຫ້ອງການຖະແຫລງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບ ສະພາບ ການຄ້າ ຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 14 ຕຸລານີ້, ຫ້ອງການຖະແຫລງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບ ສະພາບການຄ້າ ຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້. ຊຸມປີມໍ່ໆມານີ້, ການຮ່ວມມື ດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ ກັບ ປະເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບມື້ລົງເລິກຢ່າງບໍ່ຢຸດຢັ້ງ, ການຄ້າລະຫວ່າງ ສອງຝ່າຍ ເພີ່ມຂະຫຍາຍຕົວຢ່າງ ຕໍ່ເນື່ອງ.ໃນ 3ໄຕມາດຂອງປີນີ້,ມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບ ປະເທດ ທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ບັນລຸເຖິງ 20.370 ຕື້ຢວນ ເພີ່ມຂຶ້ນ 17.1%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL