ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວ

09/02/2022 15:02
Email Print 26313
ຂປລ ມື້​ນີ້ ຄໍ​ລໍາ​ບັນ​ເທີ​ງ ຂໍ​ພາສາ​ວໆມາ​ຮູ້ຈັກ ສິລະ​ປິນນ້ອງ​​ໃໝ່​ໄຟ​ແຮງ ທີ່​ມີ​ຄວາມ​ສາມາດ​ຮອບດ້ານ ບວກ​ກັບ​ບຸກຄະ​ລິກ ​ແລະ ໜ້າຕາ​ທີ່​ມີສະ​ເໜ່ ຍິ່ງ​ເຮັດ​ໃຫ້ບ່າວ​ຜູ້​ນີ້​ມີ​ແຟນໆ​ຕິດຕາມ ​ເປັນ​ຈໍານວນ​ຫລວງຫລາຍ ບໍ່​ວ່າຈະ​ເຮັດ​ຜົນງານ​ ໃດອອກ​ມາ​ ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ ສະ​ນັ້ນ​, ມື້​ນີ້ ​ເຮົາ​ຈະ​ມາ​ຮູ້ຈັກ ໜຸ່ມຄົນ​ນີ້ມີນາ​ມວ່າ ແສງອາ ທິດ ເສນາບັນດິດ ຫລື ມັອ​ດ ສິລະປິນນ້ອງ​ໃໝ່ຈາກຄ້າຍ Firstmodelinglao ​

ມື້​ນີ້ ຄໍ​ລໍາ​ບັນ​ເທີ​ງ ຂໍ​ພາສາ​ວໆມາ​ຮູ້ຈັກ ສິລະ​ປິນນ້ອງ​​ໃໝ່​ໄຟ​ແຮງ ທີ່​ມີ​ຄວາມ​ສາມາດ​ຮອບດ້ານ ບວກ​ກັບ​ບຸກຄະ​ລິກ ​ແລະ ໜ້າຕາ​ທີ່​ມີສະ​ເໜ່ ຍິ່ງ​ເຮັດ​ໃຫ້ບ່າວ​ຜູ້​ນີ້​ມີ​ແຟນໆ​ຕິດຕາມ ​ເປັນ​ຈໍານວນ​ຫລວງຫລາຍ ບໍ່​ວ່າຈະ​ເຮັດ​ຜົນງານ​ ໃດອອກ​ມາ​ ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ ສະ​ນັ້ນ​, ມື້​ນີ້ ​ເຮົາ​ຈະ​ມາ​ຮູ້ຈັກ ໜຸ່ມຄົນ​ນີ້ມີນາ​ມວ່າ ແສງອາ ທິດ ເສນາບັນດິດ ຫລື ມັອ​ດ ສິລະປິນນ້ອງ​ໃໝ່ຈາກຄ້າຍ Firstmodelinglao ​ຊຶ່ງ​ບ່າວ​ຜູ້​ນີ້ ຍັງ​ມີ​ຕໍາ​ແໜ່ງ Mister Global Teen Laos 2021 ຊ່ວຍ​ກາລັນ​ຕີ​ຄວາມ​ສາມາດ ພອນ​ສະຫວັນ ​ແລະ ຄວາມ​ກ້າຫານ​ໃນ​ການສະ​ແດງ​ອອກອີກ​ດ້ວຍ.

ມັອດ ອາຍຸ 18 ປີ ​ເປັນ​ຄົນ​ແຂວງ​ບໍລິ​ຄໍາ​ໄຊ ກຳລັງສຶກສາຢູ່ທີ່ຄະນະວິສະວະກຳສາດ ປີທີ 2 ແລະ ວິທະຍາໄລໂລໂກສ. ນອກຈາກນັ້ນ ຍັງມີທຸລະກິດນ້ຳໝາກໄມ້ສ່ວນຕົວ, ​ໃນ​ປີຜ່ານມາ ມັອດໄດ້ລາງວັນ Mister Global Teen Laos 2021 ແລະ ມີແຜນຈະໄປແຂ່ງຂັນ ຕໍ່ທີ່ປະເທດໄທໃນກາງປີນີ້ ມັອດເປີດເຜີຍໃຫ້ຟັງວ່າ: ປະສົບການທີ່ ໄດ້ຈາກການປະກວດໃນຄັ້ງນີ້ ແມ່ນມິດຕະພາບ ສໍາຄັນຈາກໝູ່ເພື່ອນ ໄດ້ເຫັນຄວາມຈິງໃຈ, ຄວາມຮັກ ແລະ ຄວາມສາມັກຄີກັນ ຂອງທີມງານໝູ່ເພື່ອນ, ສໍາລັບຜົນງານ​ ແມ່ນຍ່າງແບບງານລາວແຟຊັນວີກ 2022 ແລະ ມີຖ່າຍໂຄສະນາມືຖືລຸ້ນໃໝ່ຂອງ SAMSUNG, ໄວໆນີ້ກໍຈະມີຜົນງານຕື່ມອີກ ຂໍ​ໃຫ້ຖ້າຕິດຕາມ​ ເປັນ​ກຳລັງ​ໃຈ​ໃຫ້​ດ້ວຍ.

ມັອດມີຄວາມສາມາດພິເສດຫລັກກໆແມ່ນດ້ານກິລາບານສົ່ງ ເປັນນັກກິລາບານສົ່ງ ຂອງຄະນະວິສະວະກຳສາດ, ຫລິ້ນກິລາດອກປີກໄກ່ ກັບບານບ້ວງ, ການສະແດງ, ເຮັດກິນ ແລະ ນອກຈາກນັ້ນຍັງສາມາດຫລິ້ນກີຕ້າ ແລະ ຮ້ອງເພງ.

ນິໄສທົ່ວ ໄປເປັນຄົນນິໄສດີ, ເຟຣນລີ, ອົດທົນ, ຕັ້ງໃຈ, ມັກຊ່ວຍເຫລືອຄົນອື່ນ. ບຸກຄະ​ລິກສ່ວນ​ຕົວ ແມ່ນສາຍສະປອດ ມັກໃສ່ຊຸດກິລາເປັນສ່ວນຫລາຍ ແລະ ລຽບ​ງ່າຍສະໄຕມິນິມໍ.  ກິດຈະກໍາຍາມວ່າງ ທີ່ມັກເຮັດພິເສດແມ່ນ ອອກກຳລັງກາຍ, ຕີບານ, ຟັງເພງ, ອ່ານໜັງສື, ຫາຄວາມຮູ້ພັດທະນາ ຄວາມສາມາດ, ທ່ອງທ່ຽວຕາມ​ສະ ຖານ​ທີ່ທຳມະຊາດ.

​ເອົາ​ເປັນ​ວ່າ ຖ້າ​ໃຜ​ຢາກ​ຮູ້ຈັກ​ບ່າວ​ໜ້າ​ໃສ​ຜູ້​ນີ້​ຕື່ມ​ອີກ ກໍ​ສາມາດ​ເຂົ້່າ​ໄປຕິດຕາມຜົນງານ ແລະ ການເຄື່ອນໄຫວໄດ້ທີ່:​ FB: Mot Senabandith, IG: mot_sunflower ເປັນກໍາລັງໃຈ ພ້ອມເຊຍ MGL09 ໃນເວທີ Mister Global Laos 2021 ແດ່ເດີ້

 ​ໂດຍ: ມາລີ​ດາ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

ads
ads

Top