ກະຊວງການຕ່າງປະເທດ ຫວນ ຄືນສອງວັນສຳຄັນ ປະຫວັດສາດ

11/08/2022 15:00
Email Print 638
ຂປລ ຂປລ. ໃນວັນທີ 11 ສິງຫາ 2022 ນີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ

  ຂປລ. ໃນວັນທີ 11 ສິງຫາ 2022 ນີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການ ເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳກະຊວງ, ພະນັກງານນໍາພາ-ຄຸ້ມຄອງຫລັກແຫລ່ງ, ບັນດາສະມາ ຊິກພັກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.     ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າຄືນຜົນງານການເຄື່ອນໄຫວປະຕິວັດ ແລະ ຄຸນງາມ ຄວາມດີ ຕະຫລອດຮອດແບບແຜນການດຳລົງຊີວິດຂອງ ປະທານ ສຸພານຸວົງ ເຊິ່ງຍາມໃດເພິ່ນກໍເປັນຜູ້ນຳທີ່ເປັນແບບຢ່າງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງສຸດກົກສຸດປາຍສາມາດເຕົ້າ ໂຮມ ແລະ ນໍາພາປະຊາຊົນ ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານເປັນຜູ້ທີ່ມີລະບຽບວິໄນຕໍ່ການຈັດຕັ້ງ, ມີຄວາມສາມັກຄີຮັກແພງມິດສະຫາຍດຳລົງຊີວິດຢ່າງປອດໃສຂາວສະອາດ. ປະທານ ສຸພານຸວົງ ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ມີນໍ້າໃຈຮັກຊາດອັນດູດດື່ມມີທັດສະນະຫລັກໝັ້ນອັນໜັກແໜ້ນ, ມີນໍ້າໃຈເສຍສະຫລະອັນສູງສົ່ງເພື່ອຊາດ, ມີຈິດໃຈໂອບອ້ອມອາລີຊ່ວຍເຫລືອ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ..ຕະຫລອດໄລຍະຊີວິດການປະຕິວັດຂອງເພິ່ນ ທຸກພາລະກິດປະຕິວັດທີ່ການຈັດຕັ້ງມອບໝາຍໃຫ້.ເພິ່ນກໍ່ລ້ວນແລ້ວແຕ່ໄດ້ອຸທິດຕົນຢ່າງໝົດຈິດໝົດໃຈໃຊ້ຫົວຄິດປະດິດສ້າງ, ຄວາມຮູ້ຄວາມສາມາດ, ຄວາມເສຍສະຫລະຂອງຕົນ ເພື່ອຄວາມເປັນເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຄຸນງາມຄວາມດີ ແລະ ຄວາມເປັນແບບຢ່າງຂອງເພິ່ນ ໄດ້ກາຍເປັນສິ່ງລ້ຳເລີດ, ເປັນບົດຮຽນອັນມີຄ່າ ທີ່ປະໄວ້ໃຫ້ຄົນຮຸ່ນຫລັງ, ພະນັກງານ-ລັດຖະກອນທຸກຄົນ ຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່.  ໂອກາດດຽວກັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນ ຂອງສອງວັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ທັງສອງປະ ເທດກໍາລັງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືວັນເຊັນສົນທິສັນຍາມິດ ຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ເຊິ່ງມູນເຊື້ອປະຫວັດສາດ ຂອງການພົວພັນຮ່ວມມືທີ່ມີມາແຕ່ດົນນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດທີ່ເປັນເອກະລາດຂອງຕົນຂຶ້ນ. ການພົວພັນຮ່ວມມືລາວ-ຫວຽດນາມ ເປັນແບບຢ່າງແຫ່ງການພົວພັນທີ່ບໍລິສຸດ ແລະ ຫາຍາກຢູ່ໃນໂລກ ເຊິ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດ ກໍໄດ້ຖະນຸຖະໜອມເພີ່ມພູນນໍ້າໃຈສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງພະ ນັກງານລັດຖະກອນ ແລະ ສະມາຊິກພັກ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ, ໜັກ ແໜ້ນ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໄວ້ໃຫ້ໝັ້ນຄົງ ເພື່ອສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.  ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງະເທດ ຈົ່ງຮໍ່າຮຽນເອົາບົດຮຽນອັນລໍ້າຄ່າໃນການນຳພາຕໍ່ສູ້ກູ້ຊາດ ແລະ ພັດທະນາປະເທດຊາດ ຂອງ ປະທານ ສຸພານຸວົງ ແລະ ມູນເຊື້ອສາຍພົວພັນຮ່ວມມືແບບພິ ເສດ ລາວ-ຫວຽດນາມ ເຂົ້າໃນວຽກງານການພົວພັນຕ່າງປະເທດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ພາບ: ທະນູທອງ

 

 

KPL

ຂ່າວອື່ນໆ

ads
ads

Top