ບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ປະກອບສ່ວນສ້າງອາຊີບໃຫ້ປະຊາຊົນ

09/06/2022 14:40
Email Print 4925
ຂປລ ພາຍຫລັງພະຍາດໂຄວິດ-19 ໄດ້ແພ່ລະບາດຢ່າງໜັກໃນໄລຍະກວ່າ 2 ປີມານີ້ ເຮັດໃຫ້ຂະ ແໜງການທ່ອງທ່ຽວໄດ້ຮັບຜົນກະທົບບໍ່ໜ້ອຍ ຊຶ່ງໜຶ່ງໃນນີ້ ກໍແມ່ນແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງຢູ່ບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ, ມີບາງໄລຍະກໍໄດ້ປິດກິດຈະການຊົ່ວຄາວ.







ພາຍຫລັງພະຍາດໂຄວິດ-19 ໄດ້ແພ່ລະບາດຢ່າງໜັກໃນໄລຍະກວ່າ 2 ປີມານີ້ ເຮັດໃຫ້ຂະ ແໜງການ ທ່ອງທ່ຽວໄດ້ຮັບ ຜົນກະທົບບໍ່ໜ້ອຍ ຊຶ່ງໜຶ່ງໃນນີ້ ກໍແມ່ນແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ຢູ່ບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ, ມີບາງໄລຍະ ກໍໄດ້ປິດກິດຈະການຊົ່ວຄາວ. ເຖິງປານນັ້ນກໍຕາມ ບໍລິສັດພັດ ທະນາ ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ກໍຖືໂອກາດນີ້ ເຕົ້າໂຮມ ແລະ ສົ່ງເສີມ ປະຊາຊົນບ້ານດັ່ງກ່າວ ທຳການຜະລິດ ພືດຜັກປອດສານພິດ, ຕ່ຳຫູກເປັນສິນຄ້າ ທັງພັດທະນາ ປະຊາຊົນ ໃຫ້ກຽມຄວາມພ້ອມ ຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວ ໃນສະຖານທີ່ ນ້ຳຕົກຕາດເຍືອງ ໃຫ້ມີຄວາມປະທັບໃຈ ທັງສ້າງລາຍຮັບ ເຂົ້າຄອບ ຄົວ ແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງ.   





          ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການ ບໍລິສັດພັດທະນາ ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໃນໄລຍະກວ່າ 2 ປີທີ່ປະເທດລາວເຮົາ ໄດ້ຮັບຜົນກະທົບ ຈາກການແພ່ລະບາດ ພະຍາດໂຄວິດ-19 ສົ່ງຜົນກະທົບໂດຍກົງ ຕໍ່ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ພວກເຮົາ. ບໍ່ສະເພາະ ແຕ່ແຫລ່ງທ່ອງ ທ່ຽວ ຕົນເທົ່ານັ້ນ, ຂົງເຂດອື່ນໆ ປິ່ນອ້ອມກໍໄດ້ຮັບ ຜົນກະທົບເຊັ່ນດຽວກັນ ເປັນຕົ້ນແມ່ນ ບໍລິສັດທ່ອງທ່ຽວ, ເຮືອນພັກ, ຮ້ານອາຫານອື່ນໆ. ແນວໃດກໍຕາມ ໄລຍະທີ່ໄດ້ຮັບ ຜົນກະທົບນັ້ນ, ພວກເຮົາຖືໂອກາດ ດັ່ງກ່າວເຕົ້າໂຮມ ປະຊາຊົນບ້ານຫລັກ 40 ຫລາຍສິບຄອບຄົວ ທຳການຜະລິດ ພືດຜັກປອດສານພິດ ເພື່ອສະໜອງ ໃຫ້ແກ່ ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ແລະ ມາຮອດປັດຈຸບັນ ເຫັນວ່າປະຊາຊົນບ້ານນີ້ ມີຄວາມຕື່ນຕົວ ກວ່າແຕ່ກ່ອນ ຊຶ່ງເກັບກາເຟ 2 ລະດູແລ້ວ ກໍໄດ້ເສຍຫຍ້າ ຮັກສາຕົ້ນກາເຟເທົ່ານັ້ນ, ແຕ່ດຽວນີ້ ນອກຈາກສວນກາເຟ ທີ່ໄດ້ຮັກສາແລ້ວ ພື້ນທີ່ດິນເປົ່າວ່າງ ຢູ່ໃນສວນກາເຟ ກໍສາມາດນຳໃຊ້ ຜະລິດພືດຜັກຕ່າງໆ ທີ່ສ້າງລາຍຮັບ ເຂົ້າຄອບ ຄົວ ຂອງເຂົາເຈົ້າຕື່ມອີກ.





          ທ່ານຍັງກ່າວຕື່ມອີກວ່າ: ນອກຈາກສົ່ງເສີມປູກພືດຜັກແລ້ວ, ຍັງໄດ້ຊຸກຍູ້ ສົ່ງເສີມປະຊາຊົນ ບັນດາເຜົ່າຢູ່ບ້ານຫລັກ 40 ກ່ຽວກັບຫັດຖະກຳ ກໍຄືການຕຳຫູກ ເຄື່ອງນຸ່ງຂອງແຕ່ເຜົ່າ ໃຫ້ຍືນຍົງ ຊຶ່ງນອກຈາກ ນັກທ່ອງທ່ຽວ ໄດ້ທ່ຽວຊົມນ້ຳຕົກຕາດ ແລະ ທຳມະຊາດສວຍງາມແລ້ວ, ຍັງໄດ້ສຳຜັດ ກັບຮີດຄອງປະເພນີ, ວັດທະນະທຳ ຂອງ ແຕ່ລະເຜົ່າຕື່ມອີກ. ນີ້ກໍແມ່ນອີກສ່ວນໜຶ່ງ ໃນການສ້າງວຽກ ເຮັດງານທຳ ໃຫ້ແກ່ເຂົາເຈົ້າ ທັງເປັນການ ປົກປັກຮັກສາ ຮີດຄອງປະເພນີ ດ້ານການນຸ່ງຖື ແລະ ອື່ນໆ ໃຫ້ມີຄວາມຍືນຍົງ ຕະຫລອດໄປ. ແນວໃດກໍຕາມ ພວກເຮົາມີຄວາມພ້ອມແລ້ວ ທີ່ຈະຕ້ອນຮັບ ນັກທ່ອງທ່ຽວ ທຸກໆທ່ານທັງພາຍໃນ ແລະ ຕ່າງປະເທດ ທີ່ຢາກເຂົ້າ ມາທ່ຽວຊົມ ນ້ຳຕົກຕາດເຍືອງ ເນື່ອງຈາກພວກເຮົາ ມີກຳລັງກຽມ ພ້ອມຕ້ອນຮັບ ນັກທ່ອງທ່ຽວ, ພ້ອມນີ້ ກໍໄດ້ສ້າງຫລາຍກິດຈະກຳອີກຕື່ມ ແລະ ໃນມໍ່ໆນີ້ ຈະໄດ້ເປີດຕະຫລາດ ຂາຍພືດ ຜັກປອດສານພິດ ແລະ ອື່ນໆ ຢູ່ພາຍໃນ ແຫລ່ງທ່ອງທ່ຽວ ໂດຍບໍ່ໄດ້ເກັບຄ່າ ສະຖານທີ່ ເພື່ອສົ່ງເສີມເຊື່ອມຕໍ່ ທີ່ໄດ້ຊຸກຍູ້ເຂົາເຈົ້າ ປູກຟັງຄືຜ່ານມາ.   

  ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top